spot_img
Homeຂ່າວພາຍ​ໃນໄຊຊະນະນັດທຳອິດຂອງທີມຊາດລາວໃນການແຂ່ງຂັນບານເຕະຊາຍ ຊີເກມ 2017. 

ໄຊຊະນະນັດທຳອິດຂອງທີມຊາດລາວໃນການແຂ່ງຂັນບານເຕະຊາຍ ຊີເກມ 2017. 

Published on

ໃນຕອນບ່າຍຂອງວັນທີ 21 ສິງຫາ 2017 ທີ່ຜ່ານມາ ແຂ່ງຂັນຢູ່ທີ່ສະຫນາມ UM ARENA STADIUM ປະເທດມາເລເຊຍ ເປັນການພົບກັນລະຫວ່າງ “ທີມຊາດລາວ ພົບກັບ ທີມຊາດບຣູໄນ” ທັງສອງທີມໄດ້ເດີນໜ້າເກມບຸກໃສ່ກັນຢ່າງເຕັມທີ່ ເພື່ອຫວັງເກັບຊະນະ ຜົນຂອງການແຂ່ງຂັນໃນນັດນີ້ເຖິງແມ່ນວ່າທີມໃດຊະນະກໍ່ຕາມແຕ່ກໍ່ບໍ່ສາມາດຜ່ານເຂົ້າໄປຮອບ 4 ທີມສຸດທ້າຍໄດ້ ແຕ່ກໍ່ບໍ່ມີໃຜຕ້ອງການເປັນທີມທ້າຍສຸດຂອງຕາຕະລາງຂອງກຸ່ມ A

ໂດຍການຍິງຂອງ “ພິທັກ ກອງມາທິລາດ” ຍິງໄດ້ 3 ປະຕູ ໃນນາທີ 64, 73 ແລະ 86 ຊ່ວຍໃຫ້ ທີມຊາດລາວ ເອົາຊະນະ ທີມຊາດ ບຣູໄນ 3-0 ປະເດີມ 3 ຄະແນນທຳອິດການແຂ່ງຂັນຊີເກມ ແລະ ນັດຕໍ່ໄປທີມຊາດລາວຈະພົບກັບ ທີມຊາດມາເລເຊຍ ໃນວັນທີ 23 ສິງຫາ 2017 ເວລາ 20:45 ນາທີ ແຂ່ງຂັນຢູ່ທີ່ສະຫນາມ SHAH ALAM STADIUM

 

 

ຂ່າວ ແລະ ຮູບຈາກ: The Asian Football Confederation
ສະຫະພັນບານເຕະແຫ່ງຊາດລາວ Lao Football Federation

ບົດຄວາມຫຼ້າສຸດ

ປັບສູງສຸດ 2,000 ໂດລາ ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ

ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ ພ້ອມທັງຕັ້ງຄ່າປັບໄໝສູງສຸດ 2,000 ໂດລາ ຫຼື ປະມານ 45 ລ້ານກີບ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ສິງຫາ 2025 ຜ່ານມາ,...

ປະຫວັດ “ບຸນຫໍ່ເຂົ້າປະດັບດິນ” ປະເພນີລາວທີ່ສືບທອດມາແຕ່ບູຮານນະການ

ວັນບຸນຫໍ່ເຂົ້າປະດັບດິນ ບຸນປະເພນີທີ່ບູຮານໄດ້ພາກັນປະຕິບັດກັນມາ ເພື່ອເປັນການອຸທິດບຸນກຸສົນ ໃຫ້ກັບຍາດຕິພີ່ນ້ອງ ຜູ້ທີ່ລ່ວງລັບໄປແລ້ວ ລວມທັງສັມພະເວສີ ຜີທີ່ບໍ່ມີຍາດ. ຄວາມ​ໝາຍ​ຄວາມ​ສໍາຄັນ​ຂອງ​ບຸນ​ຫໍ່​ເຂົ້າປະດັບດິນ: ຫໍ່​ເຂົ້າປະດັບດິນ ໝາຍ​ເຖິງ ການ​ນໍາ​ເອົາ​ອາຫານ​ຫວານ​ຄາວ ຊີ້ນ​ແຫ້ງ​ປາ​ຕາຍ, ເຂົ້າຕົ້ມເຂົ້າໜົມ, ໝາກ​ໄມ້​ນານາ​ຊະນິດ ແລະ...

ເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ

ເປີດເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ ໃນລະຫວ່າງວັນທີ 15-19 ສິງຫາ 2025 ນີ້, ຄະນະຮັບຜິດຊອບການບັນຈຸຄູອາສາສະໝັກເຂົ້າເປັນກຳລັງປ້ອງກັນຊາດ ນຳໂດຍ ທ່ານ ນາງ ຄຳພັດ ໄຊຍະລິນຄຳ ຮອງຫົວໜ້າກົມສ້າງຄູ...

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025 ໃນອາທິດຜ່ານມາ, ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຈັດກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຄັ້ງທີ...