spot_img
Homeຂ່າວຕ່າງປະເທດມຽນມາປະຕິເສດຮັບຜູ້ລີ້ໄພຊາວໂຣຮິນຢາຈາກບັງກາລາເທດ

ມຽນມາປະຕິເສດຮັບຜູ້ລີ້ໄພຊາວໂຣຮິນຢາຈາກບັງກາລາເທດ

Published on

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງ ເນປິດໍ ປະເທເມຽນມາ ເມື່ອວັນທີ 18 ກັນຍາ 2017 ວ່າຄະນະກຳມະທິການດ້ານຂ່າວສານຂອງລັດຖະບານມຽນມາ ອອກມາຖະແຫຼງການເມື່ອວັນອາທິດທີ່ຜ່ານມາວ່າ ປະຊາຊົນສ່ວນໜຶ່ງໃນລັດຍະໄຂ່ທີ່ຫຼົບໜີອອກໄປອີກປະເທດໜຶ່ງ ເປັນເພາະຄວາມຢ້ານກົວຕໍ່ການຖືກຈັບກຸມຕົວຖານກ່ຽວຂ້ອງກັບສະພາບເຫດການຮຸນແຮງໃຮພື້ນທີ່ ແລະ ລັດຖະບານຈະມອບຄວາມຄຸ້ມຄອງທາງກົດໝາຍໃຫ້ແກ່ພົນລະເມືອງໃນລັດຍະໄຂ່ທີ່ບໍ່ຫຼົບໜີອອກນອກປະເທດ

ຖະແຫຼງການດັ່ງກ່າວຂອງລັດຖະບານມຽນມາຖືເປັນການສົ່ງສັນຍານຢ່າງມີໄນໃຈຄວາມ ວ່າບໍ່ປະສົງຮັບກັບຜູ້ລີ້ໄພຊາວໂຣຮິນຈາຫຼາຍກວ່າ 430,000 ຄົນ ເຊິ່ງໄດ້ອົບພະຍົບເຂົ້າສຸ່ບັງກາລາເທດ ຕັ້ງແຕ່ວັນທີ 25 ສິງຫາ 2017ທີ່ຜ່ານມາ ເພື່ອຫຼົບໜີການສູ້ຮົບລະຫວ່າງກອງທັບມຽນມາກັບກອງທັບກອບກູ້ໂຣຮິນຢາແຫ່ງອາຣະກັນ (ອາຣ໌ຊາ)

ດ້ານທ່ານ ອັນໂຕນິໂອ ກູເຕຣ໌ເຣສ ເລຂາທິການຢູເອັນ ກ່າວວ່າ ສະພາບເຫດການທີ່ເກີດຂຶ້ນໃນລັດຍະໄຂ່ ແລະ ບັນຍາກາດພາຍໃນຄ້າຍຜູ້ລີ້ໄພຊາວໂຣຮິນຢາໃນບັງກາລາເທດບົ່ງບອກໃຫ້ຮູ້ວ່າ ກອງທັບມຽນມາຍັງມີອິດທິພົນຫຼາຍຕໍ່ການດຳເນີນນະໂຍບາຍດ້ານຄວາມໝ້ນຄົງຂອງລັດຖະບານພາຍໃຕ້ການຊີ້ນຳຂອງທ່ານ ນາງ ອອງ ຊານ ຊູຈີ ໂດຍຜູ້ບັນຊາການກອງທັບມຽນມາກ່າວເມື່ອທ້າຍອາທິດທີ່ຜ່ານມາວ່າ ປະຕິເສດຂໍ້ຮຽກຮ້ອງຂອງກູເຕຣ໌ເຣສໃນການອບສະຖານະພົນລະເມືອງໃຫ້ແກ່ຊາວໂຣຮິນຢາ ແລະ ກ່າວເຖິງປະຕິບັດການທາງການທະຫານໃນລັດຍະໄຂ່ວ່າເປັນ “ປະຕິບັດການກວາດລ້າງ” ກຸ່ມຕິດອາວຸດຊາວໂຣຮິນຢາເທົ່ານັ້ນ

ບົດຄວາມຫຼ້າສຸດ

ຈັບສາຍປາຕີ້ຄໍລະເຈັ້້ນ 9 ຄົນ ຢູ່ບ້ານອຸດົມ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ.

ປກສ ແຂວງບໍ່ແກ້ວ ມ້າງຄະດີແກ້ງມົ້ວສຸ່ມຢາເສບຕິດ ຈຳນວນ 9 ຄົນ ຈັດປາຕີ້ຄໍລະເຈັ້ນ ຢູ່ບ້ານອຸດົມ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ. ໃນຄັ້ງວັນທີ 26 ມີນາ 2025 ຜ່່ານມາ,...

ຈະນໍາໃຊ້ຕຳຫຼວດຈະລາຈອນ 1,172 ສະຫາຍ ໃນການອຳນວຍຄວາມສະດວກ ໃນໄລຍະປີໃໝ່ລາວ 2025

ເພື່ອສະກັດກັ້ນອຸບັດເຫດ ກົມຕຳຫຼວດຈະລາຈອນ ຈະນໍາໃຊ້ຕຳຫຼວດຈະລາຈອນ 1,172 ສະຫາຍ ຕັ້ງຈຸດກວດກາ 143 ຈຸດ ຕາມແຕ່ລະເສັ້ນທາງ ໄລຍະປີໃໝ່ລາວ. ທ່ານ ພັອ ຄໍາສອນ ສີດາວົງ ຫົວໜ້າກົມຕຳຫລວດຈະລາຈອນ,...

ລະທຶກ! ເຮືອສະປີດໂບ໊ດເກີດໄຟໄໝ້ກາງທະເລອັນດາມັນ ປະເທດໄທ

ເລັ່ງອົບພະຍົບຜູ້ໂດຍສານ ຈາກເຫດໄຟໄໝ້ເຮືອສະປີດໂບ໊ດ ບໍລິເວນເກາະໄມ້ທ່ອນ ຈັງຫວັດພູເກັດ ປະເທດໄທ. ສຳນັກຂ່າວຕ່າງປະເທດລາຍງານ ເຫດໄຟໄໝ້ເຮືອສະປີດໂບ໊ດບໍລິເວນເກາະໄມ້ທ່ອນ ຈັງຫວັດພູເກັດ ປະເທດໄທ ໃນເວລາປະມານ 09:10 ນາທີ ຂອງວັນທີ 1 ເມສາ...

ເພີ່ມຂຶ້ນຕໍ່ເນື່ອງເຫຍື່ອແຜ່ນດິນໄຫວທີ່ມຽນມາ ຫຼ້າສຸດມີຜູ້ເສຍຊີວິດກວ່າ 2,056 ຄົນ

ສະຖານະການແຜ່ນດິນໄຫວໃນມຽນມາຍັງໜ້າເປັນຫ່ວງ ເຈົ້ານ້າທີ່ຕ້ອງເລັ່ງທຳການຄົ້ນຫາ ແລະ ຊ່ວຍຜູ້ລອດຊີວິດອອກມາຈາກໃຕ້ຊາກອາຄານ ຫຼັງຈາກ້າວເຂົ້າສູ່ມື້ທີ 4 ນັບຕັ້ງແຕ່ເກີດເຫດເມື່ອວັນທີ 28 ມີນາ 2025. ສຳນັກຂ່າວຕ່າງປະເທດລາຍນງານໃນວັນທີ 1 ເມສາ 2025 ນີ້,...