ເຄັດລັບທີ່ເຮັດໃຫ້ຄົນຈີນຮັ່ງມີ

ປັດຈຸບັນນີ້ຕ້ອງຍອມຮັບເລີຍວ່າ ປະເທດຈີນກາຍເປັນປະເທດທີ່ມີບົດບາດດ້ານເສດຖະກິດໃນອັນດັບຕົ້ນໆຂອງໂລກ ແລະ ໃນປະເທດຈີນເປັນອີກປະເທດໜຶ່ງທີ່ມີຄົນລວຍອາໃສຢູ່ຫຼາຍ ເຮົາຈະສັງເກດເຫັນຄົນຈີນທີ່ມາອາໃສຢູ່ລາວ ສ່ວນຫຼາຍເຖິງແມ່ນວ່າພວກເຂົາຈະເຮັດອາຊີບຄ້າຂາຍ ແລະ ຈະເຫັນໄດ້ວ່າພາຍໃນປີສອງປີພວກເຂົາເຫຼົ່ານັ້ນກໍ່ຈະລວຍຂຶ້ນ ມີຢູ່ມີກິນຂຶ້ນເລື່ອຍໆ ວັນນີ້ແອັດມິນເລີຍມີເຄັດລັບທີ່ເຮັດໃຫ້ຄົນຈີນຮັ່ງມີຂຶ້ນມາຝາກ ຫວັງວ່າຄົນທີ່ໄດ້ອ່ານຈະໄດ້ບົດຮຽນດີໆ ເພື່ອຖອດຖອນນຳໄປໃຊ້ໃນຊີວິດປະຈຳວັນຂອງທ່ານ

1. ຄວາມຂະຫຍັນຕ້ອງເປັນທີໜຶ່ງ
ຂໍ້ນີ້ເປັນໜຶ່ງໃນບັນດາອົງປະກອບທີ່ເຮັດໃຫ້ຄົນຈີນທີ່ປະສົບຜົນສຳເລັດໃນທຸລະກິດທຸກຄົນມີ ຄວາມຂະຫຍັນໃນທີ່ນີ້ຄືຕ້ອງເປັນຄົນທີ່ບໍ່ຕິວຽກຕິງານບໍ່ຕິໄລຍະທາງ ຈະໄປຂາຍເຄື່ອງໄກສ່ຳໃດກໍ່ໄປ ເຫມື່ອຍຫຼາຍໄດ້ຂາຍໜ້ອຍກໍ່ຕ້ອງທົນ.

2. ຊື່ສັດມີກິນຈົນວັນຕາຍ
ຄົນຈຳນວນບໍ່ໜ້ອຍທີ່ຕິເຄື່ອງຂອງຈາກຈີນ ແຕ່ຄວາມຊື່ສັດກັບອາຊີບຕົນເອງຄືສິ່ງທີ່ຄົນຈີນຢືດຖືມາຕະຫຼອດ ບໍ່ວ່າຈະຂາຍຫຍັງກໍ່ຕາມສິ່ງທີ່ຕ້ອງມີຄືຄວາມຊື່ສັດກັບສິນຄ້າຕົນເອງ ແລະ ຕ້ອງມີຄວາມເຊື່ອໝັ້ນວ່າຂ້ອຍຕ້ອງປະສົບຜົນສຳເລັດກັບສິ່ງນີ້.

3. ຮູ້ແຫຼ່ງທີ່ຈະເຮັດໃຫ້ຕົ້ນທຶນຕ່ຳ ແລະຮູ້ຕໍ່ລອງ
ຊາວຈີນເປັນພໍ່ຄ້າທີ່ມີຄວາມພະຍາຍາມສູງໃນການຫາສິນຄ້າທີ່ລາຄາຕ່ຳເພື່ອບໍ່ໃຫ້ຕົ້ນທຶນສູງເກີນໄປ ແລະລູກຄ້າສາມາດຮັບໄດ້ ໃນເວລາດຽວກັນຕ້ອງກ້າທີ່ຈະຕໍ່ລອງຫາກເຊື່ອວ່າຂອງສິ່ງນີ້ຂາຍໄດ້ແນ່ນອນ ຫຼັງຈາກນັ້ນກໍ່ເດີນສາຍການຂາຍໃຫ້ໄດ້ຕາມຄວາມຄາດຫວັງ.

4. ວ່ອງໄວຫຼາກຫຼາຍ
ຜູ້ຄ້າຂາຍຫຼາຍຄົນມັກຢືດຕິດກັບຄຸນນະພາບຂອງສິນຄ້າຕ້ອງຂາຍໃຫ້ໄດ້ລາຄາແພງສົມໃຈ ເຮັດໃຫ້ສິນຄ້າຄ້າງຮ້ານດົນໆບໍ່ຂາຍຈັກເທື່ອ ແຕ່ສຳລັບຊາວຈີນຄວາມຄິດເຂົາອັນໜຶ່ງຄືຂອງຊື້-ຂອງຊາຍຊື້ມາກໍ່ຂາຍໄປດີກວ່າຖ້າເອົາກຳໄລຫຼາຍບໍ່ມີໃຜຊື້ ພ້ອມດຽວກັນຕ້ອງໃຫ້ມີຄວາມຫຼາກຫຼາຍໃຫ້ຄົນຊື້ຍູທ່າງເລືອກຕາມໃຈຕ້ອງການຈະຊ່ວຍຍູ້ຍອດຂາຍໄດ້ຫຼາຍຂຶ້ນ.

5. ເຊື່ອວ່າອັນໃດກໍ່ຂາຍໄດ້
ຄົນຈີນມັກຈະຄິດສະເໝີວ່າອັນໃດກໍ່ຂາຍໄດ້ ຫາກເຮົາຕັ້ງໃຈຂາຍກໍ່ຕ້ອງມີຄົນຊື້ ຂໍພຽງໃຊ້ປະໂຫຍດໄດ້ ແລະໂຕເຮົາເອງມີຄວາມອົດທົນພໍ.

6. ກ້າສ້າງຄວາມແຕກຕ່າງ
ເຮົາຕ້ອງຍອມຮັບວ່າຄົນຈີນເປັນຊາດໜຶ່ງທີ່ມີຄວາມຄິດສ້າງສັນທີ່ສຸດຊາດໜຶ່ງໃນໂລກ ມີວິທີການຂາຍທີ່ປະຫຼາດກໍ່ສ້າງຄວາມໜ້າສົນໃຈບໍ່ໜ້ອຍ ຕົວຢ່າງການຕັ້ງລາຄາແພງຈົນຫູອື້ ແຕ່ສາມາດຕໍ່ລາຄາລົງມາໄດ້ແບບຈົນງຶດ ນີ້ຄືການສ້າງພາບລວງຕາເພື່ອເພີ່ມມູນຄ່າສິນຄ້າໄດ້ແບບທາງອ້ອມ