spot_img
Homeນານາສາລະ6 ສາເຫດທີ່ເຮັດໃຫ້ເກີດສິວຫຼັງ

6 ສາເຫດທີ່ເຮັດໃຫ້ເກີດສິວຫຼັງ

Published on

ສິວຫຼັງກໍ່ເປັນເລື່ອງໜຶ່ງງທີ່ເຮັດໃຫ້ສາວໆຫຼາຍຄົນໜັກໃຈໄດ້ ເພາະຈະເຮັດໃຫ້ຂາດຄວາມໝັ້ນໃຈໃນການສວມໃສ່ເສື້ອໂຊຫຼັງ ເນື່ອງຈາກມັນຈະເຮັດໃຫ້ຫຼັງລາຍເປັນຈຸດດ່າງດຳເບິ່ງແລ້ວບໍ່ລຽບນຽນ ແລະ ເວລາທີ່ເປັນບາງເທື່ອກໍ່ເຮັດໃຫ້ຮູ້ສຶກຄັນຫຼັງ ເຊິ່ງສ້າງຄວາມລຳຄານກັບເຮົາອີກ ຫຼາຍຄົນອາດສົງໃສວ່າສິວຫຼັງມັນເກີດຂຶ້ນມາໄດ້ແນວໃດ ໃນຄໍລຳສາລະຫນ້າຮູ້ມື້ ແອັດມິນມີຄຳຕອບ

  1. ເກີດຈາກກຳມະພັນ ຫາກຄົນໃນຄອບຄົວມີຄົນເປັນສິວຫຼັງ ມັນກໍ່ສາມາດສືບຕໍ່ຜ່ານກຳມະພັນກັນໄດ້
  2. ເກີດມາຈາກຮໍໂມນໃນຮ່າງກາຍມີການປ່ຽນແປງ ໂດຍສະເພາະໃນຊ່ວງເປັນໄວຮຸ່ນ ຊ່ວງທີ່ມີປະຈຳເດືອນ ແລະ ຊ່ວງທີ່ເກີດຄວາມຕຶງຄຽດດ້ານຄວາມຄິດ
  3. ເກີດຈາກອາຫານການກິນ ຂອງຫວານເປັນອາຫານທີ່ເຮັດໃຫ້ສິວຂຶ້ນງ່າຍ
  4. ຜະລິດຕະພັນທີ່ໃຊ້ທາຜິວ, ອາບນ້ຳ ຫາກເຮົາເຮັດຄວາມສະອາດໄດ້ບໍ່ດີມັນກໍ່ຈະເຮັດໃຫ້ເກີດສິວຫຼັງໄດ້
  5. ເສື້ອທີ່ໃສ່ ເສື້ອຜ້າເນື້ອແຂງ ແລະ ໜາມັກຈະອັບ ແລະ ສຽດສີກັບຜິວ ຈິ່ງເຮັດໃຫ້ເກີດສິວຫຼັງໄດ້ງ່າຍ ດັ່ງນັ້ນທ່ານຄວນເລືອກໃສ່ເສື້ອຜ້າແພນຸ້ມ ແລະ ລະບາຍອາກາດໄດ້ດີ
  6. ຜ້າປູບ່ອນຄວນປ່ຽນໃໝ່ເປັນປະຈຳ ເພາະຜ້າປູບ່ອນເກົ່າບໍ່ມັກຊັກຈະມີແບັດທີເຣຍ ເຊິ່ງເປັນສາເຫດເຮັດໃຫ້ເກີດສິວຫຼັງໄດ້

ທີ່ຜ່ານມາທັງ 6 ຂໍ້ຂ້າງເທິງນັ້ນລ້ວນແຕ່ເປັນປັດໄຈທີ່ເຮັດໃຫ້ເກີດສິວຫຼັງ

ບົດຄວາມຫຼ້າສຸດ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...