spot_img
Homeຂ່າວພາຍ​ໃນ"ບຸນປອນ ແລະ ຈັນສະໝອນ"ນັກກີລາມວຍສາກົນທີມຊາດລາວ ຜ່ານເຂົ້າໄປຊີງຫຼຽນເງິນ

“ບຸນປອນ ແລະ ຈັນສະໝອນ”ນັກກີລາມວຍສາກົນທີມຊາດລາວ ຜ່ານເຂົ້າໄປຊີງຫຼຽນເງິນ

Published on

ທ້າວ ບຸນປອນ ລາຊະວົງສີ ແລະ ຈັນສະໝອນ ວິໄລສັກ ສອງນັກກິລາມວຍສາກົນທີມຊາດລາວ ກອດຄໍກັນມີໄຊ ຊະນະນັກກິລາ ມຽນມາ ແລະ ຕີມໍ ເລສເຕ ໄດ້ຜ່ານເຂົ້າໄປຊີງຫຼຽນເງິນ ການແຂ່ງຂັນຈະເລີ່ມໃນເວລາ 15:00 ໂມງ ເປັນຕົ້ນໄປ ຂອງວັນທີ 22 ສິງຫາ 2017ນີ້ ທີ່ສູນວາງສະແດງສິນຄ້າມາທາດີ ເອັກຊີບີເຊິນ ແອນຄອນເບັນເຊີນ ເຊັນເຕີ ນະຄອນຫຼວງ ກົວລາລຳເປີ.

ຈັນສະໜອນ ວິໄລສັກ ພົບ ນັກມວຍໄທ
ບຸນປອນ ລາຊະວົງສີ ພົບ ນັກມວຍມາເລເຊຍ

ແລະ ຕອນນີ້ໄດ້ຂ່າວວ່າທັງສອງໄດ້ຮັບເງິນອັດສີດລາງວັນຄົນລະ 300 ໂດລາ ຫຼັງຈາກທີ່ທັງຄູ່ສາມາດຍາດໄດ້ຫຼຽນທອງມາຮອງທ້ອງໄວ້ແລ້ວ ຈາກທ່ານ ອຸດົມສັກ ອຸດົມທອງກະເສມ ປະທານບໍລິສັດ ສົມບູນການຄ້າ ຈຳກັດ ທັງເປັນປະທານມວຍວູຊູແຫ່ງຊາດລາວ

ແຟນນັກກິລາຊາວລາວ ຢ່າລືມສົ່ງແຮງໃຈໄປເຊຍນັກກີລາລາວໃຫ້ໄດ້ຮັບໄຊຊະນະ ໄດ້ຫຼຽນລາງວັນກັບມາຕ້ອນພີ່ນ້ອງຊາວລາວກັນຫຼາຍເດີ້! ແລະ ຂໍໃຫ້ນັກມວຍທັງສອງທ່ານຈົ່ງເຮັດຢ່າງເຕັມທີ່ ຂໍໃຫ້ໄດ້ໄຊຊະນະກັບມາ ລາວສູ້ໆ!

https://www.facebook.com/251133021994069/videos/336030140171023/

 

 

 

ແຫລ່ງຂ່າວຈາກ: Lao sport

 

ບົດຄວາມຫຼ້າສຸດ

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...