Homeຂ່າວທ້ອງຖິ່ນຂະແໜງພະລັງງານ ສາມາດສະໜອງໄຟຟ້າໃຊ້ແບບຖາວອນໃຫ້ປະຊາຊົນ ກວມ 94%

ຂະແໜງພະລັງງານ ສາມາດສະໜອງໄຟຟ້າໃຊ້ແບບຖາວອນໃຫ້ປະຊາຊົນ ກວມ 94%

Published on

ປັດຈຸບັນ ສປປ ລາວ ກໍ​ຄື ຂະ​ແໜງ​ພະລັງງານ ສາມາດ​ສະໜອງ​ໄຟຟ້າ​ແບບ​ຖາວອນ ​ໃຫ້​ກັບ​ປະຊາຊົນ ​ໄດ້​ທັງ​ໝົດ 94% ຂອງ​ຈຳນວນ​ຄົວ​ເຮືອນ ​ໃນ​ທົ່ວ​ປະ​ເທດ ທຽບ​ໃສ່​ແຜນການ​ທີ່​ຕັ້ງ​ໄວ ​ໃຫ້​ໄດ້ 90% ພາຍ​ໃນ​ປີ 2020 ​ແມ່ນ​ສາມາດ​ບັນລຸ​ໄດ້​ລື່ນ​ແຜນການ​ ​ແລະ ຈະ​ສືບ​ຕໍ່​ໃຫ້​ໄດ້ 100% ​ພາຍ​ໃນ​ປີ 2030.

ທ່ານ ຄຳມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ​​ໄດ້​ຖະ​ແຫລ​ງຂ່າວ​ ຕໍ່​ສື່​ມວນ​ຊົນ ໃນໂອກາດ ວັນພະລັງງານໂລກ ​ໃນວັນທີ 21 ຕຸລາ2017 ນີ້ວ່າ: ສປປ ລາວ ມີ​ນະ​ໂຍບາຍ​ສ້າງ​ປະ​ເທດ ​ເປັນ​ໝໍ້​ໄຟ​ຂອງ​ອາ​ຊຽນ ​ໂດຍ​ອີງ​ໃສ່​ຄວາມ​ເໜາະ​ສົມ​ທາງ​ດ້ານ​ທີ່​ຕັ້ງ, ທ່າ​ແຮງ​ດ້ານ​ໄຟຟ້າ​ນ້ຳຕົກ​ ຂອງ​ປະ​ເທດ ​ແລະ ຄວາມ​ຕ້ອງການ​ໄຟຟ້າ​ທີ່​ເພີ່ມ​ຂຶ້ນ​ ຢູ່​ໃນ​ພາກ​ພື້ນ ​ເຊິ່ງສາມາດ​ຍາດ​ໄດ້ຜົນ​ສຳ​ເລັດ​ເປັນ​ກ້າວໆ​ມາ ​ດ້ວຍ​ຈັ່ງວະ​ທີ່​ໄວ ກາຍ​ເປັນ​ການ​ພັດ ທະນາ​ທີ່​ພົ້ນ​ເດັ່ນ​ ໃນ​ພາກ​ພື້ນ ​ແລະ ​ໃນ​​ໂລກ. ຢ່າງ​ໃດ​ກໍ່ຕາມ ​ໃນ​ປີ 1995 ທົ່ວ​ປະ​ເທດ ມີ​ກຳລັງ​ການ​ຜະລິດ​ໄຟຟ້າ ພຽງ​ແຕ່ 210 ​ເມ​ກາ​ວັດ ​ແລະ ຜະລິດ​ໄຟຟ້າ​ໄດ້ 1.085 ລ້ານ​ກິ​ໂລ​ວັດ​ໂມງ ມາ​ເຖິງ ປັດຈຸບັນ ກຳລັງ​ການ​ຜະລິດ​ໄດ້​ເພີ່ມ​ຂຶ້ນ​ເປັນ 6.760 ​ເມ​ກາ​ວັດ ​ແລະ ສາມາດ​ຜະລິດ​ໄຟຟ້າ​ໄດ້​ເຖິງ 35.625 ລ້ານ​ກິ​ໂລ​ວັດ​ໂມງ, ມີ​ລະບົບ​ສາຍ​ສົ່ງ​ໄຟຟ້າ​ແຮງ​ສູງ​ເຊື່ອມ​ຈອດ ​ແຕ່​ເໜືອ ​ເຖິງ ​ໃຕ້ ສາມາດ​ສະໜອງ​ໄຟຟ້າ​ຮັບ​ໃຊ້​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ ​ແລະ ການ​ພັດທະນາ​ຂະ​ແໜງ​ການ​ອື່ນໆ ໄດ້​ໂດຍ​ພື້ນຖານ. ຢ່າງ​ໃດ​ກໍ່ຕາມ, ​​ໃນ​ຕົ້ນ​ປີ 2018 ທີ່​ຈະ​ມາ​ເຖິງ​ນີ້ ຈະ​​ສົ່ງ​ກະ​ເສໄຟຟ້າ​ໄປ​ຂາຍ​ໃຫ້​ກັບປະ​ເທດ​ມາ​ເລ​ເຊຍ ​ໂດຍ​ຜ່ານ​ສາຍ​ສົ່ງ​ປະ​ເທດ​ໄທ  ​ເຊິ່ງຖື​ເປັນ​ໂຄງການ​ຕົວ​ແບບ ​ແລະ ​ໂຄງການ​ທຳ​ອິດ ​ໃນ​ອາ​ຊຽນ ທີ່​ມີ​ຫລາຍ​ປະ​ເທດ​ເຂົ້າ​ຮ່ວມ. ບັນດາ​ປະ​ເທດ ນຳ​ເຂົ້າຈາກ ສປປ ລາວ ມີ​ປະ​ເທດ​ໄທ, ຫວຽດນາມ, ກຳປູ​ເຈຍ, ມຽນມາ ​ແລະ ມາ​ເລ​ເຊຍ.

        ທ່ານ ຄຳມະນີ ອິນທິລາດ ​ໃຫ້​ຮູ້​ອີກ​ວ່າ: ຕາມຂໍ້ມູນຂອງ ສະຫະປະຊາຊາດ ເປີດເຜີຍວ່າ: ຢູ່ໃນໂລກຍັງມີປະຊາ ຊົນ 3 ຕື້ກວ່າຄົນ ຍັງບໍ່ໄດ້ເຂົ້າເຖິງ ຫລື ບໍ່ໄດ້ຊົມໃຊ້ພະລັງງານສະໄໝໃໝ່ ໂດຍສະເພາະ ແມ່ນການຊົມໃຊ້ ພະລັງ ງານໄຟຟ້າ ອັນເປັນການ ກົດໜ່ວງຕໍ່ກັບການພັດທະນາ ເສດຖະ ກິດ–ສັງຄົມ ແລະ ເຮັດໃຫ້ປະຊາຊົນ ດຳລົງຊີວິດຢູ່ໃນ ຄວາມຫຍຸ້ງຍາກທີ່ສຸດ. ຍ້ອນແນວນັ້ນ ມາໃນປີ 2011 ທ່ານ ບານກີມູນ  ອາ​ດີດເລຂາທິການໃຫຍ່ ອົງການສະຫະປະຊາຊາດ ຈຶ່ງໄດ້ເລີ່ມໂຄງການທີ່ເອີ້ນວ່າ: “ ພະລັງງານຍືນຍົງ ເພື່ອໝົດທຸກຄົນ ” “ SE4ALL ” ແລະ ກຳນົດເອົາ ປີ 2012 ເປັນປີສາກົນ ສຳລັບພະລັງງານຍືນຍົງ ເພື່ອໝົດທຸກຄົນ ເພື່ອແນ່ໃສ່ບັນລຸ 3 ເປົ້າໝາຍ ພາຍໃນປີ 2030 ຄື: ຮັບປະກັນໃຫ້ປະຊາກອນທັງໝົດໃນທົ່ວໂລກ ໄດ້ເຂົ້າເຖິງການບໍລິການດ້ານພະລັງງານສະໄໝໃໝ່  ເພີ່ມອັດຕາສ່ວນປະສິດທິພາບ ການນຳໃຊ້ພະລັງງານທົ່ວໂລກຂຶ້ນເປັນສອງເທົ່າ ແລະ ເພີ່ມອັດຕາສ່ວນຂອງພະລັງງານທົດແທນ ໃນລວມຍອດ ພະລັງງານໂລກ ຂຶ້ນເປັນສອງເທົ່າຄືກັນ ທັງນີ້ກໍເປັນ ໂອກາດທີ່ດີ ແລະ ເປັນບ່ອນອີງ ໃນການຂົນຂວາຍ, ປຸກລະດົມພາກສ່ວນເອກະຊົນ ແລະ ອົງການຈັດຕັ້ງສາກົນ ມາຮ່ວມມືກັບ ລັດຖະບານເຂົ້າໃນການ ສະໜອງພະລັງງານ ໂດຍສະເພາະ ແມ່ນພະລັງ ງານສະໄໝໃໝ່ ໃຫ້ກັບປະຊາຊົນຜູ້ທີ່ຍັງບໍ່ທັນໄດ້ນຳໃຊ້ ພະລັງງານໃຫ້ທົ່ວເຖິງ ຍ້ອນວ່າ ພະລັງງານ ເປັນປັດ​ໄຈສຳຄັນໜຶ່ງ ທີ່ຊ່ວຍໃຫ້ ປະຊາຊົນຫລຸດພົ້ນ ອອກຈາກຄວາມທຸກຍາກ ຍິ່ງໄປກວ່ານັ້ນກໍຍັງສ້າງໂອກາດ ແລະ ເງື່ອນໄຂໃຫ້ກັບ ປະຊາຊົນ ສ້າງລາຍຮັບດ້ວຍ ການຜະລິດສິນຄ້າ ແລະ ບໍລິການຕ່າງໆ, ຍົກສູງສະມັດທະພາບ ດ້ານການຜະລິດ ແລະ ການບໍລິການດັ່ງກ່າວ ນັບມື້ນັບສູງຂຶ້ນ ​ແລະ ມີຊີວິດການເປັນຢູ່ທີ່ດີຂຶ້ນຕື່ມອີກ
ແຫລ່ງຂ່າວ: ທະນູ​ທອງ (ສຳນັກຂ່າວສານປະເທດລາວ)

ບົດຄວາມຫຼ້າສຸດ

ນວ ພົບການສໍ້ລາດບັງຫຼວງ ທັງໝົດ 31 ກໍລະນີ ຢູ່ນະຄອນຫຼວງວຽງຈັນ ໃນນີ້ມີສວຍໃຊ້ຕຳແໜ່ງ 12 ຄົນ

ກອງປະຊຸມສະຫຼຸບວຽກງານກວດກາ 5 ປີ (2021-2025) ທົ່ວນະຄອນຫຼວງວຽງຈັນ ຄັ້ງທີ IV ຈັດຂຶ້ນວັນທີ 6 ພະຈິກ 2026 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ວັນໄຊ...

ເປີດຕົວປຶ້ມໃໝ່ “ປະເທດທີ່ຍິ່ງໃຫຍ່ສ້າງໄດ້ໂດຍຜູ້ນຳທີ່ດີ” ໂດຍ ທ່ານ ດຣ. ອານຸລັກ ກິດຕິຄຸນ

ໃນວັນທີ 3 ພະຈິກ 2026 ທີ່ຜ່ານມາ ຢູ່ ສູນຮ່ວມມືລາວ-ສິງກະໂປ ນະຄອນຫຼວງວຽງຈັນ ທ່ານ ດຣ. ອານຸລັກ ກິດຕິຄຸນ ຜູ້ອຳນວຍການໃຫຍ່ ແລະ...

ປຶກສາຫາລືການສ້ອມແປງທາງ ກໍ່ສ້າງເສັ້ນທາງໃຫ້ສະດວກວ່ອງໄວຍິ່ງຂຶ້ນ

ໃນຕອນເຊົ້າຂອງວັນທີ 04 ພະຈິກ 2026 ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການຈັດຕັ້ງຜັນຂະຫຍາຍທິດຊີ້ນໍາຂອງລັດຖະບານ ໃນການກໍ່ສ້າງ ແລະ ສ້ອມແປງເສັ້ນທາງ ລະຫວ່າງ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ນຳໂດຍທ່ານ...

ລາວ-ຫວຽດນາມ ພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ

ວັນທີ 3 ພະຈິກ 2026 ທີ່ນະຄອນຫຼວງຮ່າໂນ້ຍ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ...