Homeຂ່າວຕ່າງປະເທດຜູ່ນຳກຳຫຼີເໜືອລົງພື້ນທີ່ສັງເກດການຝຶກຊ້ອມຮົບຄັ້ງໃຫຍ່ຂອງກອງທັບປະຊາຊົນເກົາຫຼີ

ຜູ່ນຳກຳຫຼີເໜືອລົງພື້ນທີ່ສັງເກດການຝຶກຊ້ອມຮົບຄັ້ງໃຫຍ່ຂອງກອງທັບປະຊາຊົນເກົາຫຼີ

Published on

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງ ໂຊລ ປະເທດເກົາຫຼີໃຕ້ ເມື່ອວັນທີ 26 ສິງຫານີ້ວ່າ ສຳນັກຂ່າວກາງເກົາຫຼີ (ເຄຊີເອັນເອ) ລາຍງານວ່າ ທ່ານ ຄິມ ຈອງ ອຶນ ຜູ່ນຳສູງສຸດຂອງເກົາຫຼີເໜືອ ລົງພື້ນທີ່ສັງເກດການຝຶກຊ້ອມຮົບຄັ້ງໃຫຍ່ຂອງກອງທັບປະຊາຊົນເກົາຫຼີ (ເຄພີເອ) ເຊິ່ງເປັນການກຽມພ້ອມຂອງທະຫານໃນການໂຈມຕີເກາະ “ແບງນາຍອງ” ແລະ ເກາະ “ຍອນພະຍອງ” ໂດຍເກາະທັງສອງແມ່ນເປັນເຂດແດນຂອງທະເລເຫຼືອງລະຫວ່າງເກົາຫຼີເໜືອ ແລະ ເກົາຫຼີໃຕ້

ລາຍງານດັ່ງກ່າວຂອງເຄຊີເອັນເອ ເກີດຂຶ້ນໃນເວລາດຽວກັບທີເກົາຫຼີເໜືອຍິງຂີປະນາວຸດ 3 ລູກ ອອກຈາກແຂວງ ຄັງວອນ ໃນພາກຕະເວັນອອກຂອງປະເທດ ເມື່ອຊ່ວງຮຸ່ງເຊົ້າຂອງວັນເສົາຕາມເວລາທ້ອງຖິ່ນ ໂດຍຂີປະນາວຸດເດີນທາງມຸ່ງໜ້າໄປທາງທິດຕະເວັນອອກສຽງເໜືອເປັນໄລຍະທາງປະມານ 250 ກິໂລແມັດ ກ່ອນຕົກລົງໃນທະເລຍີ່ປຸ່ນ ເຊິ່ງຄວາມເຄື່ອນໄຫວນີ້ໄດ້ເກີດຂຶ້ນໃນຊ່ວງທີ່ກອງທັບເກົາຫຼີໃຕ້ ແລະ ສະຫະລັດຢູ່ໃນໄລຍະສຸດທ້າຍຂອງການຊ້ອມຮົບຮ່ວມກັນ ເຊິ່ງຈະຈົບລົງໃນວັນທີ 31 ສິງຫາ ທີ່ຈະມາຮອດນີ້

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...