ແຮງງານລາວຢູ່ໄທເກືອບ 150,000 ຄົນ ໄດ້ຮັບບັດອະນຸຍາດ

ປັດຈຸບັນ ການແກ້ໄຂສະພາບແຮງງານໄປເຮັດວຽກບໍ່ຖືກຕ້ອງຢູ່ຕ່າງປະເທດເຊັ່ນ ປະເທດໄທ ໄດ້ປັບສະຖານະພາບ ເພື່ອຫັນເຂົ້າສູ່ການຄຸ້ມ ຄອງຕາມກົດໝາຍ, ເຊິ່ງຈັດຕັ້ງປະຕິບັດແລ້ວ 4 ຄັ້ງ ສາມາດຢັ້ງຢືນ ແລະ ອອກບັດອະນຸຍາດ ເຮັດວຽກທີ່ຖືກຕ້ອງຕາມກົດໝາຍ ໃຫ້ແຮງງານໄດ້ທັງ ໝົດເກືອບ 150 ພັນຄົນ, ຍິງ 79.000 ກວ່າຄົນ. ປັດຈຸບັນມີ 23 ວິສາຫະກິດບໍລິການຈັດຫາງານ ທີ່ເຮັດໜ້າທີ່ ໃນການຈັດຫາວຽກເຮັດງານ ທໍາທັງພາຍໃນ ແລະ ສົ່ງອອກຕ່າງປະເທດ, ມີຈຸດບໍລິຫານຈັດຫາງານ 9 ແຫ່ງ, ສູນຂໍ້ມູນຂ່າວສານ ສໍາລັບແຮງງານເຄື່ອນຍ້າຍ 2 ແຫ່ງ.

ເມື່ອທ້າຍອາທິດຜ່ານມາ, ທີ່ນະຄອນຫລວງວຽງຈັນ ທ່ານ ຄໍາແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ກ່າວໃນໂອກາດສະຫລອງຍ່າງເພື່ອສຸຂະພາບ ວັນແຮງງານເຄື່ອນຍ້າຍສາກົນ ພາຍໃຕ້ຄໍາຂວັນ “ສົ່ງເສີມການເຮັດວຽກແບບມີຄຸນຄ່າ ແລະ ເປັນທໍາ ສໍາລັບແຮງງານເຄື່ອນຍ້າຍທຸກຄົນ”, ໂດຍອົງການສະຫະປະຊາຊາດ ໄດ້ກໍານົດເອົາວັນທີ 18 ທັນວາ ຂອງທຸກປີ ເປັນວັນເຄື່ອນຍ້າຍແຮງງານສາກົນ ແລະ ເປັນການສະແດງຄວາມ ຮູ້ບຸນຄຸນຂອງ ແຮງງານເຄື່ອນຍ້າຍທີ່ໄດ້ປະກອບ ສ່ວນອັນສໍາຄັນ ໃນການພັດທະນາເສດຖະກິດ-ສັງຄົມ ແລະ ວັດທະນະ ທໍາໃນທົ່ວໂລກ.

ທ່ານ ຄໍາແພງ ໄຊສົມແພງ ກ່າວຕື່ມວ່າ: ວັນແຮງງານເຄື່ອນຍ້າຍສາກົນ ເປັນວັນໜຶ່ງທີ່ມີຄວາມໝາຍສໍາຄັນຫລາຍ ຕໍ່ຜູ້ອອກແຮງງານທີ່ມີການ ເຄື່ອນຍ້າຍສະແດງ ໃຫ້ເຫັນເຖິງຄວາມເອົາໃຈ ໃສ່ຂອງ ພັກ-ລັດຖະບານ ແລະ ທຸກພາກສ່ວນໃນສັງຄົມ ເພື່ອປູກຈິດສໍານຶກ ໃຫ້ທຸກຄົນໄດ້ຮັບຂໍ້ມູນຂ່າວ ສານອັນຈໍາເປັນ ກ່ຽວກັບການເຄື່ອນຍ້າຍຂອງແຮງງານ, ຮັບປະກັນໃຫ້ແຮງງານໄດ້ຮັບ ການປົກປ້ອງສິດທິອັນຊອບທໍາ ແລະ ມີຄວາມປອດໄພ ໃນການ ດໍາລົງຊີວິດ. ໃນນັ້ນ, ສປປ ລາວ ໄດ້ໃຫ້ຄວາມສໍາຄັນ ແລະ ສັດຕະຍາ ບັນຕໍ່ສົນທິສັນຍາຂອງອົງການ ແຮງງານສາກົນແລ້ວ 9 ສະບັບ, ໄດ້ປັບປຸງກົດ ໝາຍວ່າດ້ວຍແຮງງານ ໂດຍໄດ້ລະ ບຸຊັດເຈນ ກ່ຽວກັບການຈັດຫາງານ, ການເຄື່ອນຍ້າຍແຮງງານ ແລະ ການສ້າງຕັ້ງກອງທຶນສໍາລັບແຮງງານ ເຄື່ອນຍ້າຍ.

ປັດຈຸບັນຍັງມີນິກໍາສະເພາະ ທີ່ພົວພັນເຖິງການ ຈັດສົ່ງແຮງງານໄປເຮັດວຽກຢູ່ຕ່າງ ປະເທດຫລາຍສະບັບ ທີ່ກໍາລັງປັບປຸງຄືນ ຄາດວ່າຈະສໍາເລັດ ພາຍໃນປີ 2018.

ພາບ-ຂ່າວ: Laos Update