spot_img
Homeຂ່າວຕ່າງປະເທດABDALA ວັກຊີນປ້ອງກັນໂຄວິດ-19 ຊະນິດໃໝ່ທີ່ມີປະສິດທິພາບສູງເຖິງ 92% !!

ABDALA ວັກຊີນປ້ອງກັນໂຄວິດ-19 ຊະນິດໃໝ່ທີ່ມີປະສິດທິພາບສູງເຖິງ 92% !!

Published on

ໃນວັນທີ 22 ມິຖຸນາ 2021 ທີ່ຜ່ານມາ ສໍານັກຂ່າວຕ່າງປະເທດໄດ້ລາຍງານວ່າ ສະຖາບັນຟິນເລທີ່ເປັນອົງກອນວິໄຈດ້ານວິທະຍາສາດແຖວໜ້າຂອງປະເທດກູບາຮ່ວມກັບສູນພັນວິສະວະກໍາ ແລະ ເທັກໂນໂລຊີແຫ່ງຊາດຂອງກູບາໄດ້ເປີດໂຕວັກຊີນປ້ອງກັນໂຄວິດ-19 ທີ່ພັດທະນາຂື້ນເອງໂດຍໃຊ້ໂປຣຕີນບາງສ່ວນຂອງເຊື້ອໄວຣັສໂຄໂຣນາເພື່ອກະຕຸ້ນສ້າງພູມຄຸ້ມກັນ ເຊິ່ງວັກຊີນທີ່ຜະລິດຂື້ນນີ້ມີຊື່ທາງເທັກນິກວ່າ CIGB-66 ແລະ ຊື່ທາງການຄ້າແມ່ນ ອັບດາລາ (ABDALA).

ທັງນີ້ຜົນການທົດສອບປະສິດທິພາບທາງດ້ານຄີນິກໃນໄລຍະທີ 3 ເຫັນວ່າວັກຊີນອັບດາລາ ຈະຕ້ອງສັກດ້ວຍກັນ 3 ເຂັມເຖິງຈະມີປະສິດທິພາບປ້ອງກັນ 92.28% ແລະປະເທດກູບາໄດ້ເລີ່ມສັກວັກຊີນໃຫ້ກັບປະຊາຊົນໃນເດືອນພຶດສະພາທີ່ຜ່ານມາເຊິ່ງເປັນວັກຊີນທີ່ຜະລິດເອງທັງໝົດ

ທ່ນປະທານາທິບໍດີຂອງກູບາໄດ້ຊົມເຊີຍເຖິງຄວາມກ້າວໜ້າຂອງການພັດທະນາວັກຊີນ ແລະ ປະເທດກູບາເອງກໍເປັນປະເທດໜຶ່ງທີ່ມີລະບົບການແພດ ແລະ ສາທາລະນະສຸກໄດ້ມາດຕະຖານສູງເປັນອັນດັບຕົ້ນໆຂອງໂລກ.

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...