Homeຂ່າວພາຍ​ໃນ10 ກວ່າບ້ານ ໄດ້ຮັບຜົນກະທົບຈາກໄຟໄໝ້ສະໜາມຂີ້ເຫຍື້ອ ຫຼັກ 32

10 ກວ່າບ້ານ ໄດ້ຮັບຜົນກະທົບຈາກໄຟໄໝ້ສະໜາມຂີ້ເຫຍື້ອ ຫຼັກ 32

Published on

ເກີດເຫດໄຟໄໝ້ສະໜາມຂີ້ເຫຍື້ອ ຫຼັກ 32 ບ້ານນາຜາສຸກ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຊິ່ງມີຈຳນວນ 10 ກວ່າບ້ານ ໄດ້ຮັບຜົນກະທົບຈາກມົນລະພິດ. ປັດຈຸບັນບັນຫາດັ່ງກ່າວ, ພາກສ່ວນທີ່ກ່ຽວຂ້ອງພວມເລັ່ງປ້ອງກັນ ແລະ ແນະນໍາວິທີຫຼີກລ່ຽງໃຫ້ປະຊາຊົນທີ່ຢູ່ໃນບ້ານດັ່ງກ່າວ, ສ່ວນການມອດໄຟກໍໄດ້ສຸມໃສ່ຢ່າງຈິງຈັງຄາດວ່າຈະສໍາເລັດໃນໄວໆນີ້.

ທ່ານ ຈັນທະລາ ອິນທະລັງສີ ເຈົ້າເມືອງໆໄຊທານີ ຫົວໜ້າຄະນະຮັບຜິດຊອບສະກັດກັ້ນ ແລະ ປ້ອງກັນຜົນກະທົບຈາກໄຟໄໝ້ສະໜາມຂີ້ເຫຍື້ອ ຫຼັກ 32, ໄດ້ຖະແຫຼງຂ່າວໃນວັນທີ 6 ມີນາ 2018 ວ່າ: ປັດຈຸບັນຄະນະກໍາມະການ ໄດ້ວັດແທກຄວັນພິດທີ່ເກີດຈາກໄຟໄໝ້ແມ່ນເກີນມາດຕະຖານຄວາມປອດໄພ, ເຊິ່ງມີ 11 ບ້ານທີ່ຖືກຜົນກະທົບເປັນຕົ້ນ: ບ້ານໜອງບົວ, ໂຄກສາ, ນາຝາຍ, ແສນອຸດົມ, ນາພອກ, ໄຜ່ລ້ອມ, ສ້າງຄອມ, ບຸນຮຽງ, ສົມສະໄໝ, ນາທາມ ແລະ ບ້ານດອນໄຮ່; ສຳລັບການປ້ອງກັນພະແນກສາທາລະນະສຸກ ນະຄອນຫຼວງວຽງຈັນ ໄດ້ມີການປະເມີນຄວາມສ່ຽງພ້ອມທັງວາງມາດຕະການຕອບໂຕ້ຈາກຜົນກະທົບ ໂດຍໄດ້ຈັດຕັ້ງທີມງານໂຄສະນາໃຫ້ຄວາມຮູ້ກັບພໍ່ແມ່ປະຊາຊົນກ່ຽວກັບພະຍາດ ແລະ ຜົນກະທົບຈາກສິ່ງແວດລ້ອມ. ນອກນີ້, ຍັງໄດ້ແນະນໍາໃຫ້ພໍ່ແມ່ປະຊາຊົນ ຕິດຕາມຂໍ້ມູນຂ່າວສານກ່ຽວກັບສະຖານະການຝຸ່ນລະອອງ ແລະ ຄວັນພິດທີ່ເກີດຂຶ້ນ, ສໍາລັບຜູ້ທີ່ອາໄສຢູ່ໃນເຂດໃກ້ຄຽງຈໍາເປັນຕ້ອງຢູ່ໃນເຮືອນ, ໃຫ້ໃຊ້ຜ້າອັດປາກ, ຢູ່ເໜືອລົມ, ຫຼີກລ່ຽງການຢູ່ນອກອາຄານເຮືອນ, ຄວນລ້າງມືເລື້ອຍໆ ເພື່ອບໍ່ໃຫ້ຝຸ່ນລະອອງຕິດມືເມື່ອຮັບປະທານອາຫານ ຖ້າມີອາການເກີດຂຶ້ນຕໍ່ລະບົບທາງເດີນຫາຍໃຈເປັນຕົ້ນໄອຫຼາຍ, ຫາຍໃຈຍາກ, ແໜ້ນໜ້າເອິກ, ຫົວໃຈເຕັ້ນບໍ່ປົກກະຕິ, ວິນຫົວ, ປວດຮາກ, ເມື່ອຍງ່າຍ ແລະ ມີອາການອື່ນໆ. ໂດຍສະເພາະແມ່ນຜູ້ທີ່ຢູ່ໃນກຸ່ມສ່ຽງເດັກນ້ອຍ, ແມ່ມານ, ຜູ້ອາຍຸສູງຜູ້ທີ່ມີພູມແພ້, ໂລກປະຈໍາຕົວໃຫ້ກຽມຢາໄວ້ຕະຫຼອດ ແລະ ສິ່ງສໍາຄັນຄວນໃຫ້ປຶກສາແພດ ແລະ ປິ່ນປົວໃຫ້ທັນເວລາ. ຜ່ານການກວດກາສຸຂະພາບຂອງພໍ່-ແມ່ປະຊາຊົນຢູ່ເຂດໃກ້ຄຽງເຫັນວ່າບໍ່ພົບຜູ້ມີອາການໜັກ ເຊິ່ງມີພຽງອາການຫາຍໃຈຍາກເທົ່ານັ້ນ.

ປັດຈຸບັນ, ສະໜາມຂີ້ເຫຍື້ອຖືກໄຟໄໝ້ 30 ກວ່າເຮັກຕາ ເຈົ້າໜ້າທີ່ສາມາດຄວບຄຸມໄຟໃນວົງຈໍາກັດ ແລະ ກໍາລັງລະດົມລົດນໍ້າ, ຈົກດິນຖົມຈຸດທີ່ໄຟໄໝ້ ເຊິ່ງຄາດວ່າຈະໃຫ້ສໍາເລັດໃນ 5 ວັນຕໍ່ໜ້າ. ເຫດການດັ່ງກ່າວໄດ້ເກີດຂຶ້ນໃນເວລາປະມານ 12:00 ໂມງ ຂອງວັນທີ 4 ມີນາ 2018 ເຊິ່ງເກີດຈາກໄຟລາມປ່າປິວພັດເຂົ້າມາໃນສະໜາມບວກກັບສະພາບອາກາດຮ້ອນ ຈິ່ງເຮັດໃຫ້ໄຟລຸກໄໝ້ຢ່າງໄວວາບໍ່ສາມາດຄວບຄຸມໄດ້ໃນເບື້ອງຕົ້ນ.

 

ແຫລ່ງຂ່າວ: Sengaloun Sayalath

ບົດຄວາມຫຼ້າສຸດ

ລັດຖະບານຍີ່ປຸ່ນໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 40,570 ໂດລາສະຫະລັດ ໃນ “ໂຄງການກໍ່ສ້າງລະບົບນໍ້າລິນບ້ານນາປັນແຂວງຊຽງຂວາງ” ພາຍໃຕ້​ໂຄງ​ການ​ຊ່ວຍເຫຼືອລ້າ​ຂັ້ນ​ຮາກ​ຖານ (GGP).

ພິທີເຊັນສັນຍາໃນຄັ້ງນີ້ແມ່ນການສະໜັບສະໜູນທຶນຮອນ ເພື່ອກໍ່ສ້າງລະບົບນໍ້າລິນທີ່ບ້ານນາປັນແຂວງຊຽງຂວາງ ໂດຍມີເປົ້າໝາຍເພື່ອປັບປຸງ ແລະ ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນໃຫ້ສາມາດເຂົ້າເຖິງແຫຼ່ງນໍ້າທີ່ສະອາດ ແລະ ຖືກສຸຂະອະນາໄມ. ໃນພິທີເຊັນສັນຍາ ພະນະທ່ານ ໂຄອິຊຶມິ ຊຶໂຕະມຸ, ເອກອັກຄະຣາຊະທູດຍີ່ປຸ່ນ ປະຈໍາ ສປປ ລາວ​...

ການເອົາຈວຍມາຕັ້ງຈອງບ່ອນຈອດລົດແຄມທາງ ຜິດກົດໝາຍຈະລາຈອນ ຖືກປັບໄໝ ແລະ ປິດກິດຈະການ.

ຕາມກົດໝາຍຂອງ ສປປ ລາວ, ການກະທຳທຸກຮູບແບບທີ່ເປັນການ ຢຶດຄອງ, ນຳໃຊ້ ຫຼື ວາງສິ່ງກີດຂວາງ ຢູ່ເທິງທາງຫຼວງ ແລະ ເຂດສະຫງວນທາງຫຼວງ (ລວມທັງໜ້າທາງ, ທາງຍ່າງ, ແລະ...

ອັດຕະປື ພົບຜູ້ປະລະການຮຽນ 5,000 ກວ່າຄົນ ພ້ອມເລັ່ງຊຸກຍູ້ສູ່ຕະຫຼາດແຮງງານ

ພະແນກແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ແຂວງອັດຕະປື ໄດ້ຈັດກອງປະຊຸມສະຫລຸບວຽກງານຈຸດບໍລິການຈັດຫາງານພາຍໃນ ແລະ ແກ້ໄຂບັນຫາຂາດແຮງງານຂອງແຂວງອັດຕະປື 6 ເດືອນຕົ້ນປີ 2026 ແລະ ແຜນສືບແກ້ໄຂບັນຫາການຂາດແຄນແຮງງານ ແລະ...