spot_img
HomeມູມໄອທີລາວAngela Ahrendts ຮັບໜ້າທີ່ເປັນຜູ້ບໍລິຫານຄົນໃໝ່ຂອງ Apple

Angela Ahrendts ຮັບໜ້າທີ່ເປັນຜູ້ບໍລິຫານຄົນໃໝ່ຂອງ Apple

Published on

angela-ahrendts-578x426

Angela Ahrendts ຊີອີໂອຂອງສິນຄ້າແຟຊັ່ນຊື່ດັງແບບ Burberry ຕັດສີນໃຈເຂົ້າມານັ່ງໃນຕຳແໜ່ງຜູ້ບໍລິຫານອາວຸໂສຝ່າຍຄ້າປີກ (SVP Retail and Online Stores) ກັບແອັບເປີ້ນ່າງເປັນທາງການແລ້ວ ໂດຍ Angela ຈະໄດ້ຮັບຮຸ້ນມູນຄ່າກວ່າ 68 ລ້ານຫຼຽນສະຫະລັດ

ການເຂົ້າມາຮັບຕຳແໜ່ງ SVP Retail and Online Stores ໃນແອັບເປີ້ນຂອງ Angela ເປັນສິ່ງທີ່ຕ້ອງໄດ້ຈັບຕາເບິ່ງກັນຢ່າງສູງ ເພາະວ່າກ່ອນໜ້ານີ້ນັ້ນ John Browett ທີ່ເບິ່ງແຍງວຽກງານນີ້ໄປເມື່ອທ້າຍປີທີ່ຜ່ານມາ ແລະຕໍ່ມາ Jerry McDougal ທີ່ຮັບຕຳແໜ່ງກໍໄດ້ປະກາດລາອອກໄປແລ້ວເມື່ອເດືອນມັງກອນທີ່ຜ່ານມານີ້ ເວົ້າໄດ້ວ່າເປັນຕຳແໜ່ງທີ່ຍາກຫຼາຍທີ່ຈະຫາຄົນມາເຮັດວຽກນຳຍາກຫຼາຍ

Angela ຈະໄດ້ຮັບຮຸ້ນຂອງແອັບເປີ້ນຈຳນວນ 113,334 ຮຸ້ນ ເຊິ່ງມີມູນຄ່າລວມກວ່າ 68 ລ້ານຫຼຽນສະຫະລັດ ໂດຍລາວຈະລາຍງານຕໍ່ Tim Cook ເຮົາກໍຕ້ອງໄດ້ຖ້າເບິ່ງຜົນງານຂອງລາວໃນການຍົກເອົາເຄື່ອງ Apple Store ແລະລະບົບຊື້ຂາຍອອນລາຍຂອງແອັບເປີ້ນໃໝ່ນຳກັນ

ທີ່ມາ – 9to5mac

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...