Homeຂ່າວເຫດການນໍ້າໃຈຄົນລາວຫຼັ່ງໄຫຼ ໃຫ້ການຊ່ວຍເຫຼືອພໍ່ຕູ້ ທີ່ທຸກຍາກເມຍຕາຍປະ

ນໍ້າໃຈຄົນລາວຫຼັ່ງໄຫຼ ໃຫ້ການຊ່ວຍເຫຼືອພໍ່ຕູ້ ທີ່ທຸກຍາກເມຍຕາຍປະ

Published on

ຫຼັງຈາກທີ່ຫຼາຍພາກສ່ວນ ຫຼາຍຄົນໄດ້ຊ່ວຍກັນແຊຣ໌ເລື່ອງ ການເສຍຊີວິດຂອງແມ່ຕູ້ຜູ້ທຸກຍາກ ບ້ານສົມຫວັງເໜືອ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ເມື່ອວັນທີ 22 ມັງກອນ 2018 ໂດຍບອກວ່າແມ່ຕູ້ອາໄສຢູ່ກັບພໍ່ຮູ້ສອງຄົນ ສ່ວນລູກລ້ຽງບໍ່ໄດ້ຢູ່ນຳ. ເມື່ອເສຍຊີວິດແລ້ວບໍ່ມີຫຍັງຈັກຢ່າງ ແມ່ນແຕ່ໂລງສົບ ສ່ວນພໍ່ຕູ້ຜູ້ເປັນຜົວກໍບໍ່ຊ່ວຍເຫຼືອໂຕເອງໄດ້ ລົມນຳກໍຍັງບໍ່ຮູ້ເລື່ອງ.

ດ້ວຍຄວາມສົງສານ ຄົນຂ້າງບ້ານຈຶ່ງໄດ້ຢືນມືເຂົ້າຊ່ວຍເຫຼືອ ແລະ ໂພສລົງເຟສບຸກ ຜູ້ມີນ້ຳໃຈຫຼາຍຄົນເມື່ອໄດ້ອ່ານເຖິງເລື່ອງທີ່ເກີດຂຶ້ນ ຕ່າງກໍ່ໄດ້ໃຫ້ການຊ່ວຍເຫຼືອກັນຢ່າງຫຼວງຫຼາຍ ຊຶ່ງສະແດງໃຫ້ເຫັນວ່າ ຄົນລາວເຮົາມີນ້ຳໃຈເອື້ອເຜື້ອເຜື່ອແຜ່ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນເວລທີ່ຕົກທຸກໄດ້ຍາກ.

ບົດຄວາມຫຼ້າສຸດ

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...

ຮອງນາຍົກລັດຖະມົນຕີ ລມຕ ກປທ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ

ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍນາຍທະຫານຂັ້ນສູງກອງທັບປະຊາຊົນລາວ ເດີນທາງຢ້ຽມຢາມທາງການ ສາທາລະນະລັດ ສັງຄົມນິຍົມ...

ກະຊວງສາທາ ສະເໜີ ຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

​ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ວັນທີ 14 ຕຸລາ 2026, ທ່ານນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ...