spot_img
Homeຂ່າວພາຍ​ໃນລາກຄໍຊາວຕ່າງຊາດເຂົ້າຄຸກ ຂໍ້ຫາລັກຊັບພົນລະເມືອງໃນລາວ

ລາກຄໍຊາວຕ່າງຊາດເຂົ້າຄຸກ ຂໍ້ຫາລັກຊັບພົນລະເມືອງໃນລາວ

Published on

ວັນທີ 6 ພະຈິກ 2016 ທ້າວ ສຸກສາຄອນ (ຜູ້ເສຍຫາຍ) ປະຊາຊົນບ້ານສີບຸນເຮືອງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໄດ້ຂັບລົດທະບຽນ ທຮ 5555 ກຳແພງນະຄອນ ເອົາເງິນຈຳນວນ 116.700.000 ກີບ ໄປແລກປ່ຽນເອົາເງິນບາດໄທ ຢູ່ຮ້ານແລກປ່ຽນແຫ່ງໜຶ່ງ ໃນບ້ານຫັດສະດີ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ແລ້ວຈຳເລີຍທັງສອງແລະໝູ່ອີກສອງຄົນ ຊື່ ທ້າວ ເດຍ ແລະ ທ້າວ ອາລີ ໄດ້ພາກັນຕິດຕາມພຶດຕິກຳຂອງຜູ້ເສຍຫາຍ. ຈາກນັ້ນ ທ້າວ ເມໂກ້ ໄດ້ເອົາເຫຼັກແຫຼມໄປວາງໃສ່ຢາງຕີນລົດຂອງຜູ້ເສຍຫາຍ ເມື່ອຜູ້ເສຍຫາຍອອກຈາກຮ້ານແລກປ່ຽນເງິນຕາ ແລ້ວເອົາເງິນວາງໄວ້ເບາະດ້ານຫຼັງລົດແລ້ວຂັບອອກໄປ ເມື່ອຂັບລົດໄປຮອດບ້ານສີບຸນເຮືອງ ເມືອງຈັນທະບູລີ ພົບວ່າຕີນລົດຂອງຕົນຢາງຮົ່ວຈຶ່ງໄດ້ເອົາລົດເຂົ້າຮ້ານເພື່ອສ້ອມແປງ. ໃນຂະນະທີ່ທ້າວສຸກສາກຄອນ ຜູ້ເສຍຫາຍລົງໄປເບິ່ງຊ່າງຈອດຢາງລົດ ທ້າວ ເມໂກ້ ໄດ້ລັກເປີດປະຕູລົດເບື້ອງກົງກັນຂ້າມ ແລ້ວລັກເອົາເງິນໜີໄປ. ເມື່ອເຈົ້າໜ້າທີ່ທີ່ກ່ຽວຂ້ອງລົງໄປເກັບກຳຂໍ້ມູນ ຈຶ່ງໄດ້ຮັບແຈ້ງຈາກພົນລະເມືອງດີເຖິງຮູບປະພັນສັນຖານຂອງຄົນຂີ້ລັກ ເຈົ້າໜ້າທີ່ຈຶ່ງວາງແຜນແລະຈັບກຸມໄດ້ໃນວັນທີ 14 ພະຈິກ 2016 ແລະໄດ້ກວດຄົ້ນພົບເງິນສົດຈຳນວນ 660.000 ບາດ (ສະກຸນເງິນໄທ) ຈຶ່ງໄດ້ນຳໄປກວດສອບ ແລະນຳໂຕພວກກ່ຽວໄປຝາກຂັງແລະດຳເນີນຄະດີຕາມກົດໝາຍ.

ທ້າຍອາທິດທີ່ຜ່ານມາ ສານປະຊາຊົນນະຄອນຫຼວງ ໄດ້ເອົາສຳນວນຄະດີພວກກ່ຽວ ຂຶ້ນພິຈາລະນາແລະຕັດສິນ ຄື ທ້າວ ເມໂກ້ ແລະ ນາງ ມາເລຍຊິຕິນ່າ ກິດ ທັງສອງມີອາຍຸ 50 ປີ ເປັນເຊື້ອຊາດ-ສັນຊາດເປຣູ, ອາຊີບຄ້າຂາຍ ພັກຢູ່ໂຮງແຮມແຫ່ງໜຶ່ງເຂດບ້ານຫາຍໂສກ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ.

ສານອີງໃສ່ຂໍ້ມູນຫຼັກຖານແລ້ວ ພິຈາລະນາວ່າ ຈຳເລີຍໄດ້ມີເຈຕະນາເຄື່ອນໄຫວລັກຊັບພົນລະເມືອງ ເຊິ່ງສະແດງອອກຈາກພຶດຕິກຳທີ່ມີການວາງແຜນຈຶ່ງກໍ່ເຫດ. ສະນັ້ນ, ສານຈຶ່ງເຫັນຄວນຕັດສິນ ຕັດອິດສະຫຼະພາບ ທ້າວ ເມໂກ້ 3 ປີ ປັບໃໝ 3.000.000 ກີບ ແລະນາງ ມາເລຍ 1 ປີ 9 ເດືອນ ປັບໃໝ 1.500.000 ກີບ ຖານລັກຊັບພົນລະເມືອງ ພ້ອມທັງໃຫ້ແທນເງິນທີ່ພວກກ່ຽວລັກໄປຄືນໃຫ້ເຈົ້າຂອງຊັບ.

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...