spot_img
Homeຂ່າວຕ່າງປະເທດເຟສບຸກ "ລົ້ມເຫລວ" ປ້ອງກັນການໂຄສະນາຊວນເຊື່ອທາງການເມືອງຈາກຣັດເຊຍ

ເຟສບຸກ “ລົ້ມເຫລວ” ປ້ອງກັນການໂຄສະນາຊວນເຊື່ອທາງການເມືອງຈາກຣັດເຊຍ

Published on

ເຟສບຸກຍອມຮັບຕໍ່ວຸດທິສະພາສະຫະລັດ ວ່າຄວາມພະຍາຍາມແຊກຊືມເພື່ອເຜີຍແຜ່ຂໍ້ມູນປອມ ແລະ ປຸກລະດົມທາງກນເມືອງ ໂດຍກຸ່ມບຸກຄົນຈາກຣັດເຊຍ ໃນຊ່ວງການເລືອກຕັ້ງປະທານາທິບໍດີເມື່ອປິທີ່ຜ່ານມາ “ມີຫຼາຍກວ່າທີ່ຄິດ”

ສຳນັກຂ່າວຕ່າງປະເທດລານງານຈາກນະຄອຫຼວງ ວໍຊິງຕັນ ປະເທດສະຫະລັດອາເມລິກາ ເມືອວັນທີ 1 ພະຈິກ ວ່າ ທ່ານ ໂຄລິນ ສເຕດຊ໌ ຮອງປະທານ ແລະ ທີ່ປຶກສາໃຫຍ່ຂອງບໍລິສັດເຟສບຸກ ກ່າວໃນທີ່ປະຊຸມຄະນະກຳມະການຂ່າວສານຂອງວຸດທິສະພາ ເມື່ອວັນພຸດວ່າ ໃນຮອບໄລຍະເວລາ 48 ຊົ່ວໂມງທີ່ຜ່ານມາ ເຟສບຸກກວດພົບການໂພສຈາກບັນຊີອິນສະຕາແກຣມທີ່ຈົດທະບຽນໃນຣັດເຊຍປະມານ 120,000 ຄັ້ງ ຖືເປັນຂໍ້ມູນທີ່ນອກເໜືອຈາກທີ່ ສະເຕດຊ໌ເຜີຍຕໍ່ຄະນະກຳມະທິການຂອງວຸດທິສະພາ  ເມື່ອວັນອັງຄານ ວ່າຜູ້ໃຊ້ເຟສບຸກມີປະມານ 126 ລ້ານຄົນ ອາດໄດ້ຮັບຂໍ້ມູນຂ່າວສານກ່ຽວກັບການໂຄສະນາຊວນເຊື່ອຂອງຣັດເຊຍ ຕະຫຼອດໄລຍະເວລາ 2 ປີທີ່ຜ່ານມາ

ການເປີດເຜີຍຂໍ້ມູນດັ່ງກ່າວຂອງເຟສບຸກໄດ້ຮັບສຽງວິຈານຢ່າງໜັກຈາກທີ່ປະຊຸມ ວ່າເຄື່ອຂ່າຍສັງຄົມອອນໄລນ໌ທີ່ໃຫຍ່ທີ່ສຸດໃນໂລກ “ລົ້ມເຫຼວບໍ່ເປັນທ່າ” ໃນການປ້ອງກັນບໍ່ໃຫ້ແພລດຟອມຂອງຕົວເອງຕົກເປັນເຄື່ອງມືໃນການປຸກລະດົມ ແລະ ຜະລິດໂຄສະນາຊວນເຊື່ອທາງການເມືອງ

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...