spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ຄະດີລັກພຣະພຸດທະຮູບເກົ່າແກ່ 2 ອົງຢູ່ວັດເກົ້າຍອດ ມີຄວາມຄືບໜ້າດີ

ຄະດີລັກພຣະພຸດທະຮູບເກົ່າແກ່ 2 ອົງຢູ່ວັດເກົ້າຍອດ ມີຄວາມຄືບໜ້າດີ

Published on

ເມື່ອທ້າຍອາທິດທີ່ຜ່ານມາ, ເຈົ້າໜ້າທີ່ໄດ້ຈັບສິກພຣະສົງອົງໜຶ່ງຢູ່ວັດເກົ້າຍອດ ພາຍຫຼັງກວດພົບວ່າຜູ້ກ່ຽວໄດ້ມີສ່ວນພົວພັນກັບສິ່ງເສບຕິດ ແລະ ເປັນຜູ້ຕ້ອງສົງໄສ ອາດຈະຮ່ວມໃນຂະບວນການລັກພຣະພຸດທະຮູບທອງສຳລິດ ຈຳນວນ 2 ອົງຢູ່ວັດດັ່ງກ່າວ ໃນວັນທີ 23 ສິງຫາ 2017 ທີ່ຜ່ານມາ, ຊຶ່ງເປັນພຣະທອງສຳລິດປາງຊະນະມານ, ອົງທີ 1 ມີຄວາມສູງ 78 ຊັງຕີແມັດ, ກ້ວາງ 35 ຊັງຕີແມັດ, ອົງທີ 2 ມີຄວາມສູງ 23,5 ຊັງຕີແມັດ, ກ້ວາງ 8 ຊັງຕີແມັດ.

ເຈົ້າໜ້າທີ່ບອກໃຫ້ຮູ້ວ່າ: ຜ່ານການສືບສວນ-ສອບສວນ ຄະດີດັ່ງກ່າວແມ່ນມີຄວາມຄືບໜ້າດີ ແລະ ກຳລັງເລັ່ງຕິດຕາມຄົນຮ້າຍມາດຳເນິນຄະດີ, ເນື່ອງຈາກວ່າ ພຣະພຸດທະຮູບ 2 ອົງນີ້ເປັນພຣະເກົ່າແກ່ ແລະ ໄດ້ຮັບການຂຶ້ນທະບຽນຈາກກົມມໍລະດົກ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແລ້ວ, ໂດຍຄາດວ່າອີກບໍ່ດົນຈະສາມາດຈັບຕົວຄົນຮ້າຍ ແລະ ເກັບກູ້ພຣະພຸດທະຮູບກັບຄືນມາໄດ້ໂດຍໄວ.

 

ແຫລ່ງຂ່າວ: Sengaloun Sayalath

ບົດຄວາມຫຼ້າສຸດ

ເຫດການຄາຕະກຳ! ເຂີຍໂຫດບໍ່ພໍໃຈເມຍແຊຣໂພສລົງເຟສບຸກ ໃຊ້ອາວຸດປືນຍິງຄອບຄົວ ພ້ອມຈົບຊີວິດຕົນເອງ ລວມທົງໝົດ 5 ສົບ

ເຂີຍໂຫດບໍ່ພໍໃຈເມຍ ທີ່ແຊຣລົງເຟສບຸກ ຈຶ່ງກໍ່ເຫດຄາຕະກຳ ແລ້ວຈົບຊີວິດຕົນເອງຕາມ ປກສ ແຂວງຊຽງຂວາງ ລາຍງານວ່າ: ວັນທີ 15 ກໍລະກົດ 2025 ຜ່ານມານີ້, ເຈົ້າໜ້າທີ່ກອງບັນຊາການ ປ້ອງກັບຄວາມສະຫງົບ ແຂວງຊຽງຂວາງໄດ້ຮັບລາຍງານ...

ເດັກນ້ອຍອາຍຸ 11 ປີ ຊາວບຣາຊິນ ມີແຂ້ວ 81 ເຫຼັ້ມ

ແພດສຸດອຶ້ງ! ເດັກນ້ອຍຜູ້ຍິງອາຍຸ 11 ປີ ຊາວບຣາຊິນ ໄປຖອນແຂ້ວຢູ່ຄລີນິກ ແຕ່ຜົນສະແກນພົບວ່າມີແຂ້ວຫຼາຍເຖິງ 81 ເຫຼັ້ມ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກໍລະກົດ 2025 ຜ່ານມາ, ກ່ຽວກັບເລື່ອງລາວສຸດອຶ້ງເມື່ອມີເດັກນ້ອຍຜູ້ຍິງຊາວບຣາຊິນ...

ນາຍົກລັດຖະມົນຕີ ຕ້ອນຮັບທິມນັກກິລາ ສະໂມສອນບານເຕະ WIG Naga

ນາຍົກລັດຖະມົນຕີ ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຄູຝຶກ ແລະ ນັກກິລາ ຈາກສະໂມສອນ WIG Naga ທີ່ຄວ້າແຊັມບານເຕະ ລາຍການ IBER Cup 2025 ຮຸ່ນອາຍຸບໍ່ເກີນ...

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...