ຕອນທີ 19 ອຶດອັດໃຈ
ເພາະໂທນີກາຍເປັນນັກຮຽນເກັ່ງລະດັບປະເທດໄປແລ້ວ ຈິ່ງເຮັດໃຫ້ລະດັບຄວາມ hot ຂອງໂທນີເພີ່ມຂຶ້ນກວ່າເມື່ອກ່ອນເປັນທະວີຄູນ ຈາກເມື່ອກ່ອນມີແຕ່ສາວໆໃນໂຮງຮຽນເທົ່ານັ້ນທີ່ເປັນຕິ່ງ (FC) ແຕ່ຕອນນີ້ມີສາວໆຈາກນອກໂຮງຮຽນເພີ່ມຂຶ້ນມາອີກ ມາລີໄດ້ນັ່ງລະບາຍຄວາມທຸກໃຈນີ້ໃຫ້ເກສອນເພື່ອນຮັກຄົນດຽວຂອງນາງຟັງ
ທີ່ສະໜາມແຂ່ງບາສຂອງໂຮງຮຽນ
ມາລີ: ເຮົາເລີ່ມຈະທົນບໍ່ໄຫວແລ້ວໃດ໋ເພິ່ນ
ເກສອນ: ເປັນອັນເລີ
ມາລີ: ເບື່ອພວກຜູ້ຍິງຈາກໂຮງຮຽນອື່ນເຂົ້າມາໂຮງຮຽນ ທຳທ່າມາຕີນຽນວ່າມາຫຼິ້ນກັບເພື່ອນໃນໂຮງຮຽນ ແຕ່ຄວາມຈິງແລ້ວພວກນັ້ນມັນຮ້າຍ ຈ້ອງຈະມາເອົາປາແຫ້ງຂອງເຮົາທຸກເວລາ
ເກສອນ: ແລ້ວໂທນີເປັນປາແຫ້ງຂອງເພິ່ນຕັ້ງແຕ່ເມື່ອໃດ
ມາລີເກົາຫົວ: ຢາກຈະບ້າຕາຍ ຕົນເອງຄິດຫວງເຂົາຢູ່ຝ່າຍດຽວ! ເຮັດຫຍັງອອກໜ້າກໍ່ເຮັດບໍ່ໄດ້
ເກສອນ: ຄືບໍ່ເຮັດໃຫ້ມັນຊັດເຈນໄປເລີຍ! ພວກນັ້ນຈິ່ງຈະບໍ່ໄດ້ມາຫຍຸ້ງກັບໂທນີຂອງເພິ່ນ
ມາລີ: ຈະດີບໍ! ບໍ່ກ້ານ່ະເພິ່ນ ຖ້າບອກໄປວ່າມີໃຈແບບຕົງໆ ແລ້ວຖ້າອີກຝ່າຍບໍ່ຄິດຄືກັນມີຫວັງອາຍໄປຮອດບັນພະບູລຸດພຸ້ນລ່ະ
ເກສອນ: ເບາະ! ທຸກມື້ນີ້ເພິ່ນຄິດວ່າເພິ່ນຍັງບໍ່ຊັດເຈນວ່າຊັ້ນ
ມາລີຍິ້ມໂຊແຂ້ວ: ແຮ້ແຮ້
ເກສອນ: ເອີ້ມາລີ! ເຂົາມີເລື່ອງໜຶ່ງຢາກຈະຖາມເພິ່ນເລື່ອງມັງກອນ
ມາລີ: ເລື່ອງຫຍັງລ່ະ
ເກສອນໜ້າກັງວົນ: ບໍ່ມີຫຍັງ
ມາລີ: ເອົ້າ! ແປກຄົນ! ຕົກລົງຈັ່ງໃດມີຫຍັງສິຖາມກໍ່ເວົ້າມາໂລດ
ເກສອນ: ໄວ້ມື້ໜ້າສະ! ຕອນນີ້ເຂົາລືມແລ້ວວ່າສິຖາມຫຍັງເພິ່ນ
ມາລີພະຍັກໜ້າ: ເອີໆ ແບບນັ້ນກະໄດ້
ແລງວັນພະຫັດຊົ່ວໂມງອອກແຮງງານ ນັກຮຽນທຸກຄົນໃນໂຮງຮຽນຕ່າງຮ່ວມໃຈກັນອະນາໄມຫ້ອງຮຽນຂອງຕົວເອງ ພ້ອມບໍລິເວນທີ່ໄດ້ຮັບມອບໝາຍ ໃນຂະນະທີ່ໂທນີກຳລັງກວດໃບໄມ້ທີ່ໜ້າຫ້ອງ ກໍ່ມີສາວງາມຈາກຕ່າງໂຮງຮຽນ (ສີດາ) ຍ່າງມາຫາເຂົາພ້ອມທັກທາຍຢ່າງສະໜິດສະໜົມ ແຕ່ດ້ວຍຄວາມງາມຂອງນາງນັ້ນເຮັດໃຫ້ໜຸ່ມໆໃນໂຮງຮຽນຕ່າງໂຫ່ຮ້ອງຢອກເມື່ອເວລານາງຍ່າງກາຍ ຈົນເຮັດໃຫ້ສາວໆໃນບໍລິເວນນັ້ນຜູ້ສຶກບໍ່ພໍໃຈໄປຕາມໆກັນ ແນ່ອນໜຶ່ງໃນນັ້ນຕ້ອງມີມາລີຮ່ວມຢູ່ນຳ
ບ່າວນັກຮຽນຮ້ອງຢອກ: ສາວໆ! ສົນໃຈເດີ້! ມີແຟນແລ້ວບໍ່
ສີດາບໍ່ສົນໃຈກັບສຽງຮ້ອງຢອກຈາກໃຜທັງນັ້ນນາງຕັ້ງໃນຍ່າງມຸ້ງໜ້າໄປຫາໂທນີດ້ວຍສີທີ່ມີຮອຍຍິ້ມສົດໃສແຕ່ຂ້າງໃນມີປະໝ່າເລັກນ້ອຍ ສີດາໄດ້ໄປຍືນຕໍ່ໜ້າໂທນີພ້ອມທັງທາຍ ໂທນີໄດ້ຍິນສຽງທີ່ຄຸ້ນເຄີຍເຖິງກັບຢຸດກວດໃບໄມ້ແລ້ວຫັນກັບມາເບິ່ງສີດາແຕ່ຫົວຮອດຕີນດ້ວຍສີໜ້າແປກໃຈ ເມື່ອໂທນີພົບກັບສີດາອີກຄັ້ງທຸກຢ່າງໄດ້ສະຫງົບນິ້ງໄປ 1 ນາທີກ່ອນທີ່ສີດາຈະເປັນຝ່າຍເລີ່ມທັກທາຍກ່ອນ
ສີດາ: ຍັງຄືເກົ່າບໍ່ປ່ຽນເລີຍເນາະເພິ່ນ! ຄັ້ງທຳອິດທີ່ຂ້ອຍພົບເຈົ້າຕອນ ມ2 ຂ້ອຍກໍ່ເປັນຝ່າຍທັກທາຍເຈົ້າກ່ອນ
ມັງກອນ: ມານີ້ໄດ້ແນວໃດ
ສີດາ: ຮູ້ຂ່າວຈາກໜັງສືພິມ! ດີໃຈນຳເດີ້ ເພິ່ນນີ້ບໍ່ເຄີຍເຮັດໃຫ້ຜິດຫວັງແທ້ໆ
ມັງກອນ: ອຶມ
ສີດາ: ເພື່ອນອຸສ່າເດີນທາງມາຕັ້ງໄກເພື່ອມາຢາມ ເໝື່ອຍກໍ່ເໝື່ອຍຮ້ອນກໍ່ຮ້ອນບໍ່ຄິດຈະຊວນໄປນັ່ງກິນນ້ຳເລີຍຫວາ! ໃຈດຳເກີນໄປແລ້ວໃດ໋
ໂທນີໄດ້ພາສີດາໄປນັ່ງດື່ມນ້ຳທີ່ຮ້ານອາຫານໂຮງຮຽນ ເຊິ່ງມັນໄດ້ສ້າງຄວາມຕື່ນຕົກໃຈໃຫ້ກັບສາວໆໃນໂຮງຮຽນເຖິງທີ່ສຸດ
ມາລີຖິ້ມກ້ານຟອຍແລ້ວລາກເກສອນນຳສອງຄົນນັ້ນໄປແບບຕິດໆ ເກສອນກັບມາລີໄດ້ໄປນັ່ງຂ້າງໂຕະທີ່ໂທນີກັບສີດານັ່ງ ໂທນີເຮັດແລ້ວເຖິງກັບຖອນຫາຍໃຈ
ສີດາ: ໂທນີຂ້ອຍສັ່ງນ້ຳປັ່ນໝາກພ້າວໃຫ້ເຈົ້າລ່ະເດີ້! ຂ້ອຍຍັງຈື່ໄດ້ວ່າເຈົ້າມັກກິນນ້ຳປັ່ນໝາກພ້າວທີ່ສຸດ
ມາລີຄິດໃນໃຈ (ຊະນີນີ້ແມ່ນໃຜ ຢູ່ໆກໍ່ໂຜ່ມາ ແລະ ຍັງຮູ້ອີກວ່າໂທນີມັກກິນນ້ຳປັ່ນໝາກພ້າວຂະໜາດເຮົາເອງຍັງບໍ່ຮູ້ມາກ່ອນ)
ສີດາ: ໂທນີຕອນນີ້ເຈົ້າຍັງຫຼໍ່ບໍ່ປ່ຽນເນາະ
ມາລີຄິດໃນໃຈ (ເວົ້າແບບນີ້ສະແດງວ່າໜ້າຈະຮູ້ຈັກກັນມາດົນ ຊະນີຕົວນີ້ມັນຄົງຮ້າຍກວ່າທຸກຕົວທີ່ມາເກາະຕິດໂທນີຂອງເຮົາ)
ສີດາ: ໂທນີ! ໂຮງຮຽນນີ້ເບິ່ງແລ້ວທຳມະດາກວ່າທີ່ໂຮງຮຽນເກົ່າເປັນຫຍັງເພິ່ນຄືບໍ່ເລືອກເຂົ້າໂຮງຮຽນທີ່ມັກຫຼູຫຼາກວ່ານີ້
ມາລີຄິດໃນໃຈ (ອີນີ້ຖ້າບໍ່ຄິດວ່າເປັນແຂກຂອງໂທນີມີຫວັງມຶງອອກໄປບໍສວຍແທ້ມຶງ! ແມ້ງ! ລາມຮອດສະຖາບັນຜູ້ອື່ນເລີຍເດີ້ມຶງ) ມາລີສັ່ງອາຫານສຽງດັງ: ເຈ້! ຂໍຕຳມົ້ວຊົ້ວມາກະແທກປາກຈັກຄົກແນ່ດຸ
ເກສອນ, ໂທນີ, ສີດາໄດ້ແນມເບິ່ງໜ້າມາລີ
ໂທນີ: ໂຮງຮຽນນີ້ມັນໃກ້ບ້ານດີ
ສີດາ: ອໍ! ແຕ່ນັກຮຽນປາກດັງແບບຕະຫຼາດທຸກຄົນເລີຍເບາະ
ມາລີຄິດໃນໃຈ (ມັນດ່າເຮົາຕວະນິ! ເຢັນໄວ້ມາລີຢ່າມີເລື່ອງ)
ໂທນີ: ບໍ່ເປັນທຸກຄົນດອກ! ກໍ່ມີແຕ່ພວກແປກໆເທົ່ານັ້ນລະທີ່ເປັນ
ເພາະຄຳເວົ້າຂອງໂທນີຄຳນີ້ເຮັດໃຫ້ມາລີທີ່ກຳລັງດື່ມນ້ຳຢູ່ໄດ້ຍິນຈົນເຖິງຂັ້ນສະມັກນ້ຳ ຈົນເກສອນເຂົ້າມາຊ່ວຍລູບໃຫ້
ສີດາ: ໂທນີ! ແລງນີ້ເຂົາຂໍໄປກິນເຂົ້າຢູ່ເຮືອນເພິ່ນນຳໄດ້ບໍ່! ດົນໆໄດ້ມາຢາກໄປຢາມລຸງກັບປ້າ! ຄິດຮອດພວກທ່ານ
ໂທນີ: ອຶມ! ກະໄດ້
ມາລີແນມໄປເບິ່ງສີດາ ກັບ ໂທນີດ້ວຍແວວຕາບໍ່ພໍໃຈ
ສີດາເວົ້າກັບໂທນີຄ່ອຍໆ: ໂທນີ! ນາງຈະກັດຂ້ອຍບໍ່
ໂທນີ: ກໍ່ອາດຈະ! ເຮົາໄປບ່ອນອື່ນກັນເຖາະ
ເສອນ: ເຢັນໄວ້ເຢັນໄວ້ສ່ຽວ
ທີ່ເຮືອນຂອງໂທນີສີດາໄດ້ກັບມາຈາກໂຮງຮຽນພ້ອມ ເມື່ອສີດາເຫັນແມ່ເມສາກັບພໍ່ຈອນນີກໍ່ຟ້າວເຂົ້າໄປສະບາຍດີ
ສີດາ: ສະບາຍດີລຸງ ສະບາຍດີປ້າ! ບໍ່ໄດ້ເຫັນພວກເຈົ້າດົນຄິດຮອດຄິດຮອດ
ແມ່ເມສາ: ຍັງປາກຫວານຄືເກົ່າເນາະ! ເປັນແນວໃດພໍ່ແມ່ຫຼານສະບາຍດີຢູ່ບໍ່
ສີດາ: ພວກທ່ານແຂງແຮງດີ! ໂດຍສະເພາະພໍ່ໄປຟິດເນັດທຸກມື້ເລີຍຊ່ວຍນີ້
ພໍ່ຈອນນີ: ໂອ້! ມື້ໜ້າສິໄດ້ໄປຢາມກ່ອນ
ສີດາ: ພໍ່ຫຼານຄົງດີໃຈຖ້າຮູ້ວ່າລຸງສິໄປຍາມ
ແມ່ເມສາ: ຫຼານລົງມາວຽງເທື່ອນີ້ລົງມາທ່ຽວຫວາ
ສີດາ: ຫຼານເຫັນຂ່າວທີ່ໂທນີເສັງໄດ້ທີ່ໜຶ່ງຂອງປະເທດເລີຍລົງມາສະແດງຄວາມດີໃຈນຳ ແລະ ກະວ່າສິມາທ່ຽວວຽງຈັກ 2-3 ມື້ກ່ອນກັບ
ພໍ່ຈອນນີ: ຫຼານພັກຢູ່ບ້ານພີ່ນ້ອງແຖວທົ່ງຂັນຄຳຫັ້ນຕີ້
ສີດາ: ໂດຍແມ່ນລ່ະ! ແຕ່ວ່າແລງນີ້ຕ້ອງຝາກທ້ອງໄວ້ທີ່ເຮືອນຂອງປ້າກັບລຸງກ່ອນໃດ໋ນິ
ແມ່ເມສາ: ສະບາຍຫາຍຫ່ວງ! ດຽວມື້ນີ້ປ້າຈະເຮັດອາຫານແຊບໃຫ້ເຈົ້າກິນ
ສີດາ: ຂອບໃຈລຸງກັບປ້າຫຼາຍໆ
ມາລີຫົດດອກໄມ້ໄປຫງຸດງິດໄປ
ມາລີ: ຊະນີໂຕນັ້ນຕ້ອງເປັນຫຍັງກັບໂທນີແນ່ນອນ ບໍ່ຊັ້ນໂທນີຄົງບໍ່ພາເຂົ້າເຮືອນເດັດຂາດ! ປ່ອຍໄວ້ບໍ່ໄດ້ເຮົາຕ້ອງໄປສືບ
ມາລີໄປຈອບເບິ່ງແຖວຮົ້ວເຮືອນຄອຍສອດສ່ອງຈັບຕາເບິ່ງຢ່າງໃກ້ຊິດ ເຫັນໂທນີກັບສີດານັ່ງລົມກັນທີ່ສວນໜ້າບ້ານຢ່າງສະໜິດສະໜົມ ມາລີຢາກຮູ້ວ່າພວກເຂົາລົມເລື່ອງໃດກັນ ແຕ່ຍ້ອນສອງຄົນນັ້ນຢູ່ໄກເກີນໄດ້ຍິນ ມາລີຈິ່ງແອບລົບຊ້ອນຕົວຢູ່ພຸ່ມໄມ້ແຄມຮົ້ວ ແລະສົ່ງຂໍ້ຄວາມໄປຫາໂທນີ
ມາລີສົ່ງຂໍ້ຄວາມ: ສິໄປຫາເດີ້
ໂທນີເປີດເບິ່ງແລະຕອບ: ມາເຮັດຫຍັງ
ມາລີ: ຢືມປື້ມຈົດບົດຮຽນ
ໂທນີຕອບຂໍຄວາມ: ມື້ນີ້ມີແຂກ! ມື້ອື່ນຈິ່ງມາເອົາ
ມາລີ: ຕ້ອງໄດ້ມື້ນີ້ເທົ່ານັ້ນ
ໂທນີ: ມາເອົາ!
ມາລີຟ້າວລຸກຈາກພຸ່ມໄມ້ແລ່ນໄປທີ່ເຮືອນໂທນີເພື່ອຢືມປື້ມ ມາລີໄຂປະຕູຮົ້ວເຂົ້າມາ ແລະ ເຫັນໂທນີນັ່ງຢູ່ກັບສີດາ
ມາລີທັກທາຍສິດາ: ອ້າວ! ເຈິກັນອີກແລ້ວ
ສີດາຫັນໜ້າໜີ: ອື
ໂທນີ: ສິຢືມປື້ມຫຍັງ
ມາລີ: ພູມສາດ
ແລ້ວໂທນີກໍ່ຍ່າງເຂົາໃນເຮືອນຂື້ນໄປເອົາປື້ມພູມສາດໃນຫ້ອງນອນລົງມາໃຫ້ມາລີ ແລະ ໃນຂະນະທີ່ໂທນີຂຶ້ນໄປເອົາປື້ມໃຫ້ມາລີນັ້ນ ທັງສອງສາວກໍ່ໄດ້ເວົ້າລົມກັນ
ມາລີຈ້ອງເບິ່ງໜ້າສີດາແລ້ວຖາມດ້ວຍຄວາມຢາກຮູ້: ຮູ້ຈັກໂທນີໄດ້ແນວໃດ
ສີດາ: ເລື່ອງຫຍັງຂ້ອຍຕ້ອງບອກ
ມາລີຄິດໃນໃຈ (ຕອບກວດປະສາດຄືມີແນວປິດບັງ): ແລ້ວຮູ້ຈັກກັບໂທນີດົນປານໃດລ່ະ
ສີດາ: ດົນກວ່າທີ່ເຈົ້າຮູ້ຈັກລາວແນ່ນອນ
ມາລີຄິດໃນໃຈ (ຕອບແບບໝັ້ນໃຈແບບນີ້ສະແດງວ່າຄົງດົນພໍສົມຄວນ): ເປັນເພື່ອນກັບໂທນີ ຫຼື …
ສີດາ: ຖາມໂທນີເບິ່ງແຫຼະວ່າຂ້ອຍເປັນຫຍັງກັບລາວ
ແລ້ວໂທນີກໍ່ຍ່າງມາພ້ອມກັບປື້ມພູມສາດ: ເອົາ! ຫ້າມຂຽນຫຍັງໃສ່ເດີ້ ແລະ ຢ່າເຮັດຂາດພ້ອມ
ມາລີ: ຮູ້ແລ້ວນ່າ! ຂອບໃຈເດີ້
ເມື່ອໄດ້ປື້ມພູມສາດຈາກໂທນີແລ້ວມາລີກໍ່ອອກໄປຈາກເຮືອນ ແຕ່ບໍ່ພໍ 10 ນາທີ ມາລີກັບມາຫາໂທນີທີ່ເຮືອນອີກ
ໂທນີ: ມາຫຍັງອີກ
ມາລີ: ຄິດໄດ້ວ່າສຶກສາພົນລະເມືອງກະຍັງບໍ່ໄດ້ຈົດບາງບົດຢາກຢືມໄປກ່າຍຄືນ
ໂທນີກໍ່ຂຶ້ນໄປຫ້ອງໄປເອົາປື້ມສຶກສາພົນລະເມືອງລົງມາໃຫ້ມາລີອີກ ມາໄດ້ປື້ມຈາກໂທນີໄປແລ້ວບໍ່ພໍ 5-10 ນາທີກໍ່ກັບມາອີກຄັ້ງ ເຮັດແບບນີ້ຫຼາຍເທື່ອ ສຸດທ້າຍໂທນີທົນບໍ່ໄວເລີຍຫອບປື້ມລົງມາທັງໝົດ ມາມອບໃຫ້ມາລີ
ໂທນີ: ເອົາໄປໃຫ້ໝົດຄົບທຸກວິຊາ
ມາລີ: ບໍ່ຫຼາຍຂະໜາດນັ້ນກໍ່ໄດ້
ໂທນີ: ເອົາໄປເຖາະ! ເຈົ້າຈິ່ງບໍ່ໄດ້ທຽວມາຫຼາຍເທື່ອ! ເອົາໄປ! ເອົາໄປ! ແລ້ວມື້ອື່ນຮຽນວິຊາໃດລະຈັດມາໃຫ້ຂ້ອຍຢູ່ໂຮງຮຽນພ້ອມ
ມາລີຮູ້ສຶກເສົ້າທີ່ໂທນີຕັດໄຟແຕ່ຕົ້ນ ຮູ້ທັນຄວາມຄິດຂອງນາງ ດັ່ງນັ້ນມາລີຈິ່ງເຮັດໄດ້ພຽງຫອບປື້ມເຫຼົ່ານີ້ຢ່າງກັບບ້ານດ້ວຍທ່າຄໍຕົກ
ຮອດໂມງກິນເຂົ້າແມ່ເມສາໄດ້ອອກມາເອີ້ນໂທນີກັບສີດາເຂົ້າໄປກິນເຂົ້າ ທີ່ໂຕະອາຫານ
ສີດາ: ອາຫານມືມ້ນີີ້ເປັນແຕ່ແຊບທຸກຢ່າງເລີຍ
ແມ່ເມສາ: ເປັນຕາແຊບກໍ່ກິນຫຼາຍໝເດີ້
ສີດາຕັກອາຫານໃຫ້ພໍ່ຈອນນີ, ແມ່ເມສາ ແລະ ໂທນີ
ແມ່ເມສາ, ພໍ່ຈອນນີ: ໂທນີ, ຂອບໃຈ
ກ່າວເຖິງມາລີທີ່ໂຕະອາຫານ
ແມ່ມະລິ: ມື້ນີ້ລູກກິນຄືບໍ່ຢາກເລີຍ
ພໍ່ຫວັນ: ສົງໃສລູກຄົງເບື່ອອາຫານແມ່ມັນ! ມື້ອື່ນເຈົ້າປ່ຽນເມນີອາຫານໃໝ່ເດີ້ ເອົາອັນບຳລຸງ! ບຳລຸງແນ່
ແມ່ມະລິ: ໂອເຄ! ມາລີລູກຢາກກິນຫຍັງເປັນພິເສດບໍ່ດຽວມື້ອື່ນແມ່ເຮັດໃຫ້ກິນ
ມາລີ: ຊ່ວຍນີ້ຢາກຫຼຸດຫຸ່ນ
ພໍ່ຫວັນ: ຈະໄປຫຼຸດເຮັດຫຍັງລູກພໍ່ຫຸ່ນຊ່ຳນີ້ພໍດີແລ້ວ
ມາລີ: ພໍ່ຄິດແນວນັ້ນເບາະ! ຂອບໃຈ
ແລ້ວມາລີກໍ່ລຸກອອກຈາກໂຕະກິນເຂົ້າ
ແມ່ມະລິ: ອີ່ມລະຫວາຄືຫາກໍ່ກິນໜ້ອຍດຽວ
ມາລີ: ອີ່ມແລ້ວ
ມາລີໄປຍ່າງວົນວຽນທີ່ໜ້າບ້ານ ຈອບສ່ອງ ຈະໄປຫາໂທນີກໍ່ບໍ່ໄດ້ ເພາະບໍ່ຮູ້ຈະອ້າງດ້ວຍເຫດຜົນໃດອີກ ກໍ່ເລີຍເຮັດໄດ້ພຽງແຕ່ລໍຢ່າງດຽວ
ຄອບຄົວໂທນີທຸກຄົນອອກມາຢືນກັບສີດາຢູ່ໜ້າບ້ານ
ສີດາ: ຕ້ອງລົບກວນປ້າເຮັດອາຫານ! ລົບກວນລຸງກັບໂທນີໄປສົ່ງຮູ້ສຶກເກງໃຈຢ່າງບອກບໍ່ຖືກ
ແມ່ເມສາ: ບໍ່ຕ້ອງເກງໃຈເຮົາບໍ່ແມ່ນຄົນອື່ນຄົນໄກ!
ສີດາ: ຂອບໃຈປ້າ! ໄວ້ກ່ອນມື້ຫຼານຈະກັບຈະມານອນຢາມປ້າໃຫ້ຫາຍຄິດຮອດຈັກຄືນ
ແມ່ເມສາ: ຍິນດີຕ້ອນຮັບສະເໝີາ ອ່ະນີ້ມັນກໍ່ເດິກຫຼາຍແລ້ວດຽວທາງອາວເຈົ້າສິເປັນຫ່ວງ! ຝາກຄວາມຄິດຮອດເພິ່ນແນ່ເດີ້
ພໍ່ຈອນນີ: ໂທນີຂຶ້ນລົດໄປສົ່ງນ້ອງກັບພໍ່! ບາດຂາກັບພໍ່ຈະໄດ້ມີເພື່ອນລົມ
ມາລີເຫັນໂທນນີ ກັບສີດາ ຂຶ້ນລົດໄປກັບພໍ່ຈອນນີ ມາລີແນມເບິ່ງດ້ວຍສາຍຕາລຸກວາວດ້ວຍຄວາມສົງໃສ
ມາລີ: ຫຶ! ພວກເຂົາຈະພາກັນອອກໄປໃສ
ເມື່ອລົດຂອງພໍ່ໂທນີອອກຈາກເຮືອໄປມາລີກໍ່ຍ່າງກັບມາທີ່ຫ້ອງນອນ ມານັ່ງຄ້ຳແກ້ມຄິດຄົນດຽວທີ່ໂຕະຮຽນນັ່ງສື ຈາກນັ້ນກໍ່ຍ່າງໄປລົ້ມຕົວລົງນອນທີ່ບ່ອນນອນພິກໄປພິກມາ ໂທນີກັບເຂົ້າເຮືອນມາກັບພໍ່ກໍ່ຕອນເດິກແລ້ວ ໂທນີມາຮອດຫ້ອງເຫັນແສງໄຟຫ້ອງນອນຂອງມາລີຍັງເປີດຢູ່
ໂທນີ: ສົງໃສເລັ່ງຈົດບົດຮຽນທັງຄືນ
ມາລີຄວາມຈິງແລ້ວບໍ່ໄດ້ຈົດບົດຮຽນ ແຕ່ຄິດສົງໃສເລື່ອງຂອງໂທນີຈົນເດິກດື່ນແລ້ວຍັງນອກບໍ່ຫຼັບຕ່າງຫາກ