Homeນານາສາລະ10 ສັນຍານຮ້າຍ "ພະຍາດອ່ອນເພຍຊຳເຮື້ອ"

10 ສັນຍານຮ້າຍ “ພະຍາດອ່ອນເພຍຊຳເຮື້ອ”

Published on

179494

ທ່ານເຄີຍ​ຮູ້ສຶກ​ເໜື່ອຍ​ລ້າ ບໍ່​ມີ​ແຮງ​ແມ້ແຕ່​ຈະ​ລຸກ​ຂຶ້ນ​ຈາກ​ຕຽງ​ນອນ​ຫລືບໍ່ ເຫດການ​ແບບ​ນີ້​ອາດ​ເບິ່ງ​ເປັນ ເລື່ອງ​ປົກກະຕິ​ທຳມະດາ​ທີ່​ອາດ​ເກີດ​ຂຶ້ນ​ກັບ​ໃຜ​ກໍ​ໄດ້​ທີ່​ອາດ​ພັກ​ຜ່ອນ​ບໍ່​ພໍ ແຕ່​ໃນປະຈຸບັນ​ຄົນ​ຫລາຍ​ໝື່ນ​ຄົນ​ທົ່ວ​ໂລກ​ກຳ​ລັງ​ປະ​ສົບ​ບັນຫາ​ດັ່ງ​ກ່າວ ບາງ​ຄົນ​ຮູ້ສຶກ​ເໜື່ອຍລ້າ​ ແລະ ​ທຸກທໍລະມານ​ຈາກ​ອາການ​ນີ້​ຕິດ​ຕໍ່​ກັນ​ເປັນ​​ອາທິດ,ເປັນ​ເດືອນ ຫລື ​ອາດ​ຍາວນານ​ເປັນ​ປີ ໂດຍ​ບໍ່​ຮູ້​ສາ​ເຫດ​ທີ່​ຊັດເຈັນ ການ​ເກີດ​ອາການ​ເໜື່ອຍ​ລ້າ​ເປັນ​ລະ​ຍະ​ເວລາ​ດົນ​ດັ່ງ​ກ່າວ​ນີ້​ຖືກ​ເອີ້ນວ່າ “ພະຍາດ​ອ່ອນ​ເພຍ​ຊຳເຮື້ອ” 

     ຜູ້​ປ່ວຍ​ພະຍາດ​ອ່ອນ​ເພຍ​ຊຳເຮື້ອ​ທົ່ວ​ໆ​ໄປ​ອາດ​ມີ​ອາການ​ອ່ອນ​ເພຍ​ຕັ້ງ​ແຕ່​ລະ​ດັບ​ອ່ອນ​ຈົນ​ເຖິງ​ລະ​ດັບ​ຮຸນແຮງ ຊຶ່ງ​ການ​ພັກ​ຜ່ອນ​ທຳມະດາ​ບໍ່​ສາມາດ​ແກ້​ບັນຫາ​ໄດ້ ​ແລະ ອາດມີອາກາດຮ່ວມຕ່າງໆນຳທີ່ມັກ​ເກີດ​ຂຶ້ນ​ໃນ​ຜູ້​ປ່ວຍ​ພະຍາດ​ນີ້ ປວດ​ກ້າມ​ເນື້ອ,ນອນ​ບໍ່​ຫລັບ, ເຈັບ​ຄໍ​ເລື້ອຍ ໆ ສະ​ມາ​ທິ​ສັ້ນ​ ແລະ​ ຄວາມ​ຈຳ​ບໍ່​ດີ  ໂດຍ​ອາການ​ອື່ນໆ​ສ່ວນ​ໃຫຍ່​ມັກ​ເກີດ​ຂຶ້ນ​ຈາກ​ການ​ອົດ​ນອນ ຫລື​ ການ​ນອນ​ຫລັບ​ບໍ່​ສະນິດ

     ມື້​ນີ້​ເຮົາ​ຈຶ່ງ​ມີ 10 ສັນ​ຍານ​ຮ້າຍ ພະຍາດ​ອ່ອນ​ເພຍ​ຊຳເຮື້ອ ມາ​ໃຫ້ໄດ້​ຮູ້​ຈັກ​

     1. ລົມ​ຫາຍ​ໃຈ ​ແລະ​ ປາກ​ມີ​ກິ່ນ​ແປກໆ

     2. ນອນ​ບໍ່​ຫລັບ ຝັນ​ຮ້າຍ

     3. ປວດ​ກ້າມ​ຊີ້ນ ຕົວ​ຊາ​ເປັນ​ບາງ​ຄັ້ງ

     4. ຫົວ​ໃຈ​ເຕັ້ນ​ຜິດ​ປົກກະຕິ

     5. ຫິວ​ຮຸນແຮງ​

     6. ແພ້​ອາຫານ​ທີ່​ບໍ່​ເຄີຍ​ແພ້​ມາກ່ອນ

     7. ທົນ​ສຽງ​ດັງບໍ່ໄດ້

     8. ເຈັບ​ຫົວ ວຽນ​ຫົວ​ເປັນ​ລົມ​ຕະຫລອດ

     9. ອ່ອນ​ເພຍ ບໍ່​ມີ​ແຮງ​ຫລາຍກວ່າ 4 ເດືອນ 

     10. ເບື້ອ​ໜ່າຍ ຊຶມ​ເສົ້າ

ບົດຄວາມຫຼ້າສຸດ

ນວ ພົບການສໍ້ລາດບັງຫຼວງ ທັງໝົດ 31 ກໍລະນີ ຢູ່ນະຄອນຫຼວງວຽງຈັນ ໃນນີ້ມີສວຍໃຊ້ຕຳແໜ່ງ 12 ຄົນ

ກອງປະຊຸມສະຫຼຸບວຽກງານກວດກາ 5 ປີ (2021-2025) ທົ່ວນະຄອນຫຼວງວຽງຈັນ ຄັ້ງທີ IV ຈັດຂຶ້ນວັນທີ 6 ພະຈິກ 2026 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ວັນໄຊ...

ເປີດຕົວປຶ້ມໃໝ່ “ປະເທດທີ່ຍິ່ງໃຫຍ່ສ້າງໄດ້ໂດຍຜູ້ນຳທີ່ດີ” ໂດຍ ທ່ານ ດຣ. ອານຸລັກ ກິດຕິຄຸນ

ໃນວັນທີ 3 ພະຈິກ 2026 ທີ່ຜ່ານມາ ຢູ່ ສູນຮ່ວມມືລາວ-ສິງກະໂປ ນະຄອນຫຼວງວຽງຈັນ ທ່ານ ດຣ. ອານຸລັກ ກິດຕິຄຸນ ຜູ້ອຳນວຍການໃຫຍ່ ແລະ...

ປຶກສາຫາລືການສ້ອມແປງທາງ ກໍ່ສ້າງເສັ້ນທາງໃຫ້ສະດວກວ່ອງໄວຍິ່ງຂຶ້ນ

ໃນຕອນເຊົ້າຂອງວັນທີ 04 ພະຈິກ 2026 ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການຈັດຕັ້ງຜັນຂະຫຍາຍທິດຊີ້ນໍາຂອງລັດຖະບານ ໃນການກໍ່ສ້າງ ແລະ ສ້ອມແປງເສັ້ນທາງ ລະຫວ່າງ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ນຳໂດຍທ່ານ...

ລາວ-ຫວຽດນາມ ພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ

ວັນທີ 3 ພະຈິກ 2026 ທີ່ນະຄອນຫຼວງຮ່າໂນ້ຍ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ...