spot_img
Homeຂ່າວເຫດການນຸຖາບອກ ຮູບພາບທີ່ເຫັນ ເປັນເລື່ອງປົກກະຕິຂອງຄົນເຮັດວຽກ ໃນວົງການບັນເທິງ

ນຸຖາບອກ ຮູບພາບທີ່ເຫັນ ເປັນເລື່ອງປົກກະຕິຂອງຄົນເຮັດວຽກ ໃນວົງການບັນເທິງ

Published on

ພາຍຫຼັງທີ່ໂລກໂຊຊ່ຽວອອນລາຍ ຫຼາຍແຫ່ງໄດ້ກະໜໍ່ານຳສະເໜີຂ່າວເລື່ອງ ໂຄສົກ ນຸຖາ ຄົບຫາສະມາຄົມຖານຊູ້ສາວ ກັບຊາຍອື່ນທີ່ມີພັນລະຍາຢູ່ແລ້ວ ອອກສູ່ສັງຄົມ ກາຍເປັນຂ່າວດັງຂອງວົງການບັນເທິງລາວໄປພາຍໃນບໍ່ທໍ່ໃດຊົ່ວໂມງ.

ຫຼ້າສຸດມື້ນີ້, ກົມໃຫຍ່ສັນຕິບານ ກະຊວງປ້ອງກັນຄວາມສະຫງົບໄດ້ອອກແຈ້ງການ ໃຫ້ບັນດາສື່ສັງຄົມອອນລາຍ ໃຫ້ລຶບຮູບພາບແລະຂໍ້ຄວາມທີ່ລະບຸວ່າ ນຸຖາ ໄດ້ຄົບຫາຊາຍອື່ນທີ່ມີຄູ່ສົມລົດຢູ່ແລ້ວ ນັ້ນອອກພາຍໃນ 24 ຊົ່ວໂມງ.

ໃນແຈ້ງການບາງຕອນລະບຸວ່າ ໂຄສົກ ນຸຖາ ໄດ້ໃຫ້ຄວາມກະຈ່າງແຈ້ງວ່າ: ໃນນາມທີ່ເປັນບຸກຄົນໜຶ່ງທີ່ເຮັດວຽກຢູ່ໃນວົງການບັນເທິງຂອງລາວ ແລະໄດ້ຮັບໃຊ້ສັງຄົມ ແມ່ນເປັນເລື່ອງທຳມະດາທີ່ຈະໄດ້ມີການພົບປະກັບຫຼາຍຄົນໃນການສ້າງກິດຈະກຳ, ງານລ້ຽງຕ່າງໆ ເພາະສ່ວນຕົວຂ້າພະເຈົ້າເອງກໍໄດ້ມີໂອກາດຮ່ວມງານກັບຫຼາຍພາກສ່ວນ, ຫຼາຍບໍລິສັດ ເຊິ່ງວ່າເປັນເລື່ອງປົກກະຕິທີ່ຈະເຫັນຢູ່ຕາມສະຖານທີ່ງານຕ່າງໆ.

ດັ່ງຂໍ້ຄວາມທີ່ຕັດມາລຸ່ມນີ້:

ບົດຄວາມຫຼ້າສຸດ

ສຕລ ປະກາດລາຍຊື່ນັກກິລາທີມຊາດລາວ ຍູ 23 ເຂົ້າຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ.

ປະກາດ 23 ລາຍຊື່ນັກກິລາທີມຊາດລາວ ຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ. ໃນວັນທີ 11 ກໍລະກົດ 2025 ສະຫະພັນບານເຕະແຫ່ງຊາດລາວ (ສຕລ)...

ດາວດວງໃໝ່! ສາຍແສງໃນເວທີສາກົນ ອອດສະກ້າ ນັກກິລາໜຸ່ມນ້ອຍລາວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ

ນ້ອງ ອອດສະກ້າ ອາຍຸ 11 ປີ ໜຸ່ມນ້ອຍແຄ່ງລູກເຂົ້າໜຽວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ ທີ່ປະເທດແອັດສະປາຍ. ກາຍເປັນອີກຂ່າວດີຂອງວົງການກິລາບານເຕະເຍົາວະຊົນລາວ ອີກໜຶ່ງຜົນງານໃນເວທີສາກົນ ທ້າວ ສີນໄຊ ຫຼວງບຸນເຮືອງ ຫຼື...

ເຈົ້າໜ້າທີ່ຕຳຫຼວດໄທຈັບກຸມ ໜຸ່ມຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຫາເງິນຊື້ອາຫາານໃຫ້ໝາ-ແມວ

ໜຸ່ມໄທຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຊື້ອາຫານມາລ້ຽງໝາ-ແມວ 30 ກວ່າໂຕ ສຳນັກຂ່າວໄທລັດລາຍງານໃນວັນທີ 9 ກໍລະກົດ 2025 ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດໄທ ຮ່ວມກັບພາກສ່ວນກ່ຽວຂ້ອງໄດ້ລົງພຶ້ນທີ່ເພື່ອແກ້ໄຂບັນຫາຢາເສບຕິດ ຕາມການລາຍງານຂອງພົນລະເມືອງດີວ່າມີກຸ່ມຄົນຄ້າຂາຍຢາເສບຕິດໃນຊຸມຊົນແຫ່ງໜຶ່ງໃນ ຈັງຫວັດ ສຣະແກ້ວ ປະເທດໄທ. ຕາມການລົງພຶ້ນທີ່ຕົວຈິງຂອງເຈົ້າໜ້າທີ່ໄທສາມາດຈັບຕົວຜູ້ຖືກຫາໄດ້ໜຶ່ງຄົນ...

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຢ່າງເປັນທາງການ

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ. ພິທີເຊັນບົດບັກທຶກ ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ຈາກກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຈັດຂຶ້ນໃນວັນທີ 8 ກໍລະກົດ 2025,...