spot_img
Homeຂ່າວເຫດການHUAWEI Nova2i ມາລາວຢ່າງເປັນທາງການແລ້ວ

HUAWEI Nova2i ມາລາວຢ່າງເປັນທາງການແລ້ວ

Published on

ໃນວັນທີ່ 11 ພະຈິກ 2017 ທີ່ ສູນການຄ້າ ວຽງຈັນເຊັນເຕີ້, ນະຄອນຫຼວງວຽງຈັນ. ບໍລິສັດຫົວເຫວີຍ ເທັກໂນໂລຢີ ລາວ ໄດ້ຈັດພິທີເປີດໂຕ ແລະ ຈຳໜ່າຍມື້ທຳອິດ ຜະລິດຕະພັນໃໝ່ລ່າສຸດ HUAWEI Nova2i, ສະມາດໂຟນທີ່ມາພ້ອມນະວັດຕະກຳໃໝ່ກ້ອງ 4 ໂຕ, ໜ້າຈໍແບບໃໝ່ ແລະ ຄວາມຫຼູຫຼາ ໃນລາຄາທີ່ພຽງແຕ່ 2,790,000 ກີບ.
ພາຍໃນງານ ທ່ານ ນາງ ຊັດຊະນີ ສຸມາເນດ ຮອງຜູ້ອຳນວຍການຝ່າຍອຸປະກອນສື່ສານຫົວເຫວີຍລາວ ໄດ້ໃຫ້ກຽດຂຶ້ນກ່າວ “ເມື່ອສີ່ປີກ່ອນ, ຫຼາຍໆຄົນອາດຄາດບໍ່ເຖິງ ທີ່ແບຣນ ຊຶ່ງບໍ່ມີໃຜເຄີຍໄດ້ຍິນຊື່ມາກ່ອນ ນອກຈາກປະເທດຈີນ ຄື ຫົວເຫວີຍ ໄດ້ກາຍເປັນຈຸດສົນໃຈຢ່າງແຜ່ຫຼາຍໃນປະຈຸບັນ. ບໍລິສັດຫົວເຫວີຍກໍ່ກາຍມາ ເປັນສູນກາງຂອງອຸດສາຫະກໍາໂທລະສັບມືຖື ໄດ້ຈັດຂຶ້ນເປັນເວລາສີ່ມື້ ໃນທ້າຍເດືອນກຸມພາ ຂອງທຸກໆປີ ເຊິ່ງເປັນຈຸດເລີ່ມຕົ້ນຂອງການເປີດໂຕສະມາດໂຟນລຸ້ນໃໝ່ອອກສູ່ສາຍຕາມວນຊົນ, ກ່ອນອື່ນຂໍກ່າວເຖິງ ສະມາດໂຟນຄຸນນະພາບດີ ລະດັບ premium ເຊັ່ນ Huawei P9, P10 Plus ເຊິ່ງເປັນໜຶ່ງໃນສະມາດໂຟນທີ່ດີທີ່ສຸດໃນປີ 2016 ແລະ 2017 ທີ່ຊ່ວຍໃຫ້ຫົວເຫວີຍໄດ້ກາຍເປັນອັນດັບສອງໃນຕະຫຼາດສະມາດໂຟນທົ່ວໂລກ.
ໃນຊ່ວງຕົ້ນເດືອນ. ກາງເດືອນ ຕຸລາ ທີ່ຜ່ານມານີ້, ພວກເຮົາກໍ່ໄດ້ເປີດສັ່ງຈອງ HUAWEI Nova2i ທີ່ມາພ້ອມກັບ ໂປຼໂມຊັ່ນຂອງແຖມ ມູນຄ່າລວມ 2,400,000 ກີບ ເຊັ່ນ: ແພັກເກັດໂທຟຣີ ແລະ ຫຼີ້ນອິນເຕີເນັດ ຈາກລາວໂທລະຄົມ, ເບີງາມ, ຫົວເຫວີຍກີບບ໊ອກ ແລະຍັງມີ ລຳໂພງບູທູດ ສຸດຍອດຄຸນນະພາບສຽງ. ເຊີ່ງໃນການເປີດຈອງຄັ້ງນີ້ ຕ້ອງຂໍຂອບໃຈລູກຄ້າທຸກໆທ່ານທີ່ໃຫ້ການຕອບຮັບ ແລະ ເຊື່ອໝັ້ນໃນ HUAWEI Nova2i ທີ່ເຮັດໃຫ້ມີຍອດຈອງທີ່ດີຫຼາຍ.
ແລະຍັງບໍພໍເທົ່ານີ້ ສຳລັບລູກຄ້າທ່ານໃດ ທີ່ສົນໃຈຢາກຜ່ອນຈ່າຍແບບລາຍເດືອນ ລູກຄ້າສາມາດຜ່ອນ 0% ຍາວນານ 6ເດືອນ ກັບ ກຸງສີລິດຊິ້ງ.
ສຸດທ້າຍ ເຮົາຍັງພູມໃຈທີ່ຈະນໍາສະເໜີ ການບໍລິການຫຼັງການຂາຍທີ່ດີສຸດໃຫ້ແກ່ລູກຄ້າ HUAWEI Nova2i ເຊັ່ນຮັບປະກັນໜ້າຈໍ 3 ເດືອນ, ໄປຮັບເຄື່ອງຢູ່ບ້ານມາສ້ອມແປງ (ສະເພາະ ນະຄອນຫຼວງວຽງຈັນ), ສ້ອມແປງໄວພາຍໃນ 2 ຊົ່ວໂມງ ແລະ ສະລັກຊື່.

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...