Homeຂ່າວພາຍ​ໃນລັດຖະບານຕັ້ງເປົ້າຈະກໍານົດ 16 ດ່ານທົ່ວປະເທດ ເພື່ອກວດກາຄຸນນະພາບນໍ້າມັນ

ລັດຖະບານຕັ້ງເປົ້າຈະກໍານົດ 16 ດ່ານທົ່ວປະເທດ ເພື່ອກວດກາຄຸນນະພາບນໍ້າມັນ

Published on

ລັດຖະບານລາວ ຈະສູ້ຊົນຈັດຕັ້ງປະຕິບັດໃຫ້ສໍາເລັດ ໃນການກໍານົດເອົາ 16 ດ່ານສາກົນ ທົ່ວປະເທດ ເປັນບ່ອນກວດສອບ ແລະ ອອກໃບຢັ້ງຢືນຄຸນນະພາບນໍ້າມັນເຊື້ອໄຟ ທີ່ນໍາເຂົ້າຈາກຕ່າງປະເທດ  ພາຍໃນປີ 2018. ຂະນະທີ່ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ກໍສໍາເລັດການເປີດສາຍດ່ວນ 1513 ເພື່ອຮັບເອົາຄໍາຮ້ອງທຸກຈາກຜູ້ຊົມໃຊ້.

ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ເປີດເຜີຍອາທິດນີ້ ວ່າ: ກະຊວງຂອງຕົນໄດ້ສໍາເລັດກໍານົດ 14 ດ່ານສາກົນ ເພື່ອກວດສອບ ແລະ ອອກໃບຢັ້ງຢືນ ຄຸນນະພາບນໍ້າມັນເຊື້ອໄຟ ກ່ອນການນໍາເຂົ້າ ສປປ ລາວ ແລະ ມີແຜນຂະຫຍາຍຕື່ມອີກ 2 ດ່ານສາກົນ ໃຫ້ຄົບຕາມເປົ້າໝາຍ 16 ດ່ານສາກົນ ທີ່ມີການນໍາເຂົ້ານໍ້າມັນເຊື້ອໄຟ ໃນທົ່ວປະເທດ ພາຍໃນປີ 2018.

ນອກຈາກນັ້ນ, ຍັງມີການກວດກາຄຸນນະພາບນໍ້າມັນເຊື້ອໄຟ ຢູ່ຕາມສາງເກັບນໍ້າມັນເຊື້ອໄຟ ແລະ ຕາມປໍ້າຈໍາໜ່າຍນໍ້າມັນເຊື້ອໄຟ ໃນຂອບເຂດທົ່ວປະເທດປີລະຄັ້ງ. ພ້ອມນັ້ນ, ສູນດັ່ງກ່າວຍັງໄດ້ມີລົດກວດຄຸນນະພາບນໍ້າມັນເຊື້ອໄຟເຄື່ອນທີ່ ໄວ້ບໍລິການຕາມການຮ້ອງຮຽນຂອງປະຊາຊົນ ແລະ ເປີດສາຍດ່ວນ 1513 ຈາກຜູ້ຊົມໃຊ້.

 

ແຫລ່ງຂ່າວ: ຮັກຊາດ (ສຳນັກຂ່າວສານປະເທດລາວ)

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...