spot_img
Homeຂ່າວການພັດທະນາ ຮ່ອງລະບາຍນ້ຳຕາມທາງຫລາຍສາຍໃນຕົວເມືອງບໍ່ໄດ້ມາດຕະຖານ

ຮ່ອງລະບາຍນ້ຳຕາມທາງຫລາຍສາຍໃນຕົວເມືອງບໍ່ໄດ້ມາດຕະຖານ

Published on

 

ມີຄຳຖາມເກີດຂຶ້ນບໍ່ໜ້ອຍວ່າ ເປັນຫຍັງຫລາຍເສັ້ນທາງທີ່ກໍ່ສ້າງໃໝ່ໃນຕົວເມືອງ ຈຶ່ງມີນ້ຳຖ້ວມອັ່ງຫລາຍ ເມື່ອ

ເວລາຝົນຕົກລົງມາ? ຕົວຢ່າງຄືສະພາບຝົນຕົກຢູ່ນະຄອນຫລວງວຽງຈັນ ເມື່ອສອງວັນຜ່ານມາ, ໄດ້ເຮັດໃຫ້ເກີດ

ມີນ້ຳຖ້ວມອັງຕາມເສັ້ນທາງຫລາຍສາຍ ແລະ ໄຫລເຂົ້າຖ້ວມເຮືອນຊານປະຊາຊົນຫຼາຍຫລັງໃນເສັ້ນທາງໂພນຕ້ອງ,

ສາຍລົມ, ດົງໂດກ, ທາດຫລວງ, ທາດຂາວ, ສວນມອນ ແລະ ເຂດອື່ນໆ, ອັນໄດ້ສ້າງຄວາມເສຍຫາຍຕໍ່ຊັບສິນ ແລະ

ສົ່ງຜົນກະທົບຕໍ່ການສັນຈອນໃນຕົວເມືອງບໍ່ໜ້ອຍ ແລະ ນັກຂ່າວພວກເຮົາໄດ້ເອົາບັນຫາທີ່ສັງຄົມສົນໃຈນີ້ ໄປ

ຖາມທ່ານ ວິໄລສິດ ສີລາວົງ ຮອງອຳນວຍການ ບໍລິສັດ ແພງຄຳມີກໍ່ສ້າງຂົວທາງສ້ອມແປງຄົບວົງຈອນ, ເຊິ່ງໄດ້ຮັບ

ມອບໝາຍຈາກອົງການພັດທະນາ ແລະ ບໍລິຫານຕົວເມືອງ (ອພບ) ນະຄອນຫລວງວຽງຈັນ ດຳ ເນີນການອານາ

ໄມຮ່ອງລະບາຍນ້ຳໃນຕົວເມືອງ ເພື່ອຫລຸດຜ່ອນບັນຫານ້ຳຖ້ວມຂັງຕາມຕົວເມືອງໃນປັດຈຸບັນ, ໂດຍທ່ານຕອບວ່າ:

ບັນຫາຕົ້ນຕໍທີ່ພາໃຫ້ເກີດນ້ຳຖ້ວມຂັງຄື: ການອອກແບບກໍ່ສ້າງຮ່ອງລະບາຍນ້ຳບໍ່ໄດ້ມາດຕະຖານ (ຮ່ອງນ້ຳນ້ອຍ)

ເຮັດໃຫ້ອຸດຕັນໄດ້ງ່າຍ ແລະ ມີຄວາມຫຍຸ້ງຍາກໃນການເຮັດອະນາ ໄມ, ຫລາຍເສັ້ນທາງແມ່ນເຕັມ ແຕ່ຂີ້ດິນ-ຂີ້ຝຸ່ນ

ທີ່ຕິດມານຳຕີນລົດບັນທຸກຕ່າງໆ ແລ້ວກໍໄຫລລົງໄປເຕັມອັດຮ່ອງນ້ຳ ແລະ ພາກລັດກ່ຽວຂ້ອງກໍບໍ່ໄດ້ເຮັດການອະ

ນາໄມເສັ້ນທາງເປັນປົກກະຕິທຸກປີ ແລະ ການມີສະຕິເປັນເຈົ້າການຕື່ນຕົວຂອງສັງຄົມ ໃນການອານາໄມເສັ້ນທາງ

ແມ່ນຍັງບໍ່ທັນສູງ, ສ່ວນຫລາຍຍັງລໍຖ້າໃຫ້ແຕ່ພາກລັດກ່ຽວຂ້ອງມາອານາໄມໃຫ້ ແລະ ເສັ້ນທາງໃດ ຫາກພາກລັດ

ບໍ່ໄປຮອດໄປເຖິງໃນການອະນາໄມ ກໍແມ່ນຖືກປະປ່ອຍໃຫ້ມີການສະສົມຂີ້ດິນຕາມຂອບທາງເພີ່ມຫລາຍຂຶ້ນນັບມື້.

 

ທ່ານ ວິໄລສິດ ກ່າວວ່າ: ປັດຈຸບັນ ບໍລິສັດຕົນ ພວມຈັດຕັ້ງປະຕິບັດການອະນາໄມຮ່ອງລະບາຍນ້ຳຕາມແຄມທາງ

ຫລາຍຈຸດໃນຕົວເມືອງ ທີ່ເຫັນວ່າເກີດນ້ຳຖ້ວມຂັງໜັກໜ່ວງ, ເຊິ່ງແມ່ນ ອພບ ເປັນຜູ້ກຳນົດຈຸດຄື ເສັ້ນທາງເຕ

4 ແຕ່ສີ່ແຍກໄຟແດງທາດຫລວງ ຫາຄອງຊົນລະປະທານຮ່ອງແຊງບ້ານຮ່ອງແກ, ສາມແຍກຕີນຄອຍໂພນຕ້ອງ

ປະມານ 200 ແມັດ, ສາມແຍກໄຟແດງສາຍລົມຫາສີ່ແຍກໄຟແດງໄອໂມບາຍ ແລະ ເສັ້ນທາງຕໍ່ໜ້າລາວໂທລະຄົມ

ຮອດເສັ້ນທາງດ້ານຫລັງຕະຫລາດ ທົ່ງຂັນຄຳ ແລະ ເສັ້ນທາງອື່ນໆເຊິ່ງໄດ້ເລີ່ມລົງມືມາແຕ່ກາງເດືອນສິງຫາເປັນ

ຕົ້ນມາ ແລະ ຄາດວ່າຈະໃຫ້ສຳເລັດໃນກາງເດືອນກັນຍານີ້.

 

ແຫຼ່ງຂ່າວ: ລາວພັດທະນາ

 

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...