spot_img
Homeປ່ອງຢ້ຽມດວງດາວປະເທດທຳອິດເທິງອະວາກາດໄດ້ເກີດຂຶ້ນແລ້ວ

ປະເທດທຳອິດເທິງອະວາກາດໄດ້ເກີດຂຶ້ນແລ້ວ

Published on

Asgardia ທີ່ໄດ້ປະກາດຕົວເປັນປະເທດທຳອິດໃນອະວາກາດເມື່ອປີ 2016 ແລະ ໄດ້ຮັບການຕອບຮັບເປັນຢ່າງດີ ມີຜູ້ສົນໃຈຕ້ອງການເປັນສະມາຊິກຈຳນວນມະຫາສານ ແລະ ຕອນນີ້ພວກເຂົາໄດ້ປ່ອຍດາວທຽບດວງທຳອິດເຂົ້າສູ່ວົງໂຄຈອນຮອບໂລກເປັນການເລີ່ມຕົ້ນສ້າງອານາຈັກໃນອະວາກາດຮຽບຮ້ອຍແລ້ວ

Igor Ashurbeyli ມະຫາເສດຖີຊາວຣັດເຊຍທີ່ເປັນທັງນັກວິທະຍາສາດ ແລະ ນັກທຸລະກິດໄດ້ປະກາດຕັ້ງປະເທດໃນອະວາກາດໂດຍບໍ່ຢູ່ພາຍໃຕ້ການຄວບຄຸມຂອງປະເທດໃດໃນໂລກ ຫຼື ບໍ່ຢູ່ພາຍໃຕ້ສົນທິສັນຍາອະວາກາດ (Outer Space Treaty) ຊື່ປະເທດແມ່ນ Asgardia ມາຈາກຊື່ “Asgard” ເຊິ່ງເປັນດິນແດນເທບພະເຈົ້າໃນຕຳນານນອສ (Norse mythology)

ຫຼັງຈາກ Asgardia ປະກາດຮັບສະໝັກໃຫ້ຄົນມາລົງທະບຽນເປັນພົນລະເມືອງຂອງປະເທດພຽງ 2 ມື້ ປະກົດວ່າມີຜູ້ສົນໃຈມາສະໝັກຫຼາຍເຖິງ 100,000 ຄົນ ແລະ ເກີນ 500,000 ຄົນ ພາຍໃນເວລາບໍ່ຮອດເດືອນ ຜູ້ທີ່ສະໝັກຈະຖືກພິຈາລະນາຢ່າງເຂັ້ມງວດ ເພື່ອໃຫ້ໄດ້ຜູ້ທີ່ມີຄຸນສົມບັດເໝາະສົມເປັນປະໂຫຍດຕໍ່ການສ້າງອານາຈັກໃໝ່ໃນອະວາກາດ ຂະນະນີ້ມີຜູ້ຜ່ານການຄັດເລືອກແສນກວ່າຄົນແລ້ວ Asgardia ມີແຜນຈະຍື່ນສະໝັກເປັນສະມາຊິກສະຫະປະຊາຊາດໃນປີ 2018

ການສົ່ງ Asgardia-1 ຂຶ້ນສູ່ວົງໂຄຈອນຖືວ່າເປັນຄວາມສຳເລັດຂອງພົນລະເມືອງຂອງ Asgardia ຕອນນີ້ຍັງຕ້ອງຢູ່ທີ່ໂລກມະນຸດຕໍ່ໄປກ່ອນ ດາວທຽມນ້ອຍດວງນີ້ຈະນຳເອົາຟາຍຂໍ້ມູນຂະນາດ 500 ກິກະໄບຂອງພົນລະເມືອງຊາວ Asgardia 18,000 ຄົນຂຶ້ນໄປກັບມັນພ້ອມ ມີທັງຮູບຄອບຄົວຂອງພົນລະເມືອງ ຮູບທຸງຊາດ ກາສັນຍະລັກ ແລະ ລັດຖະທຳມະນູນຂອງປະເທດ

ປະຕິບັດການຄັ້ງນີ້ບໍ່ໄດ້ເປັນພຽງການສົ່ງຂໍ້ມູນຂຶ້ນໄປສູ່ອະວາກາດເທົ່ານັ້ນ ມັນມີຄວາມໝາຍຕໍ່ການຈັດຕັ້ງປະເທດໂດຍກົງ ປົກກະຕິການເປັນປະເທດຂອງສະຫະປະຊາຊາດໄດ້ຈະຕ້ອງມີຄົບ 4 ຢ່າງ ແລະ ພວກເຂົາມີແລ້ວ 3 ຢ່າງຄື: 1. ລັດຖະທຳມະນູນທີ່ໄດ້ຮັບການຮັບຮອງແລ້ວ, 2. ລະບົບສະກຸນເງິນຕາທີ່ພວກເຂົາໃຊ້ “Solar” ທີ່ຈົດທະບຽນກັບສະຫະພາບຢຸໂຣບແລ້ວ, 3. ລັດຖະບານເຊິ່ງຂະນະນີ້ຢູ່ໃນລະຫວ່າງການຈັດຕັ້ງ ແລະ ການສົ່ງ Asgardia-1 ຂຶ້ນສູ່ອະວາກາດຈະເຮັດໃຫ້ພວກເຂົາມີສິ່ງສຸດທ້າຍຕາມຂໍ້ກຳນົດນັ້ນຄືອານາເຂດ

Asgardia ມີແຜນຈະຈັດຕັ້ງສະຖານີອະວາກາດທີ່ໂຄຈອນຮອບໂລກ ແລະ ອານານິຄົມເທິງດວງຈັນ ແຕ່ຍັງບໍ່ຮູ້ວ່າຕ້ອງໃຊ້ເວລາດົນປານໃດເຖິງຈະບັນລຸຜົນ ແຕ່ສຳລັບຈຳນວນພົນລະເມືອງຂອງ Asgardia ຕອນນີ້ມີປະມານ 114,000 ຄົນຈາກ 204 ປະເທດທົ່ວໂລກ

https://youtu.be/5DK76UWmM_A

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...