Homeຂ່າວຕ່າງປະເທດກອງທັບຊີເຣຍບຸກຖະລົ່ມກຸ່ມກະບົດຍອດຜູ້ເສຍຊີວິດເພີ່ມ 270 ຄົນພາຍໃນ 3 ມື້

ກອງທັບຊີເຣຍບຸກຖະລົ່ມກຸ່ມກະບົດຍອດຜູ້ເສຍຊີວິດເພີ່ມ 270 ຄົນພາຍໃນ 3 ມື້

Published on

ເອເອຟພີລາຍງານວ່າ ເມື່ອວັນທີ 21 ກຸມພາ 2018 ກຸ່ມສັງເກດການສິດທິມະນຸດຊີເຣຍ ສຳນັກງານໃນນະຄອນຫຼວງລອນດອນ ປະເທດອັງກິດ ລະບຸວ່າ ການໂຈມຕີທາງອາກາດກອງທັບລັດຖະບານຊີເຣຍໃນແຂວງກູຕາຕະເວັນອອກ ຕັ້ງຢູ່ທາງພາກຕະເວັນອອກຂອງນະຄອນດາມັສກັສ ຍັງດຳເນີນໄປຢ່າງຕໍ່ເນື່ອງ ເຖິງແມ່ນວ່າປັດຈຸບັນຈະມີຍອດຜູ້ເສຍຊີວິດແລ້ວ 270 ພາຍໃນ 3 ມື້

ລາຍງານລະບຸວາຫຼາຍເມືອງຂອງແຂວງກູຕາຕະເວັນອອກທີ່ມີພື້ນທີ່ຖືກທຳລາຍຢ່າງໜັກ ດ້ວຍຄວາມພະຍາຍາມຂອງລັດຖະບານທີ່ຕ້ອງການຢຶດເມືອງຄືນຈາກກອງກຳລັງອິສລາມິກ ແລະ ຈີຮັດທີ່ເຊື່ອມໂຍງກັບເຄືອຂ່າຍອັລໄຄ້ານັບຕັ້ງແຕ່ປີ 2012 ການໂຈມຕີໃນວັນພຸດທີ 21 ກຸມພາ ເຮັດໃຫ້ມີຊາວບ້ານຕາຍອີກ 10 ຄົນ ແລະ ອີກຢ່າງໜ້ອຍ 200 ຄົນບາດເຈັບ

https://youtu.be/K7kOJ1N4x88

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...

ຮອງນາຍົກລັດຖະມົນຕີ ລມຕ ກປທ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ

ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍນາຍທະຫານຂັ້ນສູງກອງທັບປະຊາຊົນລາວ ເດີນທາງຢ້ຽມຢາມທາງການ ສາທາລະນະລັດ ສັງຄົມນິຍົມ...