Homeຂ່າວພາຍ​ໃນອົງການຍູເນສໂກ (UNESCO) ໄດ້ປະກາດສຽງແຄນລາວເປັນມໍລະດົກທາງພູມປັນຍາ ທີ່ຈັບຕ້ອງບໍ່ໄດ້

ອົງການຍູເນສໂກ (UNESCO) ໄດ້ປະກາດສຽງແຄນລາວເປັນມໍລະດົກທາງພູມປັນຍາ ທີ່ຈັບຕ້ອງບໍ່ໄດ້

Published on

ວັນພະຫັດ ທີ 7 ທັນວາ 2017 ທີ່ຜ່ານມານີ້, ໃນກອງປະຊຸມຄະນະກຳມະການດ້ານພູມປັນຍາທາງວັດທະນະທຳ ອົງການສຶກສາ ວິທະຍາສາດ ແລະວັດທະນະທຳ (UNESCO) ໃນລະຫວ່າງວັນທີ 4-9 ທັນວາ 2017 ທີ່ເກາະເຊຈູ ປະເທດເກົາຫຼີໃຕ້ ໄດ້ປະກາດ “ສຽງແຄນລາວ” ຂຶ້ນເປັນມໍລະດົກພູມປັນຍາທາງວັດທະນະທຳ ທີ່ຈັບຕ້ອງບໍ່ໄດ້ ແລະຖືກຮັບຮອງຢ່າງເປັນທາງການຈາກກອງປະຊຸມດັ່ງກ່າວ.

ເຫດການດັ່ງກ່າວນີ້ ຖືເປັນຄວາມພາກພູມໃຈຂອງຄົນລາວໂດຍສັນຊາດ ກໍຄືຊົນເຜົ່າລາວທົ່ວໂລກ ເນື່ອງຈາກວ່າແຄນ ແມ່ນດົນຕີພື້ນເມືອງທີ່ເປັນເອກະລັກຂອງຊົນເຜົ່າລາວທຸກຄົນທັງໃນແລະຢູ່ຕ່າງປະເທດ ທີ່ມີມາແຕ່ບູຮານນະການ.

ທຸກຊົນເຜົ່າໃນລາວລ້ວນແຕ່ຮູ້ຈັກແຄນແລະຮູ້ໃຊ້ແຄນເປັນເຄື່ອງດົນຕີປະສານສຽງຂັບສຽງລຳຂອງຊົນເຜົ່າຕົນຢ່າງກົມກືນ ເຊິ່ງອາດຈະແຕກຕ່າງທາງດ້ານຈັງຫວະທຳນອງເປັນເອກະລັກສະເພາະຂອງແຕ່ລະທ້ອງຖິ່ນ ແລະຮູບລັກສະນະຂອງແຄນກໍແຕກຕ່າງກັນໃນບາງຊົນເຜົ່າ ເຊັ່ນ ຊົນເຜົ່າມົ້ງ ແລະ ຊົນເຜົ່າລາວເທິງ ກໍຈະມີແຄນເປັນເອກະລັກຂອງເຜົ່າໄປອີກແບບໜຶ່ງ.

ສາມາດຕິດຕາມໄດ້ທີ່:https://ich.unesco.org/en/RL/khaen-music-of-the-lao-people-01296
ວິດີໂອ: ອົງການອຸຍເນສໂກ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...