Homeນານາສາລະສິບຄວາມເຂົ້າໃຈຜິດ ທີ່ເຮັດໃຫ້ຄົນເຮົາເປັນທຸກໄປຈົນຕາຍ

ສິບຄວາມເຂົ້າໃຈຜິດ ທີ່ເຮັດໃຫ້ຄົນເຮົາເປັນທຸກໄປຈົນຕາຍ

Published on

ສິບຄວາມເຂົ້າໃຈຜິດ ທີ່ເຮັດໃຫ້ຄົນເຮົາເປັນທຸກໄປຈົນຕາຍ
1. ເຂົ້າໃຈວ່າ ບັນຫາຄືສິ່ງທີ່ຕ້ອງປະຕິເສດ ບໍ່ເຂົ້າໃຈວ່າ ບັນຫາຄືເລື່ອງທຳມະດາ ທີ່ຕ້ອງຮຽນຮູ້ແລະຍອມຮັບ.
2. ເຂົ້າໃຈວ່າ ຄວາມສຸກເປັນສິ່ງທີ່ຕ້ອງສະແຫວງຫາ ບໍ່ເຂົ້າໃຈວ່າ ຕາບໃດທີ່ຍັງສະແຫວງຫາ ຄວາມສຸກຈະບໍ່ມີວັນເກີດຂຶ້ນ.
3. ເຂົ້າໃຈວ່າ ຄວາມຄິດຄວບຄຸມໄດ້ ບໍ່ເຂົ້າໃຈວ່າ ບໍ່ມີໃຜສາມາດຄວບຄຸມຄວາມຄິດໄດ້ ເພາະຄວາມຄິດຄື ທາດປຸງແຕ່ງຕາມທຳມະຊາດ.
4. ເຂົ້າໃຈວ່າ ອີກດົນກວ່າຈະຕາຍ ບໍ່ເຂົ້າໃຈວ່າ ຄວາມຕາຍນີ້ແຂວນຄໍທຸກບາດຍ່າງ ຕື່ນມື້ເຊົ້າເຫັນໜ້າຈັ່ງວ່າຍັງ.
5. ເຂົ້າໃຈວ່າ ເຮັດດີແລ້ວຕ້ອງໄດ້ດີ ບໍ່ເຂົ້າໃຈວ່າ ເຮັດດີບໍ່ໄດ້ຫຍັງ ນອກຈາກໄດ້ລະກິເລດ.
6. ເຂົ້າໃຈວ່າ ຊີວິດຕ້ອງສະແຫວງຫາຄວາມໝັ້ນຄົງ ບໍ່ເຂົ້າໃຈວ່າ ຄວາມໝັ້ນຄົງເປັນສິ່ງທີ່ເປັນໄປບໍ່ໄດ້.
7. ເຂົ້າໃຈວ່າ ດີກັບເຂົາແລ້ວເຂົາຕ້ອງດີກັບເຮົາ ບໍ່ເຂົ້າໃຈວ່າ ເຮົາມີໜ້າທີ່ດີກັບເຂົາ ສ່ວນເຂົາຈະດີກັບເຮົາຫຼືບໍ່ນັ້ນ ມັນເປັນເລື່ອງຂອງເຂົາ ເຮົາໄປສັ່ງການບໍ່ໄດ້.
8. ເຂົ້າໃຈວ່າ ຕ້ອງຮັກສາທຸກສິ່ງໃຫ້ດີທີ່ສຸດ ບໍ່ເຂົ້າໃຈວ່າ ດີທີ່ສຸດຄື ບໍ່ຕ້ອງມີຫຍັງໃຫ້ຮັກສາ.
9. ເຂົ້າໃຈວ່າ ຄວາມສຳເລັດຄືສິ່ງສູງສຸດ ບໍ່ເຂົ້າໃຈວ່າ ການຢຶດຕິດໃນຄວາມສຳເລັດ ນັ້ນແຫຼະທຸກຂັ້ນສູງສຸດ.
10. ເຂົ້າໃຈວ່າ ຕົນເອງສຳຄັນທີ່ສຸດ ບໍ່ເຂົ້າໃຈວ່າ ເລື່ອງສຳຄັນທີ່ສຸດຄືບໍ່ມີຄົນເອງ.

ບົດຄວາມຫຼ້າສຸດ

ນວ ພົບການສໍ້ລາດບັງຫຼວງ ທັງໝົດ 31 ກໍລະນີ ຢູ່ນະຄອນຫຼວງວຽງຈັນ ໃນນີ້ມີສວຍໃຊ້ຕຳແໜ່ງ 12 ຄົນ

ກອງປະຊຸມສະຫຼຸບວຽກງານກວດກາ 5 ປີ (2021-2025) ທົ່ວນະຄອນຫຼວງວຽງຈັນ ຄັ້ງທີ IV ຈັດຂຶ້ນວັນທີ 6 ພະຈິກ 2026 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ວັນໄຊ...

ປະເທດທີ່ຍິ່ງໃຫຍ່ ເກີດຈາກການນຳພາຂອງຜູ້ນຳ: 5 ຫຼັກການສຳລັບລາວ ແລະ ປະເທດອື່ນໆ

ໃນວັນທີ 3 ພະຈິກ 2026 ທີ່ຜ່ານມາ ຢູ່ ສູນຮ່ວມມືລາວ-ສິງກະໂປ ນະຄອນຫຼວງວຽງຈັນ ທ່ານ ດຣ. ອານຸລັກ ກິດຕິຄຸນ ຜູ້ອຳນວຍການໃຫຍ່ ແລະ...

ປຶກສາຫາລືການສ້ອມແປງທາງ ກໍ່ສ້າງເສັ້ນທາງໃຫ້ສະດວກວ່ອງໄວຍິ່ງຂຶ້ນ

ໃນຕອນເຊົ້າຂອງວັນທີ 04 ພະຈິກ 2026 ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການຈັດຕັ້ງຜັນຂະຫຍາຍທິດຊີ້ນໍາຂອງລັດຖະບານ ໃນການກໍ່ສ້າງ ແລະ ສ້ອມແປງເສັ້ນທາງ ລະຫວ່າງ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ນຳໂດຍທ່ານ...

ລາວ-ຫວຽດນາມ ພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ

ວັນທີ 3 ພະຈິກ 2026 ທີ່ນະຄອນຫຼວງຮ່າໂນ້ຍ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ...