spot_img
Homeຂ່າວທ້ອງຖິ່ນພິທີເຊັນສັນຍາຄຸ້ມຄອງກອງທຶນປະກັນສຸຂະພາບແຫ່ງຊາດຂັ້ນເມືອງ ແລະ ໂຮງໝໍເມືອງພູຄູນ

ພິທີເຊັນສັນຍາຄຸ້ມຄອງກອງທຶນປະກັນສຸຂະພາບແຫ່ງຊາດຂັ້ນເມືອງ ແລະ ໂຮງໝໍເມືອງພູຄູນ

Published on

ພິທີເຊັນສັນຍາລະຫວ່າງຄະນະກໍາມະການ ຄຸ້ມຄອງກອງທຶນປະກັນສຸຂະພາບແຫ່ງຊາດຂັ້ນເມືອງ ແລະ ໂຮງໝໍເມືອງພູຄູນໄດ້ຈັດຂື້ນໃນວັນທີ 11 ກັນຍາ 2017 ທີ່ສະໂມສອນໃຫຍ່ຂອງເມືອງ ໃຫ້ກຽດເຂົ້າຮ່ວມໂດຍມີທ່ານ ວຽງທອງ ຫັດສະຈັນ ເຈົ້າເມືອງພູຄູນ, ທ່ານ ດຣ ບຸນທຽມ ສີພາດາ ຮອງຫົວໜ້າພະແນກສາທາລະນະສຸກແຂວງ, ມີບັນດາຄະນະກໍາມະການຄຸ້ມຄອງກອງທຶນປະກັນສຸຂະພາບແຫ່ງຊາດຂັ້ນສູນກາງ, ຂັ້ນແຂວງ, ຂັ້ນເມືອງ, ພະນັກງານໂຮງໝໍເມືອງ, ສຸກສາລາ ຕະຫຼອດຮອດພະນັກງານລັດຖະກອນພາຍໃນທົ່ວເມືອງເຂົ້າຮ່ວມ. ໃນພິທີກໍໄດ້ຮັບຟັງການເຜີຍແຜ່ກົດລະບຽບການຈັດຕັ້ງປະຕິບັດກ່ຽວກັບກອງທຶນປະກັນສຸຂະພາບແຫ່ງຊາດ, ຮ່າງສັນຍາ ແລະ ລາຍງານຜົນການສ້າງຕັ້ງກອງທຶນປະກັນສຸຂະພາບແຫ່ງຊາດ ຈາກນັ້ນບັນດາຜູ້ເຂົ້າຮ່ວມກໍໄດ້ປະກອບຄຳຄິດຄຳເຫັນຢ່າກົງໄປກົງມາ ແລະ ໄດ້ຕົກລົງເປັນເອກະພາບກັນກຳນົດເອົາ ວັນທີ 1 ຕຸລາ 2017 ໃຫ້ກອງທຶນປະກັນສຸຂະພາບແຫ່ງຊາດເປີດບໍລິການປິ່ນປົວຢ່າງເປັນທາງການ ແລະ ອອກແຈ້ງການກ່ຽວກັບວຽກງານປະກັນສຸຂະພາບແຫ່ງຊາດໃຫ້ປະຊາຊົນໄດ້ຮັບຮູ້ ທັງນີ້ກໍເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການສະໜອງທຶນເຂົ້າໃນການປິ່ນປົວ ແລະ ເຮັດໃຫ້ປະຊາຊົນມີຫຼັກປະກັນສຸຂະພາບໃນເວລາທີ່ເຈັບເປັນໃຫ້ສາມາດຮັບການປິ່ນປົວໄດ້ທັນເວລາ.ພາຍຫຼັງທີ່ໂຮງໝໍເມືອງ ແລະ ສຸກສາລາ ໄດ້ຮັບທຶນໃນງວດທຳອິດແລ້ວແມ່ນຕ້ອງໄດ້ຈົດຮັບ-ຈົດຈ່າຍຕາມລະບຽບການເງິນ ແລະ ທຸກການນຳໃຊ້ແມ່ນໃຫ້ປະຕິບັດຕາມລະບຽບການນຳໃຊ້ເງິນງົບປະມານຂອງລັດ, ມີຫຼັກຖານໃນການໃຊ້ຈ່າຍ, ສາມາດກວດສອບໄດ້ ແລະ ໃຫ້ແຕ່ລະສະຖານທີບໍລິການກະກຽມຄວາມພ້ອມໃນການບໍລິການປິ່ນປົວ.ຈາກນັ້ນໃນພິທີກໍໄດ້ລົງນາມເຊັນສັນຍາບົດບັນທຶກຊ່ວຍຈໍາຂອງກອງທຶນປະກັນສຸຂະພາບແຫ່ງຊາດ ໂດຍທ່ານ ເພັດ ສະໝອນ ວົງສີປະເສີດ ປະທານຄະນະກຳມະການຄຸ້ມຄອງກອງທຶນປະກັນສຸຂະພາບແຫ່ງຊາດຂັ້ນເມືອງ ແລະ ທ່ານ ແສງທອງ ແກ້ວມະນີ ຜູ້ອຳນວຍການໂຮງໝໍເມືອງພູຄູນ ໂດຍມີຄະນະກຳມະການຄຸ້ມຄອງກອງທຶນປະກັນສຸຂະພາບເຂົ້າຮ່ວມເປັນສັກຂີພິຍານ.

 

ແຫລ່ງຂ່າວ:​ ຂ່າວສານເມືອງພູຄູນ ເມືອງພູຄູນ

ບົດຄວາມຫຼ້າສຸດ

ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ

ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ ວັນທີ 8 ສິງຫາ 2025 ນີ້, ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກ ແລະ ປກສ...

ທ່ານ ເຫຼັກໄຫຼ ສີວິໄລ ລົງຕິດຕາມເສັ້ນທາງ 2W ແຕ່ເມືອງໄຊ ຫາເມືອງ ປາກແບ່ງ ແຂວງອຸດົມໄຊ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ຍທຂ ພ້ອມຄະນະລົງຕິດຕາມເສັ້ນທາງ 2W ແຕ່ເມືອງໄຊ ຫາເມືອງ ປາກແບ່ງ ແຂວງອຸດົມໄຊ. ໃນວັນທີ 9 ສິງຫາ 2025...

ຍີ່ປຸ່ນທຸບສະຖິຕິໃໝ່! ກວດພົບຄື້ນຄວາມຮ້ອນ ອຸນຫະພູມ 41.8 ອົງສາ ພ້ອມເຕືອນໄພປະຊາຊົນໃຫ້ອອກຈາກພື້ນທີ່ສ່ຽງ

ຍີ່ປຸ່ນທຸບສະຖິຕິອາກາດຮ້ອນສູງສຸດ 41.8 ອົງສາ ເຈົ້າໜ້າທີ່ເລັ່ງອົບພະຍົບປະຊາຊົນ ພ້ອມເຕືອນໂຣກລົມແດດ 44 ແຂວງໃນຍີ່ປຸ່ນ ຂະນະດຽວກັນພາກເໜືອຮັບມືຝົນຕົກໜັກ-ສ່ຽງນ້ຳຖ້ວມຊຸ. ສຳນັກຂ່າວຕ່າງປະເທືດລາຍງານໃນວັນທີ 7 ສິງຫາ 2025 ສຳນັກງານອຸຕຸນິຍົມວິທະຍາຂອງປະເທດຍີ່ປຸ່ນ (Japan Meteorological...

ຄະນະບໍລິຫານງານພັກກະຊວງປ້ອງກັນຄວາມ ສະຫງົບ ສະໄໝທີ VI ປະກອບມີ 27 ສະຫາຍ ຍິງ 1 ສະຫາຍ

ຊົມເຊີຍ ຜົນສຳເລັດກອງປະຊຸມຄັ້ງປະຖົມມະລຶກກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ VI ອົງຄະນະພັກກະຊວງປ້ອງກັນຄວາມສະຫງົບ ໃນຕອນເຊົ້າວັນທີ 6 ສິງຫາ 2025, ສະຫາຍ ພົອ ວິໄລ ຫຼ້າຄຳຟອງ ໄດ້ລາຍງານຜົນຂອງກອງປະຊຸມຄັ້ງປະຖົມມະລຶກຄະນະບໍລິຫານງານພັກກະຊວງປ້ອງກັນຄວາມສະຫງົບ ສະໄໝທີ...