Homeຂ່າວພາຍ​ໃນວິຈານທົ່ວສັງຄົມ ຄົນຫວຽດຮີດຄ່າເຊົ່າ ແມ່ຄ້າເຂົ້າຫຼາມ

ວິຈານທົ່ວສັງຄົມ ຄົນຫວຽດຮີດຄ່າເຊົ່າ ແມ່ຄ້າເຂົ້າຫຼາມ

Published on

ມື້ວານນີ້, ວັນທີ 5 ຕຸລາ 2017 ສັງຄົມອອນລາຍ ໄດ້ພາກັນແຊກະໜໍ່າຄລິບວິດີໂອ ທີ່ຜູ້ໃຊ້ Facebook ທ່ານໜຶ່ງຊື່ TK Pnsign ໄດ້ເອົາຂຶ້ນໃນ Facebook ຂອງຕົນ ໂດຍມີຂໍ້ຄວາມເລົ່າວ່າ “ບຸນອອກພັນສາ ງານຊ່ວງເຮືອທ່າວັດຈັນປີນີ້ ຫວຽດບໍ່ໃຫ້ຄົນລາວຂາຍເຄື່ອງເດີ້ພີ່ນ້ອງ ພາເຂົ້ານ້ອຍສ່ຳນີ້ຖ້າຢາກຂາຍຕ້ອງຈ່າຍມັນ200.000ກີບ (ກູລະງົງບຸນຊ່ວງເຮືອວັດຈັນ ຫຼື ບຸນຊ່ວງເຮືອ ຢູ່ວິງ ວະ) ຄົນລາວຊິໄປຢູ່ໃສຢາກຖາມ ໃຜຮູ້ຊ່ວຍຕອບແດ່”.

ໂພສດັ່ງກ່າວນັ້ນ ໄດ້ມີຜູ້ສົນໃຈແຊຕໍ່ແລະວິພາກວິຈານຢ່າງຫຼວງຫຼາຍ ເຊິ່ງຜູ້ວິຈານສ່ວນຫຼາຍເຫັນວ່າ ທາງການລາວໂດຍສະເພາະແມ່ນຄະນະກຳມະການຈັດຕັ້ງບຸນປະເພນີດັ່ງກ່າວນັ້ນ ຄວນພິຈາລະນາຄືນເຖິງຄວາມເໝາະສົມ ຄືຄວນຈັດສັນພື້ນທີ່ພິເສດໃຫ້ແກ່ແມ່ຄ້າຂາຍເຂົ້າຫຼາມປີ້ງໄກ່ໃນລາຄາຂ້ອນຂ້າງຖືກໃຫ້ເຂົາເຈົ້າ, ບໍ່ຄວນໃຫ້ມີການເຊົ່າຕໍ່ຫຼາຍມື ແລະທີ່ສຳຄັນອີກອັນໜຶ່ງ ບໍ່ຄວນປະປ່ອຍໃຫ້ຊາວຄ້າຂາຍທີ່ເປັນຄົນຕ່າງຊາດ ຮີດໄຖຄົນລາວ ທີ່ເປັນເຈົ້າຂອງປະເທດຊາດ. ຖ້າບໍ່ດັ່ງນັ້ນແລ້ວ ກໍຍາກທີ່ຄົນລາວຈະມີບ່ອນຢືນ ເພາະປະຊາຊົນລາວສ່ວນຫຼາຍແມ່ນທຶນຮອນບໍ່ຫຼາຍ, ປະສົບການການຄ້າຂາຍບໍ່ຫຼາຍ… ຖ້າບໍ່ແມ່ນອຳນາດລັດເປັນຜູ້ເບິ່ງແຍງແລ້ວປະຊາຊົນລາວກໍຈະສູ້ກັບອຳນາດເງິນທຶນຈາກຕ່າງຊາດໄດ້.

ຄັນຊິວ່າແລ້ວ ໂດຍຄວາມຮູ້ສຶກຂອງຄົນລາວ ຄັນເວົ້າເຖິງງານບຸນປະເພນີ ໂດຍສະເພາະແມ່ນບຸນອອກພັນສາ(ຊ່ວງເຮືອທ່າວັດຈັນ) ກັບບຸນທາດຫຼວງ ຮູບພາບ ຫຼື ໄຮໄລ້ໜຶ່ງທີ່ຄົນຈະວາດພາບເຫັນ ນັ້ນແມ່ນຮ້ານຂາຍເຂົ້າຫຼາມ-ປີ້ງໄກ່. ເຂົ້າຫຼາມກັບປີ້ງໄກ່ເປັນດັ່ງຂອງຄູ່ກັນກັບງານບຸນສອງປາງນີ້ ຜູ້ຄົນທີ່ໄປທ່ຽວງານເກືອບທຸກຫຼັງຄາເຮືອນກໍມັກຈະຊື້ເຂົ້າຫຼາມ-ປີ້ງໄກ່ ກັບເມືອກິນຫຼືເປັນຂອງຕ້ອນໃຫ້ຜູ້ບໍ່ໄດ້ໄປ. ຖ້າຫາກງານບຸນສອງປາງດັ່ງກ່າວນີ້ ບໍ່ມີຮ້ານຂາຍເຂົ້າຫຼາມ-ປີ້ງໄກ່ແລ້ວ ມັນຈະຂາດບັນຍາກາດ ບໍ່ມີສີສັນຂອງຄຳວ່າບຸນປະເພນີຂອງຄົນລາວ ມັນຊິກາຍໄປເປັນເທສະການວາງສະແດງສິນຄ້າ ຫຼື ເປັນຕະຫຼາດນັດຫຼາຍກວ່າ. ດັ່ງນັ້ນ, ຮ້ານຂາຍເຂົ້າຫຼາມປີ້ງໄກ່ ນອກຈາກຈະເປັນການຫາລາຍໄດ້ຂອງແມ່ຄ້າທີ່ທຶນຄ້າຂາຍບໍ່ຫຼາຍ ຫຼື ປ້າສີຍາຍສາແລ້ວ ມັນຍັງມີຄຸນຄ່າທາງດ້ານວັດທະນະທຳ ມີຄຸນຄ່າຕໍ່ຈິດໃຈຂອງຄົນລາວ.

ໃນຊຸມປີທີ່ຜ່ານມາ ບັນຫາຄ່າເຊົ່າສະຖານທີ່, ຄ່າຝາກລົດ ແລະຄ່າອາຫານໃນງານບຸນຊ່ວງເຮືອທ່າວັດຈັນ ແລະບຸນທາດຫຼວງ ມັກຈະຖືກສັງຄົມວິພາກວິຈານຢູ່ເປັນປະຈຳ. ພາກສ່ວນທີ່ກ່ຽວຂ້ອງກໍໄດ້ພະຍາຍາມແກ້ໄຂບັນຫາມາຕະຫຼອດ ແຕ່ກໍຍັງເກີດບັນຫາຂຶ້ນມາຈົນໄດ້ ເປັນຕາຄິດ.

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...