spot_img
HomeມູມໄອທີລາວApple ຈົດສິດບັດ ເທັກໂນໂລຢີຖ່າຍພາບມາໃນ iPhone ແນ່ນອນ

Apple ຈົດສິດບັດ ເທັກໂນໂລຢີຖ່າຍພາບມາໃນ iPhone ແນ່ນອນ

Published on

<ignore_js_op>

Apple ພະຍາຍາມທີ່ຈະເພີ່ມມູນຄ່າໃຫ້ກັບສິນຄ້າຂອງຕົນເອງຂື້ນເລື້ອຍໆ ໂດຍຄວາມພະຍາຍາມຫຼ້າສຸດກໍຄືການຈົດທະບຽນສິດບັດທີ່ມີຊື່ວ່າ “Producing Stereoscopic image” ຫຼືການໃຊ້ພາບຖ່າຍຫຼາຍກວ່າໜຶ່ງພາບ ເພື່ອສ້າງພາບໃໝ່ຂື້ນມາ

ທາງ AppleInsider ໄດ້ອະທິບາຍໄວ້ວ່າເຕັກນິກຂອງ Apple ນີ້ຈະນຳພາບສອງພາບທີ່ມີຄວາມຄ້າຍຄືກັນເຂົ້າໂປຣແກຣມ ແລະສ້າງໄລຍະ Depth of Field ອັນກໍຣີຮີມຂອງໂປຣແກຣມ

ກ້ອງຂອງ iPhone ນັ້ນປະຈຸບັນຮອງຮັບການຖ່າຍດ້ວຍ HDR ແບບໂປຣແກຣມຢູ່ແລ້ວ ໂດຍຈະຖ່າຍພາບທີ່ແສງ Over Exposed ແລະ Under Exposed ຈາກນັ້ນກໍນຳມາປະສົມກັບອັນກໍຣີຮີມຂອງທາງ Apple ເອງ

ນອກຈາກນີ້ເດືອນແລ້ວນີ້ Apple ຍັງຈົດສິດບັດເລື່ອງຂອງການໃຊ້ Light Field Camera ທີ່ເຮັດໃຫ້ໂຟກັດພາບຫຼັງຈາກທີ່ຖ່າຍໄປແລ້ວໄດ້ ແລະເດືອນນີ້ Apple ໄດ້ຈົດສິດບັດເລື່ອງຂອງການນຳລະບົບ Face Detection ຕວດຈັບໃບໜ້າຄົນໃນແງ່ຂອງຄວາມປອດໄພອີກນຳ ເຊິ່ງຄາດວ່າເປັນຜົນຈາກການເຂົ້າຊື້ PrimeSense ເຈົ້າພໍ່ເທັກໂນໂລຢີດ້ານນີ້ນັ້ນເອງ

ຫວັງວ່າກ້ອງຂອງ iPhone ໃນອະນາຄົດຈະມີລູກຫຼິ້ນເທບໆແບບນີ້ຄົບຊຸດເລີຍ

ທີ່ມາ:www.deklao.com

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...