ຕອນທີ 11 ສັບປ່ຽນຫ້ອງ
ທີ່ກະດານຂ່າວຂອງໂຮງຮຽນມີນັຮຽນຈຳນວນຫຼາຍມາຫຸ້ມເບິ່ງລາຍຊື່ຂອງຕົນເອງວ່າຈະໄດ້ຢູ່ຫ້ອງໃດ ເຊິ່ງມາລີກັບໂທນີກໍ່ມາ ໂທນີຢືນມາດນິ້ງຈົກຖົງໂສ້ງແນມເບິ່ງເພື່ອນນັກຮຽນຢູ່ບໍ່ໄກ້ບໍ່ໄກຈາກກະດານຂ່າວ ມີແຕ່ມາລີທີ່ເຂົ້າໄປບຽດຫາລາຍຊື່ຕົວເອງ ມາລີເລີ່ມໄລ່ຊອກຊື່ຕັ້ງແຕ່ຫ້ອງທີ່ອ່ອນທີ່ສຸດຄື 6/5 ໄລ່ມາເລື່ອຍໆຈົນມາເຫັນຊື່ຕົວເອງທີ່ຫ້ອງ 6/3 ແລະ ກໍ່ຍັງມີຊື່ເກສອນ ກັບ ມັງກອນຢູ່ຫ້ອງດຽວກັນອີກດ້ວຍມາລີດີໃຈສຸດໆ ແຕ່ພັກຄວາມດີໃຈມາເປັນຄວາມຕົກໃຈແທບບໍ່ຢາກເຊື່ອສາຍຕາຂອງຕົນເອງເພາະໂທນີຜູ້ທີ່ເປັນອັນດັບໜຶ່ງຂອງຊັ້ນ ມ5 ກັບມີລາຍຊື່ຢູ່ທີ່ຫ້ອງ 6/3 ມາລີໃຊ້ມືສີຕາແລ້ວເບິ່ງຄືນໃໝ່ຫຼາຍໆຄັ້ງເພື່ອນຢືນຢັນ
ມາລີ: ເປັນໄປໄດ້ແນວໃດມັນຕ້ອງມີຄວາມຜິດພາດເກີດຂຶ້ນແນ່ນອນ
ມາລີຍ່າງມາຫາໂທນີແລ້ວເວົ້າວ່າ: ໂທນີເພິ່ນຢ່າຕົກໃຈເດີ້! ຕັ້ງສະຕິໄວ້ດີໆ ເຂົາໄປເບິ່ງລາຍຊື່ມາຄື…
ໂທນີເວົ້າແບບນ້ຳສຽງລຽບໆ: ຂ້ອຍໄດ້ຢູ່ຫ້ອງ 6/3
ມາລີ: ແມ່ນແລ້ວ! ເພິ່ນລອງໄປຖາມອາຈານເບິ່ງຄືນດີບໍ່ວ່າເກີດຄວາມຜິດພາດຫຍັງບໍ່ເປັນຫຍັງປີນີ້ເພິ່ນຄືບໍ່ໄດ້ຢູ່ຫ້ອງ 6/1 ທັງໆທີ່ຜົນການຮຽນເພິ່ນດີຕະຫຼອດມາ
ໂທນີ: ຢ່າເທາະ ຢູ່ຫ້ອງໃດມັນກໍ່ໄດ້ຮຽນຄືກັນຫັ້ນລ່ະ! ໄປ໋ກັບບ້ານ
ມາລີ: ແຕ່ວ່າ…
ໂທນີ: ເລີກສົນໃຈໄດ້ແລ້ວ! ກະດີແລ້ວເດະຄຳຂໍຈາກດາວຕົກຂອງເຈົ້າມັນເປັນຄວາມຈິງແລ້ວ
ມາລີ: ອຶມມມມ
ແລ້ວທັງຄູ່ກໍ່ຍ່າງອອກຈາກຈຸດນັ້ນ ໃນລະຫວ່າງທີ່ມາລີຍ່າງນຳລັງໂທນີໄປຫາລົດທີ່ຈອດໄວ້ຄອກລົດນາງກໍ່ຄິດໄປພ້ອມ
ມາລີຄິດໃນໃຈ: ຖ້າເລື່ອງທີ່ເກີດຂຶ້ນມັນເປັນເພາະປະຕິຫານຊ່ວຍຄຳຂໍຝົນດາວຕົກຂອງເຮົາເປັນຄວາມຈິງດັ່ງທີ່ໂທນີເວົ້າກໍ່ຕ້ອງຂອບໃຈນາງຟ້າທີ່ຊ່ວຍໃຫ້ເຮົາສົມຫວັງໄດ້ຢູ່ຫ້ອງດຽວກັບໂທນີ ແຕ່ນຶກໄປແລ້ວກໍ່ໜ້າຕົກໃຈທີ່ຄົນຮຽນເກັ່ງໆຢ່າງໂທນີຈະຕົກລະດັບມາຢູ່ຫ້ອງກາງໆ ແຕ່ກໍ່ຢ່າເທາະຈັ່ງໃດເຮົາກໍ່ໄດ້ຢູ່ຫ້ອງກັບໂທນີແລ້ວມັນກໍ່ສົມຄວາມປາຖະໜາຂອງເຮົາແລ້ວມັນກໍ່ດີແລ້ວເດະແມ່ນບໍ່ມາລີ
ສຸພາພອນມາເບິ່ງລາຍຊື່ທີ່ຕິດໄວ້ກະດານຂ່າວບໍ່ເຫັນຊື່ໂທນີຢູ່ໃນຫ້ອງ 6/1 ເພາະນັກຮຽນຫ້ອງ 5/1 ລ້ວນແຕ່ມີລາຍຊື່ຢູ່ທີ່ຫ້ອງ 6/1 ເກືອບໝົດທຸກຄົນສຸພາພອນສົງໃສວ່າມັນຕ້ອງເກີດຄວາມຜິດພາດຂຶ້ນແນ່ນອນ ສະນັ້ນສຸພາພອນຈິ່ງໄດ້ໄປຫາອາຈານທີ່ຫ້ອງການເພື່ອສອບຖາມ
ສຸພາພອນ: ອາຈານທ້າວ ໂທນີ ນັກຮຽນເກັ່ງຫ້ອງ 5/1 ເປັນຫຍັງປີນີ້ຈິ່ງຕົກໄປຢູ່ຫ້ອງ 6/3 ເປັນເພາະຜົນສອບລາວເຮັດໄດ້ບໍ່ດີບໍ
ອາຈານເກດແກ້ວ: ຜົນສອບຂອງທ້າວ ໂທນີ ດີທີ່ສຸດ
ສຸພາພອນ: ແລ້ວເປັນຫຍັງປີນີລາວຈິ່ງໄດ້ຢູ່ຫ້ອງ 6/3
ອາຈານເກດແກ້ວ: ຄວາມຈິງແລ້ວເລື່ອງນີ້ອາຈານກໍ່ບໍ່ຢາກເວົ້າຫຍັງຫຼາຍ ເພາະມັນເປັນຄວາມຕ້ອງການຂອງໂທນີເອງ
ສຸພາພອນ: ຄວາມຕ້ອງການຂອງໂທນີ! ອາຈານຊ່ວຍເລົ່າໃຫ້ນ້ອງຟັງໄດ້ບໍ່ວ່າເລື່ອງມັນເປັນມາແນວໃດ
ອາຈານເກດແກ້ວ: ຄົງຈະບໍ່ໄດ້ດອກ! ມີທໍ່ນີ້ຕີ້ ເພາະອາຈານຕ້ອງສະສາງວຽກຕໍ່
ສຸພາພອນໃຈຈິງກໍ່ຢາກຖາມຕໍ່ໄປແຕ່ເກງໃຈຢ້ານລົບກວນອາຈານແນ່ກໍ່ເລີຍ ຈຳໃຈຫ້ອງຫ້ອງມາດ້ວຍສີໜ້າຊືມເສົ້າ ເພາະໃນຊັ້ນ ມ6 ຕ້ອງພາກຈາກໂທນີຊາຍທີ່ຕົນຫຼົງຮັກມາເປັນປີ ຄິດມາແລ້ວກໍ່ຫົດຫູ່ໃຈ ເພາະຕໍ່ຈາກນີ້ໂອກາດທີ່ຈະໄດ້ໃກ້ຊິດໂທນີຄືເມື່ອກ່ອນຄົງບໍ່ມີອີກແລ້ວ
ສຸພາພອນຈົ່ມເບົາໆ: ຄົນບ້າ! ເຮັດແບບນັ້ນລົງໄປເພື່ອຫຍັງ
(ເລົ່າຍ້ອນຄືນໃນວັນທີ່ອາຈານເກດແກ້ວປຣິ້ນລາຍຊື່ນັກຮຽນ ແລະ ໂທນີໄດ້ມາຫາອາຈານທີ່ຫ້ອງການ)
ໂທນີ: ສະບາຍດີອາຈານ
ອາຈານເກດແກ້ວ: ວຽກທີ່ອາຈານໃຫ້ໄປເຮັດແລ້ວ ຫຼື ຍັງ? (ຈັດເອກະສານໃນຫ້ອງສະໝຸດໂຮງຮຽນ)
ໂທນີ: ແລ້ວໆ
ອາຈານເກດແກ້ວ: ດີຫຼາຍ
ມີລົມພັດຜ່ານເຂົ້າມາທາງປະຕູປ່ອງຢ້ຽມເຮັດໃຫ້ເອກະສານລາຍຊື່ບາງສ່ວນປິວລົງຈາກໜ້າໂຕະ ອາຈານເກດແກ້ວລຸກໄປອັດປະຕູປ່ອງຢຽມ ໂທນີຊ່ວຍເກັບເອກະສານໃຫ້ຄູ ໃນຂະນະທີ່ລາວຈັບເຈ້ຍໃບໜຶ່ງຂຶ້ນມາຈາກພື້ນຫ້ອງນັ້ນເປັນເຈ້ຍລາຍຊື່ນັກຮຽນໂທນີເຫັນຊື່ມາລີຢູ່ທີ່ຫ້ອງ 6/3 ແລະ ຊື່ໂຕເອງຢູ່ທີ່ຫ້ອງ 6/1 ຫຼັງຈາກນັ້ນໂທນີເອົາເຈ້ຍວາງໄວ້ໜ້າໂຕະໃຫ້ອາຈານເຂົາກໍ່ເລີ່ມີຄວາມຄິດ
ໂທນີ: ອາຈານເກດແກ້ວ ນ້ອງມີເລື່ອງຂໍໃຫ້ອາຈານຊ່ວຍ
ອາຈານເກດແກ້ວ: ວ່າມາ
ໂທນີ: ນ້ອງຢາກປ່ຽນມາຢູ່ຫ້ອງ 6/3
ອາຈານເກດແກ້ວ: ອາຈານຄົງບໍ່ໄດ້ຫູຝາດໄປ ເຈົ້າຄິດດີແລ້ວບໍ
ໂທນີ: ຄິດດີແລ້ວ
ອາຈານເກດແກ້ວ: ອາຈານຈະຂໍຜິດຈາລະນາກ່ອນ ເພາະຕາມກົດແລ້ວມັນບໍ່ໄດ້
ໂທນີ: ອາຈານເກດແກ້ວ! ເວົ້າຕົງໆລູກຊາຍອາຈານກໍ່ຢູ່ທີ່ຫ້ອງສາມມາທຸກປີ ຖ້າປີນີ້ໄດ້ເລື່ອນມາຢູ່ທີ່ຫ້ອງໜຶ່ງມັນຈະເປັນຜົນດີກັບຕົວລູກຊາຍຂອງອາຈານ ເພາະອາຈານຄົງຮູ້ເຖິງມາດຕະຖານນັກຮຽນຂອງຫ້ອງໜຶ່ງດີ ລູກຊາຍຂອງອາຈານກໍ່ເປັັນຄົນທີ່ມີຜົນການຮຽນດີບໍ່ໜ້ອຍໜ້າໃຜສົມຄວນໄດ້ຢູ່ຫ້ອງໜຶ່ງ ແຕ່ນັກຮຽນຫ້ອງໜຶ່ງທຸກປີກໍ່ຮັກສາມາດຕະຖານໄວ້ໄດ້ສະນັ້ນຈິ່ງບໍ່ເຫຼືອທີ່ໄວ້ໃຫ້ນັກຮຽນຫ້ອງອື່ນເຂົ້າມາຢູ່ໃນຫ້ອງໜຶ່ງໄດ້ ນີ້ຖືວ່າເປັນໂອກາດດີຫວັງວ່າອາຈານຈະພິຈາລະນາຮັບຂໍ້ສະເໜີຈາກນ້ອງ
ອາຈານເກດແກ້ວຊຶງຄິດໄປດົນເຕີບ: ເຫດໃດເຈົ້າຈິ່ງຢາກໄປຮຽນທີ່ຫ້ອງສາມ
ໂທນີ: ນ້ອງຢູູ່ກັບຄົນຮຽນເກັ່ງມາຕະຫຼອດ ເບື່ອກັບບັນຍາກາດເກົ່າໆ ການໄປຢູ່ທີ່ຫ້ອງສາມມັນຈະຊ່ວຍໃຫ້ນ້ອງໄດ້ສຳພັດເຖິງບັນຍາກາດໃໝ່ໆໄດ້
ອາຈານເກດແກ້ວ: ມີເທົ່ານີ້ແທ້ເບາະ! ບໍ່ແມ່ນມີແຟນຢູ່ຫ້ອງສາມເບາະ
ໂທນີ: ມີເທົ່ານີ້ແທ້
ອາຈານເກດແກ້ວ: ໂອເຄ! ເລື່ອງຂອງເຈົ້າອາຈານຈະຊ່ວຍປ່ຽນໃຫ້
ໂທນີຍິ້ມມຸມປາກເບົາໆ: ຂອບໃຈອາຈານ
ໃນລະຫວ່າງທີ່ພວກເຂົາກຳລັງຂັບລົດຈັກເມືອ ສຽງໂທລະສັບມືຖືຂອງໃສລີກໍ່ດັງຂຶ້ນດັ່ງນັ້ນ ມາລີຈິ່ງຮັບສາຍ
ມາລີ: ວ່າຈັ່ງໃດ
ມັງກອນ: ໄປສະຫຼອງໃກ້ເປີດເທີມ
ມາລີ: ຢູ່ໃສ
ມັງກອນ: ຮ້ານຕຳສົ້ມບ່ອນເກົາ ມາໄວເດີ້ເກສອນກໍ່ຢູ່ຮ້ານແລ້ວ
ມາລີ: ໂອເຄ! ດຽວຕາມໄປ (ວາງສາຍ)
ມາລີຟ້າວບິດລົງນຳຫຼັງໂທນີທີ່ຂັບຊ້າໆຖ້ານາງ
ມາລີ: ໂທນີກິນຕຳປ່ະ
ໂທນີ: ບໍ່ຢາກ
ທີ່ຮ້ານຕຳມາລີຍ່າງເຂົ້າຮ້ານພໍໂທນີ ມັງກອນເຫັນແລ້ວຮູ້ສຶກບໍ່ພໍໃຈ ເກສອນເອງກໍ່ແປກໃຈ
ມາລີ: ພາກັນມາຮອດດົນລ່ະຫວາ
ມັງກອນເວົ້າສຽງເຂັ້ມ: ເຮີ້ຍ! ໃຜເຊີນ
ມາລີ: ເຮົາເອງຊວນໂທນີມານຳ
ມັງກອນເວົ້າສຽງອ່ອນ: ມາລີ ເພິ່ນຊວນບັກນີ້ມານຳເຮັດຫຍັງເຫັນມັນແລ້ວເຂົາກິນບໍ່ແຊບ
ໂທນີ: ເວົ້າຄືເຫັນໜ້າເຈົ້າແລ້ວຂ້ອຍສິກິນລົງນິລ່ະ! ກະບໍ່ໄດ້ຢາກມາເທົ່າໃດດອກ! ກັບລະເດິ
ມາລີດຶງແຂນໂທນີໄວ້: ຢ່າໄປ
ມັງກອນຂຶງຕາເບິ່ງມາລີຈັບມືໂທນີ: ມາລີປ່ອຍມືອອກຈາກແຂນມັນ! ເຈົ້າສິໄປຫ້າມມັນເຮັດຫຍັງມັນຢາກເມືອນ່ະດີແລ້ວ
ເກສອນ: ຢຸດໄດ້ແລ້ວມັງກອນເສຍມາລະຍາດນ່ະ! ມາລີຊວນລາວມາເພິ່ນກໍ່ໃຫ້ກຽດມາລີແນ່ ຢ່າເອົາອັກຄະຕິສ່ວນຕົວມາເຮັດໃຫ້ເສຍບັນຍາກາດ
ມາລີ: ໂທນີນັ່ງລົງ! ນັ່ງລົງ
ມັງກອນບໍ່ພໍໃຈທີ່ເຫັນມາລີຢາກໃຫ້ໂທນີຢູ່ຈົນເຖິງຂັ້ນຂໍຮ້ອງໄວ້
ມັງກອນ: ເອົາແບບນີ້ກໍ່ໄດ້! ຖ້າມັນຢູ່ເຂົາໄປເອງ
ເວົ້າຈົບຄວາມມັງກອນກໍ່ຍ່າງອອກໄປນອກຮ້ານໄວ່ໆ ເກສອນຟ້າວຍ່າງອອກຮ້ານນຳມັງກອນໄປ
ເກສອນ: ມັງກອນ! ມັງກອນກັບມາກ່ອນ
ມາລີກໍ່ຈະນຳມັງກອນອອກໄປ ແຕ່ຖືກໂທນີດຶງເສື້ອໄວ້
ໂທນີ: ຢ່າໄປ
ພຽງຄຳເວົ້າ “ຢ່າໄປ” ຂອງໂທນີເທົ່ານັ້ນ ມາລີເຖິງກັບຢຸດນິ້ງ
ເກສອນຍ່າງຫອບເໝື່ອຍໄປຮອດມັງກອນ: ກັບເຂົ້າໄປໃນຮ້ານກ່ອນ
ມັງກອນຢູ່ໃນທ່າຂາບລົດຈັກແນມເຂົ້າມາທີ່ຮ້ານເບິ່ງມາລີ ຫວັງວ່າມາລີຈະມາຂໍໃຫ້ໂຕກັບ ແຕ່ເຫັນມາລີຢຸດນິ້ງ ຈິ່ງທະວີຄວາມນ້ອຍໃຈເລີຍເບີ້ດລົດອອກຈາກຮ້ານໄປ
ມາລີຕັດສິນໃຈອອກໄປນອກຮ້ານເພື່ອນຳມັງກອນກັບມາແຕ່ບໍ່ທັນແລ້ວ
ມາລີຮ້ອງນຳ: ມັງກອນກັບມາກ່ອນ
ເກສອນຕົບບ່າມາລີເບົາໆ: ປ່ອຍມັນ! ນິໃສມັນກໍ່ແບບນີ້ ຕອນນີ້ມັນອາລົມຍັງຮ້ອນໃຜກໍ່ຫ້າມບໍ່ຢູ່
ສອງສາວຍ່າງກັບເຂົ້າມາທີ່ຮ້ານ
ເກສອນ: ໂທດເດີ້ໂທນີມັງກອນໝູ່ພວກຂ້ອຍກໍ່ເັນແນວນີ້ລະ! ໃຈຮ້ອນວູ່ໂວຍໄປຊັ້ນລ່ະ ແຕ່ີ່ຈິງແລ້ວລາວເປັນຄົນຈິດໃຈດີງາມ
ໂທນີນັ່ງງຽບມາດນິ້ງ
ມາລີ: ສັ່ງອາຫານກິນແກ້ເຊັງກັນດີກວ່າ! ປ້າ! ປ້າ! ສັ່ງຕຳແນ່! ເອົາຕຳເຂົ້າປຸ້ນມາກ່ອນ 1, ຕຳໝີ່ຂາວ 1 ຈີນລູກຊີ້ນ 2, ຕຳເອົາຕຳເຂົ້າປຸ້ນບໍ່ເຜັດຫຼາຍປານໃດ ສ່ວນຕຳມີ່ຂາວແບບເກົ່າເດີ້
ເກສອນ: ອ້າວ! ມື້ນີ້ເຈົ້າຄືສັ່ງຕຳເຜັດ 1 ບໍ່ເຜັດ 1
ມາລີ: ພໍດີໂທນີລາວບໍ່ມັກກິນເຜັດປານໃດ
ເກສອນ: ຮູ້ໃຈກັນຂະໜາດເນາະສອງຄົນນີ້ ສົງໃສມີຫຍັງໃນກໍໄຜ່ແມ່ນບໍ່
ມາລຮເຂີນຫູແດງ: ບໍ່ມີຫຍັງດອກນ່າາາ
ໂທນີເຖິງຈະໜ້ານີ້ງແຕ່ຄວາມຈິງແລ້ວແອບເຂີນໃນໃຈເມື່ອໄດ້ຍິນເກສອນເວົ້າແຊ໋ວແນວນັ້ນ
ທັງສາມໃຊ້ເວລານັ່ງກິນຕຳກວ່າ 1 ຊົ່ວໂມງ ໝົດຕຳໄປສາມຄົກ ຈີນລູກຊີ້ນສາມຈານ ກະແລັ້ມຄົນລະຈອກ
ເກສອນ: ປ້າໆ! ໄລ່ໜີແນ່
ປ້າເຈົ້າຂອງຮາ້ນເອົາບິນມາໃຫ້ເປັນທັງໝົດ 60,000 ກີບ
ມາລີ: ພໍດີຄົນລ່ະ 20,000ກີບ
ໂທນີຈົກເງິນອອກຈາກກະເປົາພໍດີ 60,000 ກີບ ຈ່າຍຄ່າອາຫານ ເມື່ອມາລີ ກັບ ເກສອນເກັບເງິນສົ່ງຄືນເປັນຈຳນວນເງິນ 40,000 ຍື່ນໃຫ້ແຕ່ໂທນີບໍ່ຮັບ
ໂທນີ: ບໍ່ເປັນຫຍັງຂ້ອຍລ້ຽງ
ມາລີ: ບໍ່ໄດ້ຮັບເງິນນີ້ໄວ້
ເກສອນ: ແມ່ນລະ! ເຈົ້າເຮັດແບບນີ້ເຮົາກໍ່ເກງໃຈໃດ໋
ເພື່ອເປັນການຕັດບັນຫາໂທນີເລີຍບອກໄປວ່າ: ໄວ້ເທື່ອໜ້າພວກເຈົ້າຈິ່ງລ້ຽງຂ້ອຍຄືນ
ມາລີ: ອື້ມ! ກະໄດ້ຊັ່ນນ່ະ
ແລ້ວເກສອນກໍ່ແຍກຈາກໂທນີກັບມາລີເພື່ອກັບເຮືອນຂອງນາງ