ຕອນທີ 7 ຊ່ວຍເພື່ອນຈີບສາວ
ຂ່າວທີ່ມາລີບຸກໄປດຶງຕົວໂທນີອອກຈາກຫ້ອງເປັນຂ່າວໄປຮອດຫູຂອງມັງກອນ ຈິ່ງເຮັດໃຫ້ມັງກອນອາລົມເສຍອີກຄັ້ງ ມັງກອນທີ່ກຳລັງຂັດສ່ວມເມື່ອນຶກຂຶ້ນໄດ້ກໍ່ອາລົມເສຍ ຍ່າງວຶດໆໄປຫາໂທນີທີ່ກຳລັງຖືພື້ນຫ້ອງນ້ຳຢູ່ນັ້ນ ມັງກອນກໍ່ໄດ້ໃຊ້ຕີນຢຽບຜ້າໄມ້ຖູພື້ນທີ່ໂທນີກຳລັງໃຊ້ງານຢູ່ ໂທນີເລີຍຢຸດນິ້ງເງີຍໜ້າຂຶ້ນມາເບິ່ງມັງກອນ ທັງຄູຈ້ອງໜ້າກັນຄືສິມີເລື່ອງກັນອີກຄັ້ງ
ມັງກອນເວົ້າດ້ວຍຄຳເວົ້າຫຍາບ ແລະ ນ້ຳສຽງເຂັ່ງຂຶມ: ມາລີໄປຫາມຶງຢູ່ຫ້ອງໄປເຮັດຫຍັງ ແລະ ມາລີເອົາຫຍັງໃຫ້ມຶງເອົາມາໃຫ້ກູດຽວນີ້
ໂທນີຕອບດ້ວຍສີໜ້າກວນໆ: ເລື່ອງຂອງເຮົາ! ຄົນນອກຢ່າງມຶງຢ່າເຊືອກ
ກຳລັງຈະໃສ່ກັນແລ້ວ ແຕ່ອາຈານບັງເອີນຜ່ານມາເຫັນພໍດີ
ອາຈານເວົ້າດ້ວຍນ້ຳສຽງ ແລະ ສີໜ້າຮ້າຍໆ: ນ້ານໆ ສິເປັນມວຍກັນອີກລ່ະຫວະສອງຄົນນິ! ຖ້າມີເທື່ອນີ້ອີກສິເອີ້ນຜູ້ປົກຄອງສອງຄົນພວກເຈົ້າມາເດີ້! ແຍກ! ຕັ້ງໃຈລ້າງຫ້ອງນ້ຳໃຫ້ແລ້ວ
ໂທນີກັບມາຈາກໂຮງຮຽນກໍ່ຟ້າວເຂົ້າໄປທີ່ຫ້ອງນອນແລ້ວຈົກເອົາຊອງຈົດໝາຍທີ່ມາລີອອກຈາກຖົງໂສ້ງເພື່ອມາອ່ານທັນທີ ຈົດໝາຍນັ້ນຄ້າຍໆຈົດໝາຍຮັກແຕ່ເນື້ອໃນຍັງບໍ່ແມ່ນການຂຽນສາລະພາບຮັກ ມັນເປັນພຽງຈົດໝາຍສົ່ງມາຖາມໄຖ່ອາການ ແລະ ຂໍໂທດເທົ່ານັ້ນ ເນື່ອງຈາກເຫດການທີ່ເກີດຂຶ້ນເຮັດໃຫ້ມາລີຮູ້ສຶກເປັນຫ່ວງໂທນີຫຼາຍ ແລະ
ກໍ່ຮູ້ສຶກຜິດ ມາລີໂທດວ່າຕົວເອງເປັນຕົ້ນເຫດໃນເລື່ອງນີ້ເລີຍເຮັດໃຫ້ໂທນີຖືກລົງໂທດ ແຕ່ຄຳລົງທ້າຍຍັງຂຽນຄຳວ່າ (ຫວໍ ສີ໋ ຮວນ ຫນີ່) ໂທນີສາມາດສຳພັດເນື້ອຄວາມໝາຍໃນຈົດໝາຍນີ້ດີ ຈິ່ງເຮັດໃຫ້ເຂົາທັງອ່ານໄປຍິ້ມໄປພ້ອມທັງເວົ້າຄ່ອຍໆວ່າ: “ຄົນໂງ່ເອີ້ຍ! ໂທດໂຕເອງເຮັດຫຍັງ”
ກ້າວເຂົ້າເດືອນກຸມພາ ເດືອນແຫ່ງວັນວາເລນທາຍເຊິ່ງກໍ່ຮູ້ດີວ່າວັນທີ 14 ກຸມພາ ເປັນວັນແຫ່ງຄວາມຮັກ ສອນໄຊ ຄິດຈະໃຊ້ວັນນີ້ສາລະພາບຄວາມໃນໃຈກັບເກສອນ ດັ່ງນັ້ນ ສອນໄຊ ຈິ່ງຂໍໃຫ້ໂທນີຊ່ວຍເຫຼືອ
ສອນໄຊ: ໂທນີເຮົາມີເລື່ອງໃຫ້ຊ່ວຍ
ໂທນີ: ເລື່ອງ
ສອນໄຊ: ຊ່ວຍເຮົາຈີບສາວ
ໂທນີ: No
ສອນໄຊ: ຢ່າຟ້າວຕອບໄວຂະໜາດນັ້ນ ແລະ ເພິ່ນກໍ່ປະຕິເສດບໍ່ໄດ້ເດັດຂາດ
ໂທນີຖອນຫາຍໃຈ: ເປັນຫຍັງຕ້ອງແມ່ນຂ້ອຍ
ສອນໄຊ: ເພາະເຈົ້າຮູ້ຈັກກັບມາລີ
ໂທນີເຮັດຄິ້ວຫຍຸ້ງ: ເຈົ້າສິຈີບມາລີຫວະ
ສອນໄຊ: ບໍ່ໆ! ແຕ່ຄົນທີ່ຂ້ອຍຈະຈີບແມ່ນເກສອນເພື່ອນຂອງມາລີ
ໂທນີຖອນຫາຍໃຈ: ເຮົາບໍ່ຢາກຫຍຸ້ງເລື່ອງແບບນີ້ນ່າ
ສອນໄຊ: ບໍ່ແມ່ນເຮົາທວງບຸນຄຸນນຳໂຕໃດ໋! ແຕ່ນີ້ຖືວ່າເປັນການທີ່ໂຕຈະໄດ້ຕອບແທນບຸນຄຸນເຮົາທີ່ເມື່ອກ່ອນເຮົາເອົາໜັງໂປ້ມາໃຫ້ໂຕເບິ່ງ ເພື່ອຮຽນຮູ້ຄວາມເປັນຊາຍ
ໂທນີເອົາມືປິດປາກສອນໄຊ: ແລ້ວຈະເວົ້າເລື່ອງນີ້ຂຶ້ນມາເຮັດຫຍັງ! ເຮົາຊ່ວຍໂຕກະໄດ້ໄປ໋
ເພື່ອນຜູ້ຊາຍທີ່ນັ່ງຢູ່ທາງຫຼັງໂຕະ ແລະ ໜ້າໂຕະຂອງພວກເຂົາໄດ້ຍິນຄຳທີ່ສອນໄຊເວົ້າຈິ່ງຫັນມາຍິ້ມໃສ່ໂທນີແບບມີໄນແອບແຝງ
ເພື່ອນນັກຮຽນຄົນໜຶ່ງກ່າວຂຶ້ນດ້ວຍນ້ຳສຽງເຍີ້ນໆ: ໂທນີ! ມັກເບິ່ງແບບນີ້ກໍ່ບໍ່ບອກ! ຄໍດຽວກັນຊັ້ນນ່ະ
ໂທນີຮູ້ສຶກອາຍ ແຕ່ກໍ່ຂົ່ມໄວ້: ຄໍດຽວກັນຫຍັງເດະ! ນອນນອນ
ສອນໄຊ ເຖິງຈະມັກເກສອນມາຫຼາຍເດືອນ ແຕ່ກໍ່ຍັງບໍ່ມີຄວາມກ້າສະແດງອອກ ເພາະບໍ່ໝັ້ນໃຈດ້ານຮູບຮ່າງໜ້າຕາຂອງຕົນເອງເທົ່າໃດ ສະນັ້ນກ່ອນຮອດວັນວາເລັນທາຍ 14 ກຸມພາ ໜຶ່ງອາທິດ ສອນໄຊໄດ້ໃຫ້ໂທນີເປັນສານສົ່ງຈົດໝາຍປິດສະໜາໄປໃຫ້ເກສອນແບບລັບໆ ໃນຈົດໝາຍມີເນື້ອໃນຂຽນວ່າ
“ຂ້ອຍມັກຕາເຈົ້າ ຂ້ອຍມັກຂົນຕາຂອງເຈົ້າ ຂ້ອຍມັກລັກຍິ້ມຂອງເຈົ້າ ຮອຍຍິ້ມຂອງເຂົ້າ ແລະ ຂ້ອຍມັກຄວາມອວດເກັ່ງເຢັນຊາຂອງເຈົ້າ”
ເກສອນອ່ານແລ້ວຮູ້ສຶກປະທັບໃຈແຕ່ກໍ່ຍັງປາກອອກໄປວ່າ: ກອນບ້າຫຍັງຫວະ ນ້ຳເນົ່າຂະໜາດ (ເຖິງຈະບອກວ່າມັນນ້ຳເນົ່າແຕ່ກໍ່ເກັບໄວ້ເປັນຢ່າງດີ)
ທາງດ້ານມາລີກໍ່ໄປຫາຊື້ແລ້ນກັບອຸປະກອນການທັກ ເພາະຕັ້ງໃຈວ່າຈະມາທັກຜ້າພັນຄໍ ຫຼື ເສື້ອເພື່ອເປັນຂອງຂວັນວັນວາເລນທາຍໃຫ້ໂທນີ ເມື່ອໄດ້ອຸປະກອນມາຄົບແລ້ວນາງຈິ່ງຟ້າວເຂົ້າໄປຫາແມ່ທີ່ກຳລັງພັບເຄື່ອງຢູ່ໃນຫ້ອງ
ມາລີ: ແມ່! ລູກຢາກໃຫ້ແມ່ສອນທັກຜ້າພັນຄໍ
ແມ່ມະລິ: ສິເອົາແທ້ວະລູກ! ແລ້ວຈະທັກໄປໃຫ້ໃຜລ່ະ
ມາລີ: ວ່າສິຮຽນທັກໄປຊັ້ນລ່ະ! ບໍ່ໄດ່ທັກໃຫ້ໃຜ
ແມ່ມະລິ: ຕັ້ງໃຈເບິ່ງດີໆເດີ້
ແມ່ມະລິໄດ້ຄ່ອຍໆສອນມາລີຫຼາຍໆຄັ້ງ ແຕ່ດ້ວຍອີຄິວ ແລະ ໄວຄິວອັນນ້ອຍນິດຂອງມາລີ ຈິ່ງເຮັດໃຫ້ການທັກຜ້າພັນນັ້ນເປັນເລື່ອງຍາກ ແລະ ເບິ່ງຈາກທັກສະແລ້ວການຝີມືແບບນີ້ມັນຊ່າງຫ່າງໄກກັບຄວາມຈິງເຫຼືອເກີນ ມາລີຕັ້ງໃຈທັກທັງວັນທັນຄືນ ແຕ່ກໍ່ເຮັດບໍ່ສຳເລັດ, ເຫຼືອເວລາອີກພຽງ 3 ມື້ເທົ່ານັ້ນກໍ່ຈະຮອດວັນວາເລນທາຍ ມາລີຢາກມອບຂອງຂວັນທີ່ເຮັດເອງໃຫ້ໂທນີເພາະມັນຈະມີຄວາມໝາຍກວ່າ ໃນຂະນະທີ່ມາລີກຳລັງນັ່ງເບິ່ງໂທລະພາບ ເຫັນເຂົາໂຄສະນາຂະໜົມຄຸກກີ້ຊື່ຮັກ ມາລີເລີຍມີໄອເດຍເຮັດຂະໜົມຄຸກກີ້ຄູ່ຮັກ ແຕ່ດ້ວຍທັກສະການເຮັດອາຫານທີ່ມີພຽງຫາງອື່ງ ງານນີ້ຕ້ອງລົບກວນແມ່ຊ່ວຍສອນ ເພາະເວລາເຫຼືອນ້ອຍແລ້ວມາລີຈິ່ງຕັ້ງໃຈຮຽນ ແລະ ເຮັດ, ພໍ່ກັບແມ່ເປັນຄົນຊິມ, ຄັ້ງທຳອິດຂະໜົມຄຸກກີ້ອົບໄໝ້ດຳປີກິນບໍ່ໄດ້ ຕໍ່ມາກໍ່ເລີ່ມດີຂຶ້ນ ຄວາມໄໝ້ເລີ່ມຫຼຸດລົງ ແຕ່ຣົດຊາດນີ້ສຸດທົນ ພໍ່ແມ່ເຖິງກັບຂວັນພະຫວາທຸກຄັ້ງທີ່ໄດ້ຊິມຂະໜົມຄຸກກີ້ຂອງລູກສາວ ຈົນເຖິງຄືນໂຄ້ງສຸດທ້າຍກ່ອນຮອດວັນວາເລນທາຍ 14 ກຸມພາ ຂະໜົມຄຸກກີ້ທີ່ເຮັດດ້ວຍຫົວໃຈກໍ່ສຳເລັດ ຄັ້ງນີ້ມາລີຊິມເອງ ຈັດເອງ ຫໍ່ເອງກັບມື
ວັນທີ 14 ກຸມພາ ເປັນວັນທີ່ຄົນມີຄູ່ມີຄວາມສຸກຈົນລົ້ນ ແຕ່ກໍ່ເປັນວັນທີ່ຄົນໂສດເຫງົາແທບຂາດໃຈ ໂທນີວັນນີ້ໄດ້ຮັບຂອງຂວັນຫຼາຍເປັນພິເສດ ມີສາວໆຫຼາຍຄົນເອົາດອກກຸຫຼາບ, ຕຸກກະຕາ, ຂະໜົມ ແລະ ຂອງຂວັນອື່ນໆມາມອບໃຫ້
ສຸພາພອນ: ໂທນີ
ໂທນີແນມເບິ່ງໜ້າສຸພາພອນທີ່ກຳລັງເຂີນ
ສຸພາພອນ: ຂະໜົມຄຸກກີ້ ເຂົາຕັ້ງໃຈເຮັດມາໃຫ້ເພິ່ນເປັນພິເສດ ຕ້ອງກິນໃຫ້ໄດ້ເດີ້
ໂທນີ້ຮັບເອົາຂະໜົມຈາກສຸພາພອນ: ຂອບໃຈ
ຕອນບ່າຍໃນລະຫວ່າງທີ່ທຸກຄົນກັບບ້ານ ແລະ ອອກໄປກິນເຂົ້າທາງນອກ ເປັນຊ່ວງເວລາຫ້ອງປອດຄົນມາລີແອບເຂົ້າໄປໃນຫ້ອງ 5/1 ແລະ ຟ້າວມຸ່ງໜ້າໄປທີ່ໂຕະຂອງໂທນີ ເຫັນຂອງຂວັນເຕັມຫ້ອງໂທນີກໍ່ຮູ້ສຶກຫຶນໃຫ້ກັບຂອງຂວັນເຫຼົ່ານີ້ ແຕ່ຍັງດຶງສະຕິໄວ້ໄດ້ ເພາະເວລານີ້ຕ້ອງຟ້າວລົງມືກ່ອນຄົນອື່ນມາເຫັນ ມາລີຟ້າວເອົາກ່ອງຂະໜົມຄຸກກີ້ຢັດໄວ້ຖົງກະເປົາພາຍຂອງໂທນີແລ້ວກໍ່ຟ້າວແລ່ນອອກຈາກຫ້ອງເພື່ອມຸ່ງໜ້າໄປທີ່ຫ້ອງຂອງຕົນ ແຕ່ເມື່ອມາລີໄປຮອດໜ້າຫ້ອງກໍ່ເຫັນໂທນີຢູ່ທີ່ໂຕະຂອງຕົນໃນມືຖືກ່ອງຂອງຂວັນຂະໜາດບໍ່ໜ້ອຍບໍ່ໃຫຍ່ ມາລີເລີຍແອບຈອບເບິ່ງ ແລະ ຫວັງວ່າກ່ອງຂອງຂວັນນັ້ນຈະເປັນຂອງຕົນເອງ ແຕ່ແລ້ວກໍ່ຄືຟ້າຜ່າລົງມາກາງໃຈ ເມື່ອພາບທີ່ເຫັນຕໍ່ໜ້ານັ້ນ ໂທນີກຳລັງເອົາກ່ອງຂອງຂວັນນັ້ນຢັດລົງໄປໃນກະເປົາຂອງເກສອນບໍ່ແມ່ນຂອງຕົນ ໂທນີຍ່າງອອກມາຈາກຫ້ອງກໍ່ມາພົບກັບມາລີທີ່ໜ້າບຶ້ງຕາແດງກ່ຳ ແຕ່ໂທນີກໍ່ຍ່າງຈາກໄປຄືບໍ່ມີຫຍັງເກີດຂຶ້ນ
ໃນໂມງຮຽນມາລີນັ່ງໜ້າເສົ້າຕາແດງບວມຄືຄົນຮ້ອງໄຮ້ເພາະເສຍໃຈໃຫ້ກັບໂທນີທີ່ເລືອກເກສອນ ເກສອນໄຂກະເປົາເຫັນກ່ອງຂອງຂວັນດີໃຈແທບຫ້ອງແຕກ ຈົກກ່ອງຂອງຂວັນຂຶ້ນມາໂຊເພື່ອນດ້ວຍສີໜ້າດີໃຈ ແຕ່ກໍ່ຕ້ອງຢຸດສະງັກ ເພາະເຫັນໜ້າມາລີແປກໄປຕາບວມແດງຄືຄົນຮ້ອງໄຫ້ເລີຍຖາມເພື່ອນດ້ວຍຄວາມເປັນຫ່ວງ
ເກສອນ: ເຮີ້ຍເປັນຫຍັງຕາຫັ້ນນ່ະ! ໄຫ້ຫວະ
ມາລີຕອບລົບໜ້າ: ບໍ່ເປັນຫຍັງ
ເກສອນ: ສຽງກໍ່ແປກໄປ! ເປັນຫຍັງ? ໄຫ້ແມ່ນບໍ່
ມາລີ: ບໍ່!ບໍ່ ເຂົາເຈັບຕາແລະເປັນຫວັດ! ຖ້າເພິ່ນບໍ່ຢາກຕິດຕາແດງນຳເຂົາກໍ່ໃຫ້ຢູ່ຫ່າງໆເຂົາ
ມັງກອນ: ເຮ້! ສອນມາລີເປັນຫຍັງ
ເກສອນ: ນາງເຈັບຕາແດງກັບເປັນຫວັດວ່າຊັ້ນ
ມັງກອນ: ເປັນໄປໄດ້ແນວໃດເຊົ້ານີ້ຍັງດີໆຢູ່
ເກສອນ: ກະຍັງວ່າ
ທີ່ຫ້ອງ 5/1
ສອນໄຊ: ສຳເລັດບໍ່
ໂທນີ: ສຳເລັດ
ສອນໄຊ: ດີຫຼາຍ
ໃນລະຫວ່າງໂທນີເປີດກະເປົາເພື່ອນເອົາປື້ມອອກມາຈົດບົດຮຽນປະກົດວ່າໂທນີເຫັນກ່ອງຂະໜົມຄຸກກີ້ ລາວຈິ່ງຈົກອອກມາເບິ່ງ ເປັນກ່ອງຍາງໃສຜູກໂທແດງທຳມະດາ ແຕ່ມີຄົວໜັງສືຈີນທີ່ຂຽນດ້ວຍລາຍມືວ່າ “ຫວໍ ສີ໋ ຮວນ ຫນີ່” ພຽງເທົ່ານີ້ໂທນີກໍ່ຮູ້ເລີຍວ່າໃຜເປັນຄົນມາໃສ່ໄວ້ ໂທນີຈິ່ງເອົາກ່ອງຂະໜົມຄຸກກີ້ກັບເຂົ້າໄວ້ໃນກະເປົາຂອງເຂົາຄືນ
ກ່ອນຈະເລີກຮຽນດ້ວຍຂອງຂວັນມັນຫຼາຍ ໂທນີໄດ້ເອົາຂອງທີ່ໄດ້ຮັບທັງໝົດໃສ່ຖົງດຳຂີ້ເຫຍື້ອທີ່ລາວໄດໄປຂໍທີ່ຮ້ານອາຫານເມື່ອຕອນສວາຍ
ວັນນີ້ໂທນີ້ຟ້າວກັບບ້ານດ່ວນເຂົາເລັ່ງຖີບລົດ ແຕ່ໜ້າແປກທີ່ມາລີບໍ່ຖີບລົດໄລ່ຕາມຫຼັງເຂົາຄືທຸກມື້ ມາລີມີອາການແປກໆຄ່ອຍໆຖີບຄ່ອຍໆໄປຕາມທາງເມືອມີສວນສາທາ ມາລີເລີຍນັ່ງແວະຜ່ອນຄາຍອາລົມ ເມື່ອໂທນີຖີບລົດໄປຮອດເຄິ່ງທາງ ເຫັນເດັກປະຖົມຍ່າງກັບບ້ານກັບເປັນກຸ່ມລາວຈິ່ງຈອດລົດແລ້ວຍື່ນຖົງຂອງຂວັນທີ່ສາວໃຫ້ລາວທັງໝົດໃນຖົງໃຫ້ເດັກນ້ອຍກຸ່ມນັ້ນໄປ ເມື່ອເດັກນ້ອຍກຸ່ມນັ້ນເປີດຖົງກໍ່ພາກັນຮ້ອງດີໃຈຢ່າງໃຫຍ່ພ້ອມກ່າວຄຳຂອບໃຈໂທນີ້ຫຼາຍເທື່ອ
ມັງກອນມາດັກຖ້າມາລີທີ່ເຮືອນກັບຂອງຂວັນສິ້ນໃຫຍ່ ນັ້ນກໍ່ຄືຮູບແຕ້ມມາລີໃສກອບຮູບສວຍງາມ ມັງກອນຕັ້ງໃຈແຕ້ມຮູບມາລີເປັນເດືອນເພື່ອມອບໃຫ້ກັບມາລີໃນວັນນີ້ ແຕ່ຜ່ານໄປ 1 ຊົ່ວໂມງແລ້ວກໍ່ບໍ່ເຫັນມາລີກັບເຮືອນ ໂທຫາກໍ່ບໍ່ສາມາດຕິດຕໍ່ໄດ້
ແມ່ມະລິ: ແປກ! ມື້ນີ້ມາລີຄືນານມາຮອດແທ້
ພໍ່ຫວັນ: ສົງໃສລູກຄົງຈະໄປສະຫຼອງວັນວາເລນທາຍກັບເກສອນຕີ້
ມັງກອນໂທຫາເກສອນ: (ບໍ່ມີສັນຍານຕອບຮັບຈາກເລກໝາຍທີ່ທ່ານເອີ້ນ) ເກສອນກໍ່ຕິດຕໍ່ບໍ່ໄດ້
ແມ່ມະລິ: ເຮີ້ຍ! ສົງໃສແບັດໝົດກັບທັງຄູ່
ພໍ່ຫວັນ: ເຈົ້າຈະຢູ່ກິນເຂົ້າກ່ອນບໍ່! ບາງເທື່ອອີກຈັກໜ່ອຍມາລີມາ
ສຽງໂທລະສັບມັງກອນດັງຂຶ້ນ: ໂອເຄ! ຈະກັບດຽວນີ້
ມັງກອນ: ຂອບໃຈຫຼາຍພໍ່ແມ່ ໄວ້ໂອກາດໜ້າເພາະມື້ນີ້ລູກຕ້ອງຟ້າວກັບກ່ອນພໍດີມີວຽກຢູ່ເຮືອນ! ຊັ້ນລູກຝາກນີ້ໄວ້ໃຫ້ມາລີແນ່ເດີ້
ມັງກອນອອກຈາກເຮືອນໄປພຽງ 20 ນາທີ ມາລີກໍ່ກັບມາຮອດເຮືອນ ທີ່ແຈປະຕູຮົ້ວເຫັນໂຖດອກກຸລາບສີແດງສວຍງາມດອກເຕັມຕົ້ນ ມາລີຈອດລົດແລະເບິ່ງດ້ວຍຄວາມສົນໃຈ ນຶກຄິດລັງເລວ່າແມ່ນຂອງໃຜມາລືມໄວ້ໜ້າບ້ານ ຫຼື ບໍ່ ມາລີແນມຊ້າຍ-ຂວາ ແລ້ວກໍ່ຕັດສິນໃຈອຸ້ມໂຖກຸຫຼາບນັ້ນເຂົ້າໄປໃນເຮືອນ
ມາລີ: ພໍ່ແມ່! ພວກເຈົ້າຊື້ດອກກຸຫຼາບມາແລ້ວເປັນຫຍັງຄືໄປປະໄວ້ໜ້າປະຕູຮົ້ວ ລູກເຫັນລູກກໍ່ເລີຍເອົາເຂົ້າມາໄວ້ໃຫ້
ພໍ່ຫວັນ: ບໍ່ນ່າ ພໍ່ບໍ່ໄດ້ຊື້ໃດ໋! ແມ່ເຈົ້າຊື້ກຸຫຼາບມາປູກຫວະ
ແມ່ມະລິ: ແມ່ກໍ່ບໍ່ໄດ້ຊື້ນ່າ
ມາລີຈົ່ມເບົາໆ: ແລ້ວມັນມາຢູ່ໜ້າບ້ານເຮົາໄດ້ແນມໃດ ເຮີ້ ແຕ່ກໍ່ຢ່າມັນເທາະ
ແມ່ມະລິ: ລູກໄປໃສມາ ມັງກອນເອົາຂອງຂວັນມາໃຫ້ນັ່ງຖ້າລູກເປັນຊົ່ວໂມງ ໂທຫາກໍ່ບໍ່ໄດ້
ມາລີ: ລູກໄປນັ່ງຫຼິ້ນຢູ່ສວນສາທາແຖວບ້ານເຮົາ! ສົງໃສແບັດມືຖືລູກໝົດ
ພໍ່ຫວັນ: ຂອງຂວັນລູກຢູ່ເທິງຫ້ອງເດີ້ ພໍ່ເອົາໄປໄວ້ໃຫ້ແລ້ວ
ແມ່ມະລິ: ມາລີພໍດີແມ່ຫ້າງໂຕະກິນເຂົ້າແລ້ວ! ມາໆ! ລ້າງມືກິນເຂົ້າ
ມາລີຕອບດ້ວຍນ້ຳສຽງເໝື່ອຍ: ລູກກິນທາງນອກມາແລ້ວ (ຈາກນັ້ນມາລີກໍຍ່າງຂຶ້ນຫ້ອງນອນທັງທີ່ຄວາມຈິງຈະທ້ອງຮ້ອງເພາະຫິວກໍ່ຕາມ ແຕ່ດ້ວຍຄວາມເສຍໃຈເລີຍກືນອາຫານບໍ່ລົງ)
ມາລີຢ່າງຂຶ້ນຫ້ອງໄປເບິ່ງຂອງຂວັນທີ່ມັງກອນເອົາມາໃຫ້ ເມື່ອເຫັນແລ້ວເຖິງກັບຕະລຶງ ເພາະມັນເປັນຮູບແຕ້ມທີ່ງາມຫຼາຍ ເປັນຂອງຂວັນທີ່ຖືກໃຈມາລີສຸດໆໄປເລີຍ ຂອງຂວັນນີ້ເຮັດໃຫ້ມາລີລືມຄວາມໂຊກເສົ້າຜິດຫວັງໄດ້ເລັກນ້ອຍ ເມື່ອມາລີແຂວນຮູບທີ່ມັງກອນນຳມາໃຫ້ທີ່ຝາສຳເລັດ ມາລີກໍ່ຍ່າງໄປເປີດປ່ອງຢ້ຽມເພື່ອສູດອາກາດ ມາລີເບິ່ງໄປທີ່ຫ້ອງນອນຂອງໂທນີ ສັງເກດເຫັນວ່າທີ່ລະບຽງຫ້ອງນອນຂອງໂທນີ ບໍ່ມີເຕົ້າດອກກຸຫຼາບແລ້ວ
ມາລີ: ເອ໊ະ! ບໍ່ໄດ້ເບິ່ງມາທາງນີ້ 2-3 ວັນ ເຕົ້າດອກກຸຫຼາບຫາຍໄປທາງໃດແລ້ວ ເຫັນປູກໄວ້ຕັ້ງດົນ ຍັງບໍ່ທັນເຫັນດອກມັນບານຊ້ຳມັນກໍ່ຫາຍໄປແລ້ວ! ເຮີ້..ສົງໃສເອົາໄປໃຫ້ສາວທາງໃດລະຕີ້! ເຮີ້ (ຖອນຫາຍໃຈ) ເມື່ອໂທນີເລືອກເກສອນ ເຊິ່ງເປັນເພື່ອນຮັກຂອງເຮົາແລ້ວ ເຮົາເອງຈະມັກໂທນີຕໍ່ໄປກໍ່ບໍ່ມີປະໂຫຍດ
ມາລີຍ່າງໄປທີ່ຕຽງນອນພ້ອມກອດຕຸກກະຕາໝາສີນ້ຳຕານທີ່ໂທນີມອບໃຫ້ເປັນຂອງຂວັນວັນເກີດດ້ວຍນ້ຳຕາພ້ອມເວົ້າວ່າ: “ການພະຍາຍາມຕັດໃຈຈາກໂທນີມັນຍາກແທ້ໆ ພຽງແຕ່ຄິດຍັງເຈັບ”
ມາລີບໍ່ຄິດອອກເລີຍວ່າເຕົ້າດອກກຸຫຼາບທີ່ລາວເອົາເຂົ້າມາຈາກໜ້າບ້ານນັ້ນມັນຄຸ້ນໆຄືເຄີຍເຫັນມາກ່ອນ.