Homeຂ່າວຕ່າງປະເທດຣັດເຊຍມອບອາວຸດປືນ 5,000 ກະບອກພ້ອມລູກປືນ ແລະ ລົດບັນທຸກ 20 ຄັນໃຫ້ຟິລິບປິນ

ຣັດເຊຍມອບອາວຸດປືນ 5,000 ກະບອກພ້ອມລູກປືນ ແລະ ລົດບັນທຸກ 20 ຄັນໃຫ້ຟິລິບປິນ

Published on

ສຳນັກຂ່າວເອເອຟພີລາຍງານຈາກນະຄອນຫຼວງມະນິລາ ປະເທດ ຟິລິບປິນ ເມື່ອວັນທີ 25 ຕຸລາ 2017 ວ່າ ທ່ານ ດູເຕີເຕ ພ້ອມດ້ວຍ ຜູ້ບັງຄັບບັນຊາທະຫານສູງສຸດຟິລິບປິນ ຮັບມອບອາວຸດໃນລະຫວ່າງການເດີນທາງມາຢ້ຽມຢາມເຮືອກອງທັບຣັດເຊຍ ທີ່ເຈົ້າຈອດທຽບທ່ານະຄອນຫຼວງມະນິລາ ເຊິ່ງເປັນຄວາມເຄື່ອນໄຫວຫຼ້າສຸດຂອງການນຳພາປະເທດເຂົ້າຫາຣັດເຊຍ ແລະ ຈີນ ແລະ ຖອຍຫ່າງຈາກສະຫະລັດ

ພາຍຫຼັງການຢ້ຽມຊົມເຮືອຕໍ່ຕ້ານເຮືອດຳນ້ຳລຳໃຫຍ່ ແອດມີຣັລ ພານເຕເລເຍຟ ທ່ານ ດູເຕີເຕ ໄດ້ຮັບມອບລົດບັນທຸກ 20 ຄັນ ແລະ ປືນໄຣເຟິລຕາລາຊະນິດຄອຟ 5,000 ກະບອກ ພ້ອມຊຸດລູກປືນ ເພື່ອເຂົ້າຮັບໃຊ້ໃນວຽກງານກອງທັບຟິລິບປິນທີ່ຄາດເຂີນດ້ານອາວຸດ ໃນຂະນະທີ່ລັດຖະມົນຕີກະຊວງປ້ອງກັນປະເທດຟິລິບປິນ ໄດ້ກ່າວສະແດງຄວາມຍິນດີຕໍ່ການກະຊັບຄວາມສຳພັນລະຫວ່າງ 2 ປະເທດ

ທ່ານ ຊອຍກູ ລັດຖະມົນຕີກະຊວງປ້ອງກັນປະເທດຣັດເຊຍ ໄດ້ກ່າວໃນຖະແຫຼງການວ່າ ຟິລິປິນຖືເປັນປະເທດຫຸ້ນສ່ວນທີ່ສຳຄັນ ແລະ ມີອານາຄົດຂອງຣັດເຊຍ ໃນພາກພື້ນອາຊຽນ ແລະ ນີ້ຖືວ່າເປັນຄັ້ງທຳອິດທີ່ທ່ານ ຊອຍກູ ເດີນທາງມາຢ້ຽມຢາມຟິລິປິນ.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...