spot_img
Homeຂ່າວພາຍ​ໃນປະທານອົງການກວດກາແຫ່ງຊາດ ສະເໜີ ໃຫ້ລັດຖະບານ ລົງໂທດພະນັກງານທີ່ທຸດຈະລິດ

ປະທານອົງການກວດກາແຫ່ງຊາດ ສະເໜີ ໃຫ້ລັດຖະບານ ລົງໂທດພະນັກງານທີ່ທຸດຈະລິດ

Published on

ປະທານອົງການກວດກາແຫ່ງຊາດ ສະເໜີແນະໃຫ້ ລັດຖະບານລາວ ດຳເນີນມາດຕະການ ລົງໂທດຢ່າງເດັດຂາດ ຕໍ່ພະນັກງານທຸກຄົນທີ່ປະຕິບັດໜ້າທີ່ໂດຍທຸດຈະລິດ ເຮັດໃຫ້ລັດຖະບານສູນເສຍງົບປະມານ.

ທ່ານ ບຸນທອງ ຈິດມະນີ ປະທານອົງການກວດກາແຫ່ງຊາດ ຖະແຫລງຢືນຢັນວ່າການກວດກາບັນດາໂຄງການທີ່ລົງທຶນໂດຍລັດຖະບານລາວ ໃນແຜນພັດທະນາເສດຖະກິດ ແລະສັງຄົມແຫ່ງຊາດປະຈຳປີ 2017 ພົບວ່າ ມີເຖິງ 209 ໂຄງການທີ່ຈັດຕັ້ງປະຕິບັດບໍ່ຖືກຕ້ອງຕາມລະບຽບກົດໝາຍວ່າ ການຈັດຊື້ ແລະຈັດຈ້າງ ໃນນີ້ແບ່ງເປັນ 103 ໂຄງການທີ່ບໍ່ໄດ້ຈັດການປະມູນ ແລະ 106 ໂຄງການ ທີ່ຈັດການປະມູນ ຢ່າງບໍ່ຖືກຕ້ອງຕາມລະບຽບກົດໝາຍ ຊຶ່ງເຮັດໃຫ້ລັດຖະບານຕ້ອງເສຍຫາຍດ້ານງົບປະມານ ຄິດໄລ່ເປັນມູນຄ່າລວມຫຼາຍກວ່າ 5,331 ຕື້ກີບ ໂດຍຍັງບໍ່ລວມເຖິງໂຄງການສຸກເສີນ ເພື່ອຕ້ານໄພພິບັດແຕ່ຢ່າງໃດ.

ພາຍໃຕ້ສະພາບການດັ່ງກ່າວ ເຮັດໃຫ້ມີຄວາມຈຳເປັນຢ່າງຮີບດ່ວນທີ່ສຸດ ທີ່ລັດຖະບານລາວ ຈະຕ້ອງດຳເນີນມາດຕະການລົງໂທດຢ່າງເດັດຂາດ ຕໍ່ພະນັກງານລັດທຸກຄົນ ທີ່ກະທຳຄວາມຜິດດັ່ງກ່າວ ທັງນີ້ ເພື່ອປ້ອງກັນບໍ່ໃຫ້ມີການທຸດຈະລິດເກີດຂຶ້ນອີກ ດັ່ງທີ່ ທ່ານບຸນທອງ ໄດ້ໃຫ້ການສະເໜີແນະວ່າ:

“ສຳລັບບຸກຄະລາກອນ ແລະ ການຈັດຕັ້ງທີ່ມີການລະເມີດ ເຊັ່ນວ່າ ອະນຸຍາດໂຄງການນອກແຜນ ການຈ່າຍເກີນແຜນ ໂຄງການທີ່ບໍ່ເຮັດໄປຕາມການອອກແບບໂຄງການມູນຄ່າສູງ ໂຄງການທີ່ບໍ່ມີຄຸນນະພາບ ສະເໜີໃຫ້ລັດຖະບານໃຫ້ແກ້ໄຂຕາມລະບຽບກົດໝາຍ ຕໍ່ກັບຜູ້ທີ່ກະທຳດັ່ງກ່າວ ໂດຍວິທີການສຶກສາອົບຮົມວິທີການສຳຫຼວດກ່າວເຕືອນ ຫຼືວິທີໃນການແກ້ໄຂອຳນາດບໍລິຫານປົດໜ້າທີ່ຕຳແໜ່ງ, ຍົກຍ້າຍ ຫຼືວ່າໜັກກວ່ານັ້ນ ກໍ່ມາດຕະການທາງກົດໝາຍ.”

ບົດຄວາມຫຼ້າສຸດ

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...

ສປປ ລາວ ສົ່ງອອກໝາກມ່ວງສົດ ຂະບວນທໍາອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ

ສົ່ງອອກສູ່ຕະຫຼາດສາກົນ ສປປ ລາວ ສົ່ງອອກໝາກມ່ວງສົດຂະບວນທຳອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ ວັນທີ 30 ພຶດສະພາ 2025 ໄດ້ມີພິທີເປີດຂະບວນສົ່ງຫມາກມ່ວງສົດຂະບວນທຳອິດຈາກສປປ...

ຂ່າວດີ! ເປີດບໍລິການຄືນໃໝ່ແລ້ວ ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ

ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ ເປີດບໍລິການຄືນໃໝ່ແລ້ວ ເລີ່ມ 1 ມິຖຸນາ 2025 ເປັນຕົ້ນໄປ. ລັດວິສາຫະກິດການບິນລາວໄດ້ເປີດຖ້ຽວບິນລະຫວ່າງນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງຄືນໃໝ່ ເລີ່ມແຕ່ວັນທີ 1 ມິຖຸນາເປັນຕົ້ນໄປດ້ວຍເຮືອບິນ ATR 72...

ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ຢ່າງເປັນທາງການ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ໄຂຂຶ້ນໃນວັນທີ29 ພຶດສະພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ...