ເມື່ອເວົ້າເຖິງແຄນ ຫລື ໄດ້ຍິນສຽງແຄນ ບໍ່ມີຄົນລາວຜູ້ໃດທີ່ຈະບໍ່ຮູ້ຈັກ , ແຄນ ກາຍເປັນດົນຕີປະຈໍາຊາດລາວອັນມີເອກະ ລັກສະເພາະ ມາ ແຕ່ເຫິງນານແລ້ວເພາະແຄນໄດ້ເຊື່ອມຊືມເຂົ້າໃນ ຊີວິດວັດທະນະທໍາ ຂອງປະຊາຊົນ ລາວບັນດາເຜົ່າໃນ ທົ່ວປະເທດເຊິ່ງບັນດາຂັບ ລໍາທ້ອງຖິ່ນຕ່າງໆ ນັບແຕ່ເຫນືອ ຈົນຮອດໃຕ້ກໍ່ແມ່ນແຄນເປັນ ດົນຕີຫລັກຂອງສິລະປະດົນຕີຂອງປະຊາຊົນລາວບັນດາເຜົ່າ ເຫັນໄດ້ເຊັ່ນ : ທາງພາກເຫນືອ ແລະ ພາກກາງ ມີ ຂັບຊໍາເຫນືອ , ຂັບຊຽງຂວາງ , ຂັບງື່ມ ແລະ ສິລະປະການເປົ່າແຄນຂອງຊົນເຜົ່າມົ້ງ…; ສວ່ນທາງພາກໃຕ້ມີ ລໍາມະຫາໄຊ , ລໍາຕັງຫວາຍ , ລໍາພູໄທ , ລໍາສາລະວັນ , ລໍາບ້ານຊອກ , ລໍາສີພັນດອນ ແລະ ອື່ນໆອີກຢ່າງ ຫລວງຫລາຍ ; ແຄນ ເປັນເຄື່ອງດົນຕີທີ່ມີສຽງອັນອອນຊອນ ເມື່ອຟັງແລ້ວຈະອົດທີ່ຈະບໍ່ ສະແດງອາການ ມ່ວນຊື່ນນັ້ນບໍ່ໄດ້ ເຊິ່ງເຫັນໄດ້ວ່າ ແຄນ ແມ່ນຜູກພັນກັບສາຍເລືອດລາວ ມາແຕ່ບູຮານມາແລ້ວ.
ປະຫວັດ: ແຄນ ແມ່ນເຄື່ອງດົນຕີພື້ນເມືອງປະເພດເປົ່າຊະນິດຫນຶ່ງ ໃນດົນຕີພື້ນເມືອງລາວສີ່ປະເພດຄື : ດີດ , ສີ , ຕີ ແລະ ເປົ່າ ເຊິ່ງເປັນຊະນິດທີ່ໄດ້ຮັບຄວາມນິຍົມ ແລະ ນໍາໃຊ້ຢ່າງກວ້າງຂວາງ ໃນກຸ່ມຄົນເຊື້ອຊາດລາວ ນັບເປັນເວລາຫລາຍ ພັນປີມາແລ້ວບັນດານັກປາດອາຈານໃນສະໄຫມບູຮານ ເພິ່ນໄດ້ຂຽນເປັນບົດນິຍາມໄວ້ວ່າ :
” ຄົນລາວ ” ຢູ່ເຮືອນຮ້ານ , ປາກເປົ່າແຄນ , ມືປັ້ນເຂົ້າຫນຽວ
ຕາມຫລັກວິທະຍາສາດນັ້ນ ຍັງບໍ່ທັນມີໃຜຄົ້ນຄວ້າພົບຈຸດເລີ່ມຕົ້ນຂອງ ແຄນ ວ່າແມ່ນໃຜເປັນຜູ້ສ້າງຂື້ນມາ ແຕ່ແນ່ນອນວ່າ ແຄນລາວ ແມ່ນຄົນລາວສ້າງຂື້ນເພາະສຽງດົນຕີກົມກືນກັບສຽງຂັບລໍາຂອງສໍານຽງສຽງ ເວົ້າພາສາລາວແທ້ໆ , ເມື່ອເອົາໄປເປົ່າກັບສໍານຽງພາສາອື່ນກໍ່ໄດ້ຢູ່ ແຕ່ມັນກໍ່ຂາດໆເຂີນໆ ບໍ່ມ່ວນຊື່ນອອນຊອນ ເຊັ່ນສຽງຂັບລໍາພາສາລາວ.
ຕາມຂໍ້ມູນທີ່າມາດຢັ້ງຢືນໄດ້ນັ້ນ ໄດ້ກ່າວວ່າ ແຄນລາວ ມີຕົ້ນກໍາເນີດຢູ່ໃນກຸ່ມຄົນລາວ ( ໄຕລາວ )ຢູ່ລຸ່ມແມ່ ນ້ໍາຂອງໂດຍສະເພາະແລະ ແຜ່ກະຈາຍອອກໄປສູ່ທ້ອງຖິ່ນອື່ນໆທີ່ໄກ້ຄຽງ ໂດຍສະເພາະ ໃນກຸ່ມຊົນເຜົ່າ ລາວ – ໄຕ ທັງມວນ ໂດຍການຄົ້ນພົບຄ້ອງບັ້ງບູຮານທີ່ມີຮູບສະຫລັກຄົນເປົ່າແຄນ ເຊິ່ງສາມາດສັນນິຖານໄດ້ວ່າ ແຄນລາວ ອາດກໍາເກີດມາໄດ້ປະມານ 2500 ປີມາແລ້ວ.
ແຄນລາວ ປະກອບມີຫລາຍຮູບແບບດັ່ງນີ້ :
1. ແຄນລາວລຸ່ມ ມີ 4 ຊະນິດຄື :
– ແຄນ 5 ຄູ່
– ແຄນ 6 ຄູ່
– ແຄນ 7 ຄູ່
– ແຄນ 8 ຄູ່
ແຄນລາວໃນສະໄຫມກ່ອນ ແມ່ນມັກໃຊ້ເປົ່າຂັບລໍາຕ່າງ ສວ່ນຫລາຍແມ່ນແຄນ 5 ຄູ່ , 6 ຄູ່ ແລະ 7 ຄູ່ ເທົ່ານັ້ນ ແຕ່ຕໍ່ມາອີງໃສ່ສະພາບຄວາມຕັ້ງການຂອງຍຸກສະໄຫມໃຫມ່ ນັກປະດິດແຄນຈື່ງໄດ້ເພິ່ມສຽງແຄນເຂົ້າເປັນ 8 ຄູ່ ເພື່ອສາມາດຫລິ້ນກັບເຄື່ອງດົນຕີອື່ນໆໄດ້.
2. ແຄນລາວເທິງ ມີ 2 ຊະນິດຄື :
– ເຂດພາກເຫນືອ , ກາງ ແລະ ໃຕ້ ນິຍົມໃຊ້ແຄນ 5 ຄູ່ ແລະ 6 ຄູ່ ກັບລາວລຸ່ມ ໃຊ້ໃນການເປົ່າປະກອບສຽງຂັບລໍາ.
– ເຜົ່າລາວເທິງເຂດ ສາລະວັນ , ເຊກອງ , ອັດຕະປື ເຂົາເຈົ້າປະດິດແຄນ ນ້ໍາເຕົ້າຂື້ນເປັນເອກະລັກສະເພາະ ຂອງຕົນhຊິ່ງໃຊ້ເປົ່າສະແດງປະກອບກັບ ເຄື່ອງດົນຕີພື້ນເມືອງຊະນິດຕ່າງໆ ຫາກບໍ່ແມ່ນໃຊ້ເປົ່າໃນການຂັບລໍາ.
3. ແຄນເຜົ່າມົ້ງ :
ສວ່ນຫລາຍແມ່ນໃຊ້ເປົ່າສະແດງລວດລາຍ , ຄວາມສາມາດ ແລະ ພະລະກໍາລັງ ຄວາມກ້າຫານຂອງຜູ້ເປົ່າ ເຊິ່ງບໍ່ໄດ້ປະກອບໃຫ້ກັບການຂັບລໍາພື້ນເມືອງແຕ່ຢ່າງໃດ.
ບັນດາທ່ານຜູ້ນໍາ ແລະ ນັກປາດອາຈານເພິ່ນໄດ້ສັ່ງສອນໄວ້ວ່າ ” ເສຍວັດທະນະທໍາ ແມ່ນເສຍຄວາມເປັນຊາດ ” ປະເທດໃດຫນື່ງຖ້າລູກຫລານຊາວຫນຸ່ມ ຍິງ – ຊາຍ ຜູ້ສືບທອດອານາຄົດຂອງປະເທດຊາດ ຫາກຖືເບົາ ບໍ່ເອົາ ໃຈໃສ່ ປ່ອຍປະລະເລີຍ ຕໍ່ສິລະປະວັດທະນະທໍາ ຮີດຄອງປະເພນີອັນດີງາມຂອງຊາດຕົນ ພາກັນ ໄປນິຍົມຍົກ ຍ້ອງ ວັດທະນະທໍາຂອງຊາດອື່ນ ບໍ່ດົນນານປານໃດຊາດຂອງຕົນກໍ່ຈະຖືກປ່ຽນແປງ ແລະ ຖືກຊາດອື່ນກືນກີນ ແລະ ເສື່ອມຫາຍໄປໃສທີ່ສຸດ.
ຂໍໃຫ້ຄົນລາວທຸກໆຄົນ ບໍ່ວ່າຫນຸ່ມນ້ອຍ ຍິງ – ຊາຍ ເຖົ້າແກ່ ທີ່ມີນ້ໍາໃຈຮັກຊາດ ແລະ ຮັກວັດທະນະທໍາ ທີ່ເປັນມູນເຊື້ອຂອງຊາດລາວ ຈົ່ງພ້ອມກັນຫັນມາອະນຸລັກຮັກສາ ແລະ ສົ່ງເສີມຄົນລາວໃຫ້ຮູ້ຈັກເປົ່າແຄນ ຈົ່ງເລີ່ມແຕ່ມື້ນີ້ ບໍ່ມີຄໍາວ່າ ແກ່ເກີນຮຽນ ພ້ອມກັນສືບຕໍ່ກ້າວໄປແຕ່ລະຂັ້ນ ດວ້ຍຄວາມເຊື່ອຫມັ້ນ ” ຄວາມພະ ຍາຍາມຢູ່ບ່ອນໃດ ຄວາມສໍາເລັດຢູ່ບ່ອນນັ້ນ ” ຍັງແມ່ນສັດຈະທໍາທີ່ຖືກຕ້ອງຕະຫລອດການ.
ຂ້າພະເຈົ້າເລີ່ມຮຽນເປົ່າແຄນ ດວ້ຍຕົນເອງເມື່ອສອງປີມານີ້ ເຊິ່ງຍາດເອົາເວລາຫວ່າງຈາກການຮ່ໍໍາລາຮຽນແຄນ ເຊິ່ງປະຈຸບັນພໍສາມາດເປົ່າໄດ້ບາງລາຍເຊັ່ນ : ລາຍນົກໄຊບິນຂ້າມທົ່ງ , ລາຍເຕີ້ຍພະມ້າ , ລາຍເຕີ້ຍຂ້າມຂອງ , ລາຍໂປງລາງ , ລາຍສາລະວັນ , ລາຍພູໄທ , ລາຍລາວສ່ຽງທຽນ ແລະ ບາງເພງເຊັ່ນ : ເພງຊາດລາວ , ຈໍາປາເມືອງລາວ , ເມືອງລາວໃຫມ່ ແລະ ສາວໂພນໂຮງ ເປັນຕົ້ນ.
ບົດຄວາມ: ລູກຊາຍເມືອງພວນ
ວິດີໂອ: ອົງການອຸຍເນສໂກ