spot_img
Homeນານາສາລະສະຖິຕິໃໝ່ປະເທດທີ່ລາຄາໄຟຖືກທີ່ສຸດໃນໂລກ

ສະຖິຕິໃໝ່ປະເທດທີ່ລາຄາໄຟຖືກທີ່ສຸດໃນໂລກ

Published on

ໜ່ວຍງານ CENACE ທີ່ຮັບຜິດຊອບການໃຫ້ບໍລິການໄຟຟ້າຂອງປະເທດ ແມັກຊິໂກໄດ້ລາຍງານຜົນການປະມູນຊື້ໄຟຟ້າຈຳນວນ 5.5 ພັນລ້ານຢູນິດ ຈາກໂຄງການຜະລິດໄຟຟ້າດ້ວຍພະລັງງານແສງອາທິດກຳລັງການຜະລິດລວມ 1.8 ກິກະວັດ ໂດຍແບ່ງການປະມູນອອກເປັນ 14 ສັນຍາ ປະກົດວ່າມີຜູ້ຊະນະການປະມູນໃນ 2 ສັນຍາ ໃຫ້ລາຄາໄຟຟ້າຕ່ຳສຸດເປັນສະຖິຕິໃໝ່ຂອງໂລກທີ່ລາຄາພຽງ 1.77 ເຊັນ/ຢູນິດ ຫຼື ປະມານ 150 ກີບ/ຢູນິດ

ແມັກຊິໂກໄດ້ພິສູດໃຫ້ເຫັນວ່າ ການຈັດການບັນຫາພະລັງງານໝຸນວຽນໃນລາຄາທີ່ບໍ່ແພງນັ້ນເປັນໄປໄດ້ທົ່ວໂລກ ບໍ່ຈຳເປັນຕ້ອງເປັນປະເທດທີ່ຮັ່ງມີ ແລະ ມີເງື່ອນໄຂພິເສດແບບຊາອຸດິອາຣະເບຍ ແລະ ນີ້ຈະເປັນຫົນທາງທີ່ສົດໃສສຳລັບການເດີນໄປສູ່ຈຸດໝາຍໃນຂໍ້ຕົກລົງປາຣີສ ຮວມທັງເປົ້າໝາຍໃນທະວິບອາເມລິກາເໜືອທີ່ 3 ປະເທດ ຢ່າງແມັກຊິໂກ, ການາດາ ແລະ ສະຫະລັດອາເມລິກາໄດ້ກຳນົດຮ່ວມກັນ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...