Homeຂ່າວຕ່າງປະເທດກອງປະຊຸມຫາລື 20ປະເທດ ທີ່ແວນຄູເວີເຫັນພ້ອງເພີ່ມຄວາມກົດດັນຕໍ່ເກົາຫລີເຫນືອ

ກອງປະຊຸມຫາລື 20ປະເທດ ທີ່ແວນຄູເວີເຫັນພ້ອງເພີ່ມຄວາມກົດດັນຕໍ່ເກົາຫລີເຫນືອ

Published on

ສຳນັກຂ່າວຕ່າງປະເທດຈາກເມືອງແວນຄູເວີ, ປະເທດການາດາໃຫ້ຂໍ້ມູນລາຍງານຂ່າວວ່າ ໃນວັນທີ 17 ມັງກອນ 2018 ນີ້ປະເທດການາດາໄດ້ຮັບເຊີນບັນດາຜູ້ແທນຈາກທັງຫມົດ 20 ປະເທດເຂົ້າຮ່ວມກອງປະຊູມ ກ່ຽວກັບມາດຕະການເພີ່ມຄວາມກົດດັນຕໍ່ເກົາຫລີເຫນືອ ແລະ ທັງ 20 ແມ່ນເຫັນພ້ອງໃຫ້ຍົກລະດັບຄວາມກົດດັນຕໍ່ເກົາຫລີເຫນືອ ເພື່ອເພີ່ມແຮງພັກດັນໃຫ້ອີກຝ່າຍຍຸຕິໂຄງການນິວເຄຼຍ ໃນການພົບປະຫາລືກັນຄັ້ງນີ້ ບໍ່ມີ ສ.ປ ຈີນ ແລະ ລັດເຊຍ ເຂົ້າຮ່ວມ.

ຂະນະດຽວກັນ ລັດຖະມົນຕີວ່າການກະຊວງການຕ່າງປະເທດສະຫະລັດ, ເຣັກສ໌ ທິເລີສັນສ໌ຍັງຄົງຊອກຫາຊ່ອງທາງໂອກາດໃນການເຈລະຈາກັບເກົາຫລີເຫນືອ ເພື່ອລົດຄວາມສ່ຽງຂອງການຜະເຊີນຫນ້າດ້ານນິວເຄຼຍ.

ດ້ານຝັ່ງຂອງລັດຖະມົນຕີກະຊວງການຕ່າງປະເທດຍີ່ປຸ່ນ, ທາໂລ ໂຄໂນະ ກ່າວຮຽກຮ້ອງຢູ່ກອງປະຊຸມຢ່າງເຫັນດີເຫັນງາມ ໄປກັບການເຈລະຈາລະຫວ່າງເກົາຫລີເຫນືອກັບເກົາຫລີໃຕ້ ທີ່ເກີດຂື້ນຢ່າງເປັນທາງການຄັ້ງທຳອິດໃນຮອບ 2 ປີ ເມື່ອວັນທີ 9 ມັງກອນ ທີ່ຜ່ານມາ ແລະ ມີການເຈລະຈາຕໍ່ຍອດກັນແລ້ວຢ່າງຫນ້ອຍ 2 ຄັ້ງ, ເພື່ອໃຫ້ເກົາຫລີເຫນືອໄດ້ມີໂອກາດເຂົ້າຮ່ວມການແຂ່ງຂັນກິລາໂອລິມປິກລະດູຫນາວ ທີ່ເກົາຫລີໃຕ້ຈະເປັນເຈົ້າພາບໃນເດືອນຫນ້ານີ້ ວ່າເປັນພຽງການຍ່າງຕາມຫມາກເກມທາງການທູດເທົ່ານັ້ນ ເພື່ອໃຫ້ປະຊາກອນໂລກຕາຍໃຈ.

ແຕ່ເຖີງຢ່າງໃດກໍຕາມ ຈີນ ແລະ ລັດເຊຍຊື່ງເປັນປະເທດຜູ້ອຸປະຖຳລາຍສຳຄັນຂອງເກົາຫລີເຫນືອບໍ່ໄດ້ຖືກຮັບເຊີນເຂົ້າຮ່ວມກອງປະຊຸມຢູ່ເມືອງແວນກູເວີແຕ່ຢ່າງໃດ ຊື່ງທັງສອງປະເທດໄດ້ໃຫ້ການວິຈານຕໍ່ການພົບປະຫາລືໃນຄັ້ງນີ້ວ່າ ເປັນການຮ່ວມຕົວຂອງຜູ້ທີ່ຂາດຄວາມເຂົ້າໃຈຕໍ່ສະຖານະການຂອງເກົາຫລີຢ່າງສີ້ນເຊີງ ແລະ ເຕືອນວ່າ ມີຄວາມເປັນໄປໄດ້ສູງທີ່ເກົາຫລີເຫນືອຈະເບີ່ງການເຄື່ອນໄຫວນີ້ເປັນການຄຸກຄາມ, ເຮັດໃຫ້ສະຖານະການໃນຕອນນີ້ທີ່ກຳລັງຜ່ອນຄາຍ ກັບຄືນມາຕືງຄຽດອີກຄັ້ງ.

ແຫລ່ງຂ່າວຕ່າງປະເທດTNN

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...