Homeຂ່າວຕ່າງປະເທດປະທານາທິບໍດີອູແກຣນ ປະກາດຍຸບສະພາແລ້ວ!

ປະທານາທິບໍດີອູແກຣນ ປະກາດຍຸບສະພາແລ້ວ!

Published on

 

ປະທານາທິບໍດີອູແກຣນ ປະກາດຍຸບສະພາແລ້ວມື້ວານນີ້ (25 ສິງຫາ 2014) ແລະ ກຽມຈັດການເລືອກຕັ້ງກ່ອນກຳນົດ

ໃນວັນທີ 26 ຕຸລາ ປີນີ້.

 

ສຳນັກຂ່າວຂອງຕ່າງປະເທດລາຍງານວ່າ ປະທານາທິບໍດີ ເປໂຕຣ ໂປໂຣເຊນໂກ ແຫ່ງອູແກຣນ ປະກາດຍຸບສະພາ ໂດຍ

ຜ່ານຖະແຫຼງການທີ່ຖືກໂພສຕ໌ລົງເທິງເວັບໄຊຂອງທ່ານເອງ ໃນມື້ວັນຈັນ 25 ສິງຫາ 2014 ຜ່ານມານີ້ ພ້ອມກັບຮຽກ

ຮ້ອງໃຫ້ມີການຈັດການເລືອກຕັ້ງລັດຖະສະພາໃໝ່ ໃນວັນທີ 26 ຕຸລາ 2014 ນີ້ ທ່າມກາງສະຖານະການຂອງການຕໍ່ສູ້

ກັບກຸ່ມແບ່ງແຍກດິນແດນທາງພາກຕາເວັນອອກຂອງປະເທດ.

 

ທ່ານ ໂປໂຣເຊນໂກ ລະບຸໃນຖະແຫຼງການວ່າ ມີຜູ້ແທນຈຳນວນຫຼາຍໃນລັດຖະສະພາ ຣາດາ (Rada) ທີ່ເປັນຜູ້ສະໜັບ

ສະໜູນໂດຍກົງ ຫຼື ສົມຮູ້ຮ່ວມຄິດ ເຊິ່ງເອີ້ນໄດ້ວ່າເປັນພັນທະມິດຂອງກຸ່ມຕິດອາວຸດແບ່ງແຍກດິນແດນ ໂດຍການ

ເຄື່ອນໄຫວຂອງເຂົາໃນເທື່ອນີ້ ໄດ້ສອດຄ່ອງກັບລັດຖະທຳມະນູນຂອງປະເທດ.

 

ການປະກາດຍຸບສະພາຂອງ ທ່ານ ໂປໂຣເຊນໂກ ເກີດຂຶ້ນພຽງມື້ດຽວ ກ່ອນທີ່ເຂົາກັບປະທານາທິບໍດີ ວາລາດີເມຍ ປູຕິນ

ແຫ່ງຣັດເຊຍ ຈະເຂົ້າຮ່ວມກອງປະຊຸມສຸດຍອດ ເພື່ອຫາທາງຢຸຕິຂໍ້ຂັດແຍ່ງໃນພາກຕາເວັນອອກ ແລະ ຄາດວ່າຈະມີ

ການກົດດັນອູແກຣນໃຫ້ຈົບປັນຫານີ້ ດ້ວຍການເຈລະຈາ ຫາກບໍ່ແມ່ນກຳລັງທະຫານ.

 

ທັງນີ້ ໃນຊ່ວງເດືອນທີ່ຜ່ານມາ ກອງທັບຂອງລັດຖະບານອູແກຣນ ໄດ້ໂຈມຕີຝ່າຍແບ່ງແຍກດິນແດນຢ່າງໜັກ ແລະ

ສາມາດຍຶດຄືນພື້ນທີ່ທີ່ຖືກຍຶດໄປ ຕັ້ງແຕ່ເດືອນເມສາ ໄດ້ຫຼາຍແຫ່ງ, ແຕ່ການໂຈມຕີດັ່ງກ່າວ ໄດ້ເຮັດໃຫ້ມີພົນລະ

ເຮືອນຈຳນວນຫຼາຍເສຍຊີວິດ ໂດຍຍອດຜູ້ເສຍຊີວິດຈົນເຖິງຂະນະນີ້ ແມ່ນຫຼາຍກ່ວາ 2,000 ຄົນແລ້ວ.

 

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...