spot_img
Homeນານາສາລະສົ້ນຕີນແຕກ "ເປືອກກ້ວຍ" ຊ່ວຍໄດ້

ສົ້ນຕີນແຕກ “ເປືອກກ້ວຍ” ຊ່ວຍໄດ້

Published on

179596

ເຊື່ອ​ວ່າ​ມີ​ໜຸ່ມໆສາວໆ ຫລາຍ​ຄົນທີ່​ປະ​ສົບ​ກັບ​ບັນຫາ​ສົ້ນ​ຕີນ​ແຕກ ບໍ່​ວ່າ​ຈະ​ເຮັດ​ແນວໃດກໍ​ບໍ່​ເຊົາ​ແຕກ​ຈັກ​ເທື່ອທັງ​ດ້ານ,ທັງ​ຫຍາບ,ໃສ່​ດກີບ​ກໍ່​ເຈັບ ບໍ່​ຕ້ອງ​ກັງ​ວົນ​ອີກຕໍ່ໄປ ມື້​ນີ້​ເຮົາ​ມີ​ວິທີ​ປິ່ນປົວ​ສົ້ນ​ຕີນ​ແຕກ​ມາ​ຝາກ​ກັນ ເປັນ​ວິທີ​ແບບ​ທຳມະຊາດ ໂດຍ​ການ​ໃຊ້​ເປືອກ​ກ້ວຍ​ຫອມ​

ບັນຫາ​ສົ້ນ​ຕີນ​ແຕກ​ສ່ວນ​ໃຫຍ່ ມັກ​ເກີດ​ຈາກ​ການ​ທີ່​ເຮົາມັກຢ່າງ​ຕີນ​ເປົ່າ​ໄປ​ນອກ​ເຮືອນ ເຊັ່ນ​ພື້ນ​ສີມັງ ທີ່​ເຮັດໃຫ້​ຕີນ​ດ້ານ​ໄດ້ ແລະ ​ອີກ​ສາ​ເຫດ​ໜຶ່ງ​ມັກເກີດ​ຈາກ​ເກີບ​ແຕະ​ ຫລື​ ເກີບເປີດ​ສົ້ນເພາະ ການ​ທີ່​ໃສ່​ເກີບ​ພວກ​ນີ້​ເປັນ​ເວລາ​ດົນ​ໆ ຜິວ​ໜັງ​ກົງ​ບໍລິເວນ​ສົ້ນ​ຕີນ​ຈະ​ຖືກ​ຮຸກຖູ

     ວິທີ​ຮັກ​ສາຄື ເລີ່ມ​ຈາກ​ການທຳ​ຄວາມ​ສະ​ອາດ​ຕີນ​ໃຫ້​ຮຽບຮ້ອຍ ຈາກ​ນັ້ນ​ນຳ​ເປືອກ​ກ້ວຍ​ຫອມ​ມາ​ຖູ​​ບໍລິເວນ​ສົ້ນ​ຕີນ​ທີ່​ແຕກຖູ​ໄປ ມາ ແລ້ວ​ຖິ້ມ​ໄວ້​ປະ​ມານ10 -15 ນາ​ທີ ແລ້ວ​ລ້າງ​ອອກ​ດ້ວຍ​ນ້ຳ​ສະ​ອາດ​ສຳເລັດ​ແລ້ວ ເຊັດ​ໃຫ້​ແຫ້ງ​ພ້ອມ​ກັບ​ທາ​ຄີມ​ບຳ​ລຸງ​ສົ້ນ​ຕີນ ວິທີ​ນີ້​ຄວນ​ຈະ​ເຮັດ​ຢ່າງ​ນ້ອຍ​ອາທິດ​ລະ 2-3 ຄັ້ງ ສິ່ງ​ສຳ​ຄັນ​ເລີຍ​ຄື ຫ້າມ​ຂັດ​ແຮງ​ໆດ້ວຍ​ຫິນ​ຂັດ ຫລື ​ແປງ​ຂັດ​ ​ເພາະ​ນອກ​ຈາກ​ຈະ​ບໍ່​ຊ່ວຍ​ໃຫ້​ເຊົາ​ດີ​ແລ້ວ ຍັງ​ເປັນ​ການເຮັດໃຫ້​ຜິວ​ບໍລິເວນ​ສົ້ນ​ຕີນ​ບາງ​ລົງ ສົ່ງ​ຜົນ​ໃຫ້​ເກີດ​ການ​ແຕ​ກອອກ​ຫລາຍ​ຂຶ້ນ​ໄ​ດ້ຈຶ່ງ​ເຮັດໃຫ້​ຜິວ​ໜັງ​ບໍລິເວນ​ນັ້ນ​ຄ່ອຍ​ໆ ແຂງ​ ແລະ ​ໜາ​ຂຶ້ນ ຈົນ​ເຮັດໃຫ້​ເກີດ​ການ​ແຫ້ງ​ແຕກ​ໃນ​ທີ່​ສຸດ

ບົດຄວາມຫຼ້າສຸດ

ປິດລົງຢ່າງເປັນທາງການ ກອງປະຊຸມສະມັດຊາໃຫຍ່ ໄອປາ ຄັ້ງທີ 45

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາລະຫວ່າງຊາດອາຊຽນ ຫລື ໄອປາ (AIPA) ຄັ້ງທີ 45 ພາຍໃຕ້ຄຳຂວັນ: “ບົດບາດຂອງລັດຖະສະພາໃນການຊຸກຍູ້ການເຊື່ອມຈອດ ແລະ ການເຕີບໂຕແບບກວມລວມຂອງອາຊຽນ” ໄດ້ອັດລົງດ້ວຍຜົນສຳເລັດຢ່າງຈົບງາມ ໃນຕອນບ່າຍ ວັນທີ...

ພິທີເຊັນສັນຍາໂຄງການປັບປຸງເສັ້ນທາງເທດສະບານເມືອງວັງວຽງ

ໂຄງການປັບປຸງເສັ້ນທາງພາຍໃນເທດສະບານຄືນໃຫມ່ເມືອງວັງວຽງ ແຂວງວຽງຈັນ ແມ່ນໂຄງການຫນຶ່ງໃນຈໍານວນ 4 ໂຄງການຍ່ອຍ ທີ່ຈັດຕັ້ງປະຕິບັດຢູ່ແຂວງວຽງຈັນ ພາຍໃຕ້ການສະຫນັບສະຫນູນຈາກໂຄງການພັດທະນາໂຄງລ່າງພື້ນຖານເພື່ອສົ່ງເສີມການທ່ອງທ່ຽວ ອະນຸພາກພື້ນແມ່ນໍ້າຂອງ ໄລຍະ 2. ໃນວັນທີ 17 ຕຸລາ 2024 ທີ່ເມືອງວັງວຽງ,...

ອຸດົມໄຊລົງກວດ ອາຫານແຊ່ແຂງທີ່ໝົດອາຍຸ ແລະ ພືດ-ຜັກ ຫ້າມນໍາເຂົ້າຈາກຕ່າງປະເທດ

ວັນທີ 16 ຕຸລາ 2024 ພະແນກອຸດສາຫະກໍາ ແລະ ການຄ້ານໍາພາໂດຍ ທ່ານ ສອນເພັດ ບຸນທະຈິດຫົວໜ້າຂະແໜງການຄ້າພາຍໃນ ພະແນກອຸດສາຫະກໍາ ແລະ ການຄ້າ ສົມທົບກັບພະແນກກະສິກໍາ...

ການພົບປະ ລະຫວ່າງ ສະພາແຫ່ງຊາດລາວ-ລັດຖະສະພາໄທ

ໃນວັນທີ 21 ຕຸລາ 2024 ນີ້, ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານ ວັນມູຫະມັດນໍ...