spot_img
Homeຂ່າວຕ່າງປະເທດຈີນກຽມທີ່ຈະເປີດໃຫ້ບໍລິການລົດໄຟທີ່ໄວທີ່ສຸດໃນໂລກ

ຈີນກຽມທີ່ຈະເປີດໃຫ້ບໍລິການລົດໄຟທີ່ໄວທີ່ສຸດໃນໂລກ

Published on

ຈີນກຽມທີ່ຈະເປີດໃຫ້ບໍລິການລົດໄຟທີ່ໄວທີ່ສຸດໃນໂລກ ທີ່ມີຊື່ວ່າ ຟູຊິງ ໃນວັນທີ 21 ເດືອນກັນຍາທີ່ຈະມາຮອດນີ້ ເສັ້ນທາງລະຫວ່າງປັກກິ່ງ-ຊຽງໄຮ້ ເຊິ່ງມີໄລຍະທາງ 1,250 ກມ. ໂດຍລົດໄຟຫົວລູກປືນນີ້ອອກແບບມາໃຫ້ມີຄວາມໄວສູງສຸດທີ 400 ກມ/ຊມ ແຕ່ຈະແລ່ນດ້ວຍຄວາມໄວທີ່ 350 ກມ/ຊມ ແລະ ດ້ວຍຄວາມໄວລະດັບນີ້ເຮັດໃຫ້ການເດີນທາງຈາກ ປັກກິ່ງ-ຊຽງໄຮ້ ທີ່ມີໄລຍະທາງພັນກວ່າກິໂລແມັດໃຊ້ເວລາຈາກ 4 ຊມ ເຫຼືອພຽງເຄິ່ງເທົ່ານັ້ນ ໂດຍເສັ້ນທາງນີ້ມີຜູ່ໃຊ້ບໍລິການຫຼາຍເຖິງປີລະ 600 ລ້ານຄົນ ນັບໄດ້ວ່າເປັນເສັ້ນທາງທີ່ມີຄົນສັນຈອນຫຼາຍອີກເສັ້ນທາງໜຶ່ງຂອງຈ່ີນ.

 

ບົດຄວາມຫຼ້າສຸດ

ຜູ້ນຳສະຫະລັດ ບັນລຸຂໍ້ຕົກລົງກັບຫວຽດນາມ ຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20%

ໂດນັລ ທຣຳ ຜູ້ນຳສະຫະລັດເປີດເຜີຍວ່າ ໄດ້ບັນລຸຂໍ້ຕົກລົງກັບຫວຽດນາມແລ້ວ ໂດຍສະຫະລັດຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20% ຂະນະທີ່ສິນຄ້າຈາກປະເທດທີ 3 ສົ່ງຜ່ານຫວຽດນາມຈະຖືກເກັບພາສີ 40% ສຳນັກຂ່າວບີບີຊີລາຍງານໃນວັນທີ 3 ກໍລະກົດ 2025 ນີ້ວ່າ:...

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...