spot_img
Homeນານາສາລະ7 ພຶດຕິກຳທີ່ຄວນເລີກຖ້າບໍ່ຢາກໃຫ້ຫົວລ້ານແຕ່ຍັງໜຸ່ມ

7 ພຶດຕິກຳທີ່ຄວນເລີກຖ້າບໍ່ຢາກໃຫ້ຫົວລ້ານແຕ່ຍັງໜຸ່ມ

Published on

ເລື່ອງທີ່ເຮັດໃຫ້ຄົນເຮົາກຸ້ມໃຈອີກເລື່ອງໜຶ່ງນັ້ນກໍ່ຄື ຫົວລ້ານຕັ້ງແຕ່ຍັງໜຸ່ມ ເພາະມັນກ່ຽວພັນກັບບຸກຄະລິກກະພາບ ບໍ່ວ່າຈະເປັນຍິງ ຫຼື ຊາຍ ຕ່າງກໍ່ບໍ່ຕ້ອງການ ສະນັ້ນ, ໃນຄໍລຳສາລະໜ້າຮູ້ກັບລາວໂພສຕ໌ ມື້ນີ້ ແອັດມິນມີ 7 ພຶດຕິກຳທີ່ຄວນເລີກຖ້າບໍ່ຢາກໃຫ້ຫົວລ້ານຕັ້ງແຕ່ຍັງໜຸ່ມ

  1. ຢ່າໃຊ້ຢາສະຫົວທີ່ບໍ່ເໝາະກັບສະພາບໜັງຫົວ ແລະ ຜົມຂອງຕົວເອງ ໂດຍສະເພາະແມ່ຍິງບໍ່ຄວນໃຊ້ຢາສະຫົວສູດຜູ້ຊາຍ ເພາະຈະເຮັດໃຫ້ໜັງຫົວແຫ້ງ ແລະ ຜົມຫຼົ່ມງ່າຍ
  2. ຄົນຜົມຍາວບໍ່ຄວນມັດຜົມເວລານອນ ເພາະຈະເຮັດໃຫ້ເກີດແຮງດຶງ ແລະ ຮາກຜົມຫຼຸດໄດ້ງ່າຍ
  3. ບໍ່ຄວນຫວີຜົມຕອນຜົມຍັງປຽກ ເພາະຕອນຜົມປຽກຮາກຜົມຈະອ່ອນແອແລະຫຼຸດອອກໄດ້ງ່າຍສຸດ
  4. ບໍ່ຄວນໃຊ້ສະບູອາບນ້ຳມາສະຫົວ ເພາະນອກຈາກຈະເຮັດໃຫ້ໜັງຫົວແຫ້ງເກີດລັງແຄແລ້ວ ຍັງເຮັດໃຫ້ຜົມເສຍນຳອີກ
  5. ຫວີທີ່ໃຊ້ຫວີຜົມຄວນມີຄວນຫ່າງ ບໍ່ໃຫ້ມັນຖີ່ຫຼາຍ ເພາະຈະເຮັດໃຫ້ຝືດເວລາຫວີ ແລະ ເຮັດໃຫ້ຜົມຂາດຫລົ່ນ
  6. ຄວນມີການບຳລຸງຜົມຢ່າງໜ້ອຍອາທິດລະເທື່ອກໍ່ຍັງດີ ບໍ່ແມ່ນຈະປ່ອຍໃຫ້ຜົມຂາດວິຕາມິນ
  7. ໝັ່ນສະຫົວເປັນປະຈຳ ບໍ່ແມ່ນວ່າດົນໆສະເທື່ອໜຶ່ງ

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...