ສະຫະລັດປະກາດຊ້ອມຮົບ ເກົາຫຼີເໜືອບອກວ່າຈະຍິງຂີປະນາວຸດໄປທີ່ເກາະກວມ

The Ohio-class guided-missile submarine USS Michigan pulls into Busan Naval Base for a routine port visit in Busan, South Korea on October 13, 2017. Picture taken on October 13, 2017. Courtesy William Carlisle/U.S. Navy/Handout via REUTERS ATTENTION EDITORS - THIS IMAGE HAS BEEN SUPPLIED BY A THIRD PARTY.

ວັນທີ 14 ຕຸລາ 2017 ຊີເອັນເອັນລາຍງານວ່າ ສຳນັກຂ່າວເຄຊີເອັນເອຂອງລັດຖະບານເກົາຫຼີເໜືອເຜີຍແຜ່ຄຳຂົ່ມຂູ່ຄັ້ງຫຼ້າສຸດຂອງທາງເກົາຫຼີເໜືອເຊິ່ງລະບຸວ່າ ຈະເດີນໜ້າຍິງຂີປະນາວຸດໄປທີ່ເກາະກວມ ດິນແດນໃນອະທິປະໄຕ ແລະ ຈຸດຍຸດທະສາດສຳຄັນຂອງສະຫະລັດອາເມລິກາ ພາຍຫຼັງສະຫະລັດປະກາດວ່າຈະຮ່ວມຊ້ອມຮົບຄັ້ງໃຫຍ່ກັບກອງທັບເຮືອເກົາຫຼີໃຕ້ໃນທະເລຍີ່ປຸ່ນ ແລະ ທະເລເຫຼືອງ ລະຫວ່າງວັນທີ 16-19 ຕຸລາ ເຖິງແມ່ນວ່າຊາດມະຫາອຳນາດ ແລະ ປາຊາຄົມໂລກຈະຮຽກຮ້ອງໃຫ້ສະຫະລັດລະງັບການຊ້ອມຮົບດັ່ງກ່າວເພື່ອຫຼຸດລະດັບຄວາມເຄັ່ງຮ້ອນຂອງສະຖານະການຄວາມຂັດແຍ້ງໃນແຫລມເກົາຫຼີກໍ່ຕາມ

ເຄຊີເອັນເອລະບຸວ່າ ແຫຼ່ງຂ່າວຂອງທ່ານ ຄິມ ກວັງຮັກ ແຫ່ງສະຖາບັນອາເມລິກາສຶກສາ ສັງກັດກະຊວງການຕ່າງປະເທດເກົາຫຼີເໜືອວ່າ ທາງການເກົາຫຼີເໜືອເຕືອນສະຫະລັດຫຼາຍເທື່ອແລ້ວວ່າ ເກົາຫຼີເໜືອຈະຕອບໂຕ້ທຸກວິຖີ ທາງເພື່ອປ້ອງກັນຕົວເອງ ຮວມເຖິງການຍິງຂີປະນາວຸດໄປທີ່ເກາະກວມ ການກະທຳຂອງກອງທັບສະຫະລັດເຮັດໃຫ້ທາງເກົາຫຼີເໜືອຕັດສິນໃຈໄດ້ຢ່າງເດັດຂາດຂື້ນກວ່າເກົ່າວາ ສະຫະລັດຈຳເປັນຕ້ອງໄດ້ຮັບການສັ່ງສອນດ້ວຍອາວຸດ