ຕອນທີ 3 ຄອບຄົວເປັນໃຈ
ແມ່ມະລິ (ແມ່ຂອງມາລີ) ກັບ ແມ່ເມສາ (ແມ່ຂອງໂທນີ) ທັງສອງມີອາຊີບເປັນແມ່ເຮືອນ ແລະ ມັກເຮັດອາຫານກັນທັງຄູ່ ດັ່ງ ນັ້ນພວກເຂົາຈິ່ງໄດ້ມີຄວາມສະໜິດສະໜົມກັນເປັນພິເສດ ເນື່ອງຈາກເຮືອນໄກ້ກັນ, ມີອາຊີບດຽວກັນ ແລະ ຄວາມຄິດເຫັນໃນຫຼາຍເລື່ອງຕົງກັນ ຫຼັງເວລາຫວ່າງຈາກການດູແລເຮືອນ ທັງສອງກໍ່ມັກຈະມານັ່ງແລກປ່ຽນວິຊາການເຮັດອາຫານຂອງກັນ ແລະ ກັນ ນອກຈາກນີ້ກໍ່ຍັງມັກອອກໄປຊ໋ອບປິ້ງຊື້ເຄື່ອງໃຊ້ເຂົ້າເຮືອນນຳກັນເປັນປະຈຳ, ສ່ວນທາງພໍ່ຫວັນ (ພໍ່ຂອງມາລີ) ກັບ ພໍ່ຈອນນີ (ພໍ່ຂອງໂທນີ) ກໍ່ບໍ່ນ້ອຍໜ້າ ເພາະສອງຄົນນີ້ມັກການຫຼິ້ນໝາກດ້າມທີ່ສຸດ ດ້ວຍຄວາມທີ່ພວກເຂົາມີຫຍັງທີ່ຄ້າຍໆກັນຫຼາຍຢ່າງຈິ່ງໃຫ້ທັງສອງເກີດຄວາມສະໜິດສະໜົມເປັນຄູ່ທີ່ລົມຖືກຄໍ, ພໍ່ແມ່ຂອງໂທນີຮັກມາລີຄືກັນລູກສາວ ແລະ ພໍ່ແມ່ຂອງມາລີກໍ່ຮັກໂທນີຄືລູກຊາຍ ເນື່ອງຈາກທັງສອງຄອບຄົວຕ່າງກໍ່ມີພຽງລູກຄົນດຽວ ຄອບຄົວໜຶ່ງກໍ່ມີພຽງລູກຊາຍ ແລະ ອີກຄອບຄົວໜຶ່ງກໍ່ມີພຽງລູກສາວເທົ່ານັ້ນ ສະນັ້ນ ໂທນີ ແລະ ມາລີ ຈິ່ງໄດ້ເປັນສ່ວນມາເຕີມເຕັມສິ່ງທີ່ຂາດຫາຍຂອງຜູ້ເປັນພໍ່ແມ່
ອີກສອງມື້ກໍ່ຈະຮອດວັນເກີດຂອງມາລີຄົບຮອບ 15 ປີ ແມ່ເມສາ (ແມ່ໂທນີ) ມີຄວາມຕື່ນເຕັ້ນກັບການກຽມຂອງຂວັນໃຫ້ມາລີ ແລະ ຢາກຖືໂອກາດນີ້ສານສຳພັນໂທນີກັບມາລີ ແມ່ເມສາເລີຍຍ່າງເຂົ້າມາຫາລູກຊາຍທີ່ກຳລັງນັ່ງອ່ານໜັງສືໃນຫ້ອງນອນ ເພື່ອຈະມາຖາມ
ແມ່ເມສາ: ໂທນີ! ຢູ່ໂຮງຮຽນດຽວກັບມາລີເປັນແນວໃດ
ໂທນີ: ກໍ່ບໍ່ໄດ້ເປັນແນວໃດ
ແມ່ເມສາ: ແມ່ໝາຍຄວາມວ່າພວກລູກສະໜິດສະໜົມກັນບໍ່ ເວລາຢູ່ໂຮງຮຽນໄດ້ຫຼິ້ນນຳກັນບໍ່
ໂທນີ: ບໍ່ເຄີຍໄດ້ລົມກັນ
ແມ່ເມສາ: ຫ່ະ! ບໍ່ເຄີຍໄດ້ລົມກັນ
ໂທນີ: ໂອ້ຍແລ້ວແມ່ຈະຕົກໃຈສຽງດັງເພື່ອ…
ແມ່ເມສາ: ແບບນີ້ບໍ່ໄດ້ການແລ້ວ! ແມ່ຕ້ອງເຮັດຫຍັງບາງຢ່າງ
ໂທນີ: ແມ່ກຳລັງຄິດຈະເຮັດຫຍັງ
ແມ່ເມສາ: ລູກຕ້ອງອອກໄປກັບແມ່ຕອນນີ້ເລີຍ
ແມ່ເມສາໄດ້ລາກຕົວລູກຊາຍອອກຈາກຫ້ອງນອນ ແລະ ພາມຸ່ງໜ້າໄປທີ່ຫ້າງຊັບພະສິນຄ້າທັງໆທີ່ໂທນີບໍ່ຢາກໄປຈັກໜ້ອຍແຕ່ກໍ່ຕ້ອງທຳໃຈ ເພາະຂັດໃຈແມ່ບໍ່ໄດ້
ໂທນີ: ເຮົາມາທີ່ຫ້າງເພື່ອຊື້ຫຍັງ
ແມ່ເມສາ: ອີກສອງມື້ຈະຮອດວັນເກີດມາລີແລ້ວ ແມ່ເລີຍພາລູກມາເລືອກຂອງຂວັນໃຫ້ມາລີ
ໂທນີ: ຫ່ະ! ຊັ້ນລູກສິໄປນັ່ງຖ້າໃນລົດ
ແມ່ເມສາ: ຢຸດ! ຢຸດ! ລູກຈະໄປໃສບໍ່ໄດ້ ເພາະລູກມີໜ້າທີຊ່ວຍແມ່ເລືອກຂອງຂວັນໃຫ້ມາລີ
ໂທນີໄດ້ແຕ່ຖອນຫາຍໃຈແລະເຮັດໜ້າເບື່ອໂລກ, ແມ່ເມສາກັບໂທນີໄປທີ່ຮ້ານຕຸກກະຕາ
ແມ່ເມສາ: ໂທນີ! ລູກວ່າມາລີມັກຕຸກກະຕາແບບໃດ? ໝີນຸ້ມໆໂຕໃຫຍ່ໆ, ໝາໜ້າຮັກ ຫຼື ສັດປະເພດໃດ! ລູກຄິດວ່າແນວໃດ
ໂທນີຄິດເຫັນພາບທີ່ ມາລີມັກຢອກກັບໝາຢູ່ເຮືອນເລີຍຕອບແມ່ໄປແບບບໍ່ໄດ້ຄິດຫຍັງຫຼາຍວ່າ: ເອົາໝາສ່ະ
ໃນຮ້ານມີຕຸກກະຕາໝາຢູ່ສາມສີມີ ສີຂາວ, ສີບົວ ແລະ ສີນ້ຳຕານ ແມ່ເມສາເລືອກບໍ່ຖືກວ່າຈະເອົາໂຕໃດດີ ເພາະມັນກໍ່ໜ້າຮັກໝົດທຸກສີ
ແມ່ເມສາ: ລູກຊາຍຊ່ວຍແມ່ເລືອກແນ່ວ່າຈະຕຸກກະຕາໝາສີຫຍັງດີ
ໂທນີນຶກໄດ້ວ່າເຄີຍບັງເອີນຍ່າງຜ່ານແລ້ວບັງເອີນໄດ້ຍິນມາລີລົມກັບເກສອນວ່ານາງມັກສີນ້ຳຕານທີ່ສຸດ ຈິ່ງຕອບແມ່ໄປແບບບໍ່ຄິດຫຍັງຫຼາຍວ່າ: ສີນ້ຳຕານ
ແລະແລ້ວວັນເກີດຂອງມາລີກໍ່ມາຮອດທັງສອງຄອບຄົວມີຄວາມຕື່ນເຕັ້ນ ແລະ ມ່ວນໄປກັບການຈັດງານ ພໍ່ຂອງໂທນີ ແລະ ມາລີກະກຽມສະຖານທີທີ່ເຮືອນຂອງມາລີ ສ່ວນແມ່ໂທນີ ແລະ ແມ່ມາລີກໍ່ພາກັນຮ່ວມແຮງເຮັດອາຫານເພື່ອກຽມໄວ້ສະຫຼອງ ງານວັນເກີດຂອງມາລີຈັດນ້ອຍໆແບບອົບອຸ່ນມີພຽງຄົນໃນຄອບຄົວ ແລະ ເພື່ອນສະໜິດຂອງມາລີຢ່າງ ມັງກອນ ກັບ ເກສອນເທົ່ານັ້ນທີ່ມາຮ່ວມງານ
ໂທນີທຳອິດເກັບຕົວຢູ່ໃນຫ້ອງອ່ານໜັງສືກະວ່າຈະບໍ່ໄປຮ່ວມງານ ແຕ່ແມ່ສຸດທີ່ຮັກກໍ່ໂທນຳຫຼາຍສາຍ
ແມ່ເມສາ: ໂທນີ! ລູກແຕ່ງຕົວແລ້ວລະບໍ່ ຟ້າວມາທີ່ງານເດີ້ ແລະ ຢ່າລືມເອົາຕຸກກະຕາທີ່ເຮົາໄປຊື້ນຳກັນມາພ້ອມ ແມ່ເອົາວາງໄວ້ຫ້ອງຮັບແຂກ ຢ່າລືມເອົາມາເດີ້
ໂທນີຕອບກັບດ້ວຍນ້ຳສຽງອິດເໝື່ອຍລາກສຽງ: ຮັບຊາບບບບບບ!
ໃນງານວັນເກີດ ຄືນນີ້ມາລີແຕ່ງຕົວໜ້າຮັກສົມໄວດ້ວຍຊຸດອ້ຽງກະໂປ່ງຍາວຕົກເຂົ່າສີນ້ຳຕານແມັດກັບເສື້ອຍືດແຂນສັ້ນສີຂາວຂ້າງໃນ ເບິ່ງແລ້ວໂດຍລວມກໍ່ໜ້າຮັກດີ ເກສອນກໍ່ມາກັບກ່ອງຂອງຂັວນສີແດງ, ໃນງານປະດັບດ້ວຍປຸ່ມເປົ້າສີບົວອ່ອນທັງງານ ພໍ່ຂອງໂທນີເຮັດປ້າຍສຸກສັນວັນເກີດມາລີຕິດທີ່ງານ ສ່ວນພໍ່ຂອງມາລີກໍ່ໂຊການຫຼິ້ນກີຕ້າຮ້ອງເພງໃຫ້ລູກສາວ ແລະ ຄົນໃນງານຟັງ, ດ້ານຂອງແມ່ໂທນີກັບແມ່ມາລີກໍ່ດູແລເລື່ອງອາຫານແລະເຄື່ອງດື່ມໃນງານ ວັນນີ້ມີປີ້ງບາບີຄິວນຳ ເນື່ອງຈາກມັນເປັນອາຫານທີ່ມາລີມັກກິນ
ໂທນີມາໃນງານພ້ອມກັບຕຸກກະຕາໝາໂຕໃຫຍ່ສີນ້ຳຕານ
ແມ່ເມສາ: ວ້າວ! ລູກຊາຍສຸດຫຼໍ່ຂອງແມ່ມາແລ້ວ! ມາ!ມາ ໂທນີເອົາຂອງຂວັນມາໃຫ້ນ້ອງ
ມາລີດີໃຈທີ່ໄດ້ຮັບຕຸກກະຕາ: ຂອບໃຈ! ຕຸກກະຕ່າໝາໃຫຍ່ເທົ່າຂ້ອຍເລີຍ
ແມ່ເມສາ: 555! ແມ່ນລະໃຫຍ່ເທົ່າເຈົ້າເລີຍ! ຕຸກກະຕານີ້ເຈົ້າມັກບໍ່
ມາລີ: ຂ້ອຍມັກຕຸກກະຕາໝາສີນ້ຳຕານທີ່ສຸດເລີຍ
ແມ່ເມສາ: ວ່າແລ້ວໂທນີຕ້ອງເລືອກໄດ້ຖືກໃຈເຈົ້າ
ໂທນີ: ແມ່! ແມ່! ບໍ່ເວົ້າ
ແມ່ເມສາ: ບໍ່ຕ້ອງອາຍດອກໂທນີ! ເຈົ້ານິຊ່າງຮູ້ໃຈມາລີທີ່ສຸດ
ເມື່ອໄດ້ຟັງແມ່ເມສາເວົ້າແບບນີ້ມາລີກໍ່ຮູ້ສຶກເຂີນທີ່ສຸດ ສ່ວນໂທນີກໍ່ຟ້າວຍ່າງໄປຈາກບ່ອນນັ້ນຢ່າງໄວທີ່ສຸດ
ເກສອນ: ໃຫ້ຈະຮອດໂມງເປົ່າເຄັກວັນເກີດແລ້ວແຕ່ມັງກອນຄືຍັງບໍ່ມາຮອດປານນີ້
ມາລີ: ກະວ່າຫັ້ນລ່ະ! ປານນີ້ແລ້ວລາວກະສິມາຢູ່ບໍ້
ເກສອນ: ຕ້ອງມາແທ້ ເພາະລາວຮັບປາກໄວ້ແລ້ວ! ມັງກອນລາວບໍ່ແມ່ນຄົນຜິດຄຳເວົ້າ
ແມ່ມະລິ (ແມ່ມາລີ): ມາ!ມາ ທຸກຄົນມາເປົ່າເຄັກວັນເກີດ
ພໍ່ຈອນນີ (ພໍ່ໂທນີ): ວ້າວ! ເຄັກນີ້ກ້ອນໃຫຍ່ໜ້າກິນ
ພໍ່ຫວັນ (ພໍ່ມາລີ): ເປັນເຄັກຊັອກໂກແລັດທີ່ມາລີມັກກິນ
ມາລີ: ຕ້ອງຂອບໃຈແມ່ທັງສອງທີ່ເຮັດໃຫ້! ເຄັກນີ້ໜ້າກິນທີ່ສຸດທີ່ເຄີຍເຫັນມາ
ແມ່ເມສາ: ໂທນີມານີ້ໄວໆກຽມມາເປົ່າເຄັກວັນເກີດກັບມາລີ
ໂທນີຍ່າງມາແບບໜ້ານິ້ງທີ່ເກັບກົດອາລົມເບື່ອໄວ້ຂ້າງໃນ
ຫຼັງຈາກທຸກຄົນມາລວມຕົວກັນແລ້ວ ກໍ່ຈະເລີ່ມການເປົ່າເຄັກ ແຕ່ກໍ່ມີສຽງດັງມາແຕ່ໄກ ຢຸດກ່ອນ! ຖ້າກ່ອນ! ເມື່ອທຸກຄົນຫັນໄປເບິ່ງທີ່ມາຂອງສຽງກໍ່ບໍ່ແມ່ນຄົນອື່ນ ນັ້ນແມ່ນມັງກອນນີ້ເອງ
ມັງກອນບຽດເກສອນອອກເພື່ອຕົນເອງຈະໄດ້ຢືນຂ້າງໆມາລີ ແລ້ວກ່າວດ້ວຍນ້ຳສຽງຫອບເໝື່ອຍ: ຂໍໂທດທຸກຄົນ! ຂໍໂທດມາລີທີ່ມາຊ້າ
ມາລີ: ບໍ່ເປັນຫຍັງ
ແຫຼະແລ້ວ! ການເປົ່າທຽນກໍ່ໄດ້ເລີ່ມຂຶ້ນຫຼັງຈາກອະທິຖານ ແລະ ເປົ່າທຽນດັບແລ້ວ ມາລີຍັງບໍ່ທັນໄດ້ຕັດເຄັກແບ່ງກັນເທື່ອຊ້ຳ ມັງກອນກໍ່ຈັດການເອົາສອງນິ້ວຕ້ວຍໜ້າເຄັກແລ້ວມາປ້າຍໃສ່ແກ້ມຂອງມາລີທັງສອງຂ້າງພ້ອມກັບມອຍຍິ້ມຫວານໆໃຫ້ ທຸກຄົນໃນທີ່ນີ້ເບິ່ງໜ້າມັງກອນແບບແປກໃຈເລັກໜ້ອຍກ່ອນຈະເຂົ້າໝວດປົກກະຕິ
ໂທນີນັ່ງເບິ່ງພວກພໍ່ໆກຳລັງດ່ວນໝາກດ້າມກັນດ້ວຍຄວາມມ່ວນຊື່ນ
ພໍ່ຈອນນີ (ພໍ່ຂອງໂທນີ): ມື້ນີ້ເຈົ້າຕ້ອງເມົາຈົນໂງຫົວບໍ່ຂຶ້ນເພາະເສຍໃຫ້ຂ້ອຍແລ້ວຕ້ອງຖືກໃໝເບຍ
ພໍ່ຫວັນ (ພໍ່ຂອງມາລີ): ເກມຍັງບໍ່ຈົບຢ່າຟ້າວນັບສົບທະຫານ! ຄືນນີ້ບໍ່ແຈ້ງບໍ່ເລີກ
ພໍ່ຈອນນີ: ໄດ້ຕວະ! ມື້ອື່ນກໍ່ເປັນວັນພັກການບໍ່ໄດ້ໄປທາງໃດຢູ່ແລ້ວ
ພໍ່ຈອນນີ ແລະ ພໍ່ຫວັນ ຫົວສຽງດັງ: 555
ມາລີເຫັນຄົນໄດ້ເຄັກທີ່ຕົນເອງຕັດເກືອບຄົບແລ້ວ ຍັງຂາດແຕ່ໂທນີທີ່ຍັງບໍ່ໄດ້ ດັ່ງນັ້ນມາລີຈິ່ງຕັດເຄັກປ່ຽງໃຫຍ່ພິເສດກວ່າຄົນອື່ນໆໄປໃຫ້ໂທນີ, ມັງກອນເຫັນມາລີຈັບຈານເຄັກປ່ຽງໃຫຍ່ກວ່າຕົນເອງຍ່າງໄປໃຫ້ໂທນີຈິ່ງເກີດຄວາມອິດສາ ກຳລັງຈະລຸກໄປຫາມາລີ ແຕ່ກໍ່ຖືກເກສອນດຶງໄວ້ກ່ອນ
ມາລີຍື່ນເຄັກໃຫ້ໂທນີ: ກິນເຄັກແມະ
ໂທນີ: ບໍ່ເອົາ! ບໍ່ມັກເຄັກຊັອກໂກແລັດ
ມາລີ: ແລ້ວເພິ່ນມັກກິນເຄັກຫຍັງ
ໂທນີ: ເຄັກສະຕໍເບີຣີ
ມາລີ: ອໍ
ມັງກອນໄດ້ຍ່າງເຂົ້າມາຫາພ້ອມທັງກະຊິບໃສ່: ມີຂອງຂວັນສຸດພິເສດມາໃຫ້
ມາລີເຮັດໜ້າຕື່ນເຕັ້ນກັບຂອງຂວັນ: ແມ່ນຫຍັງລ່ະ
ມັງກອນ: ຖ້າບຶດໜຶ່ງ
ຈາກນັ້ນມັງກອນກໍ່ຫາຍຕົວໄປ, ມັງກອນໄດ້ກຽມດອກໄມ້ໄຟມາຈູດເຊີໄພ້ວັນເກີດໃຫ້ມາລີ ເພາະມັງກອນຮູ້ດີວ່າມາລີມັກດອກໄມ້ໄຟ ແລະ ຕື່ນເຕັ້ນດີໃຈທຸກຄັ້ງທີ່ເຫັນມັນ ຜ່ານໄປ 5 ນາທີ ດອກໄມ້ໄຟທີ່ສວຍງາມກໍ່ແຕກກະຈາຍຂຶ້ນທ້ອງຟ້າ ທຸກຄົນຕ່າງຊົມດອກໄມ້ໄຟດ້ວຍຄວາມຕື່ນເຕັ້ນ ໂດຍສະເພາະມາລີ ມັງກອນນັ່ງເບິ່ງມາລີທີ່ພຸ່ມດອກໄມ້ ເຫັນທ່າທາງມາລີສົດໃສເຮຮາ ຕື່ນຕາຕື່ນໃຈກັບດອກໄມ້ໄຟຂອງຕົນ ກໍ່ເຮັດໃຫ້ມັງກອນຍິ້ມບໍ່ຫຸບ ສ່ວນໂທນີເມືອເຫັນຄວາມສົດໃສໄຮ້ດຽງສາທີ່ຢູ່ໃນຕົວຂອງມາລີ ກໍ່ເຮັດໃຫ້ເຂົາອົດແອບຍິ້ມມຸມປາກເບົາໆບໍ່ໄດ້
ເຫັນທີວ່າທຸກຄົນຈະມີຄວາມສຸກກັບການຊົມດອກໄມ້ໄຟ ແຕ່ສຽງດັງຂອງດອກໄມ້ໄຟນັ້ນກັບເຮັດໃຫ້ເປັນເລື່ອງ ເມື່ອກອງຫຼອນບ້ານໄດ້ແຫ່ກັບມາທີ່ເຮືອນຂອງມາລີ ແຕ່ໃນທີ່່ສຸດພໍ່ຂອງມາລີກໍ່ຈັດການບັນຫານີ້ໃຫ້ຈົບລົງດ້ວຍດີ ມັງກອນຮູ້ສຶກຜິດກັບເລື່ອງນີ້ຈິ່ງໄດ້ຂໍໂທດທຸກຄົນ
ມັງກອນ: ຂໍໂທດທຸກຄົນທີ່ເຮັດໃຫ້ເກີດເລື່ອງໃນວັນນີ້! ເປັນຄວາມຜິດຂອງຕົນທີ່ບໍ່ຄິດໜ້າຄິດຫຼັງກ່ອນ
ພໍ່ຫວັນ: ເຮີຍຍຍ! ຢ່າໂທດໂຕເອງເລີຍບໍ່ແມ່ນຄວາມຜິດຂອງເຈົ້າ
ແມ່ມະລິ: ພວກເຮົາມີຄວາມສຸກຫຼາຍກັບດອກໄມ້ໄຟຂອງເຈົ້າ
ມາລີຍ່າງໄປຕົບບ່າມັງກອນເບົາໆ: ບໍ່ເປັນຫຍັງສ່ຽວ! ດອກໄມ້ໄຟຂອງໂຕວິເສດສຸດໆມື້ນີ້ ເຮັດໃຫ້ທຸກຄົນມີທັງຄວາມສຸກ ແລະ ຄວາມຕື່ນເຕັ້ນ ເຮົາຈະບໍ່ມີວັນລືມວັນເກີດແບບນີ້ອີກເລີຍ
ມັງກອນຈັບມືທັງສອງຂອງມາລີຂຶ້ນມາພ້ອມກັບເວົ້າດ້ວຍສາຍຕາ ແລະ ນ້ຳສຽງອອດອ້ອນ: ເຈົ້າວ່າມີຄວາມສຸກຂ້ອຍກໍ່ດີໃຈແລ້ວ! ຖ້າເຈົ້າມັກແບບນີ້ປີໜ້າຂ້ອຍຈະຈັດຊຸດໃຫຍ່ກວ່ານີ້ໃຫ້ເດີ້
ເກສອນ: ພໍແລ້ວ! ພໍແລ້ວ
ແມ່ເມສາ: ພໍໄດ້ແລ້ວ! ຍັງອີກ
ແມ່ມະລິ: ຍັງອີກ
ພໍ່ຈອນນີ: ຍັງອີກແມ໊ະ!
ມັງກອນ: ຍັງຫຍັງ!
ພໍ່ຫວັນ: ຍັງບໍ່ປ່ອຍມືລູກສາວລຸງອີກຫວະ (ນ້ຳສຽງໂຫດໆ)
ຫຼັງຈາກມັງກອນປ່ອຍມືມາລີກໍ່ເບິ່ງຫາໂທນີແຕ່ກໍ່ບໍ່ພົບ ຄາດວ່າວ່າໂທນີຄົງກັບເມື່ອເຮືອນແລ້ວ ໂທນີແອບຢືນເບິ່ງມາລີຜ່ານແວ່ນແກ້ວໃສຈາກຊັ້ນສອງຂອງເຮືອນຢ່າງງຽບໆຄົນດຽວ.