spot_img
Homeຂ່າວຕ່າງປະເທດຮືຮາ ໄວໝຸ່ມສາວໜ້າຕາດີ ບວດເປັນຊີທີ່ວັດໃນຫວຽດນາມ

ຮືຮາ ໄວໝຸ່ມສາວໜ້າຕາດີ ບວດເປັນຊີທີ່ວັດໃນຫວຽດນາມ

Published on

      1

   ກາຍ​ເປັນ​ທີ່​ຮື​ຮາ​ຢ່າງ​ຫລວງຫລາຍ​ໃນ​ໝູ່​ຊາວ​ເນັດຫ​ວຽດ​ນາມ ຫລັງຈາກ​ມີ​ການ​ເຜີຍ​ພາບໄວ​ໝຸ່ມ​ສາວ ​ຊາ​ວ​ເມ​ລິ​ກາ​ໜ້າ​ຕາ​ໜ້າ​ຮັກ ເຂົ້າ​ພິທີ​ບວດ​ເປັນ​ຊີ​ທີ່​ວັດ​ແຫ່ງ​ໜຶ່ງ​ໃນ​ຫວຽດ​ນາມ 
ຕາມ​ລາຍ​ງານ​ຈາກ​ຫວຽດ​ນາມ​ເບ​ກ​ກິ້ງ​ນິວ ເມື່ອ​ວັນທີ່ 22 ສິງ​ຫາ 2014 ລະ​ບຸ​ວ່າ ຍິງສາວ​ລາຍ​ນີ້​ຊື່ ຄາ​ຢາ​ລາ ຮາ​ລາ​ມິນ​ໂຍອາຍຸ 17 ປີ ເປັນ​ນັກ​ຮຽນ​ລະ​ດັບ​ໄຮ​ສະ​ຄູນ​ຈາກ​ເມືອງ​ ອອນ​ຕາ​ລິ​ໂອ ລັດ​ແຄ​ລິ​ຟໍ​ເນຍ ນາງ​ມີ​ຄວາມ​ເຫຼື່ອມ​ໃສ​ໃນ​ພະ​ພຸ​ດ​ສາດສະໜາ ໄດ້​ສຶກ​ສາ​ຫລັກ​ທຳ​ຄຳ​ສອນ​ຈາກ​ການ​ອ່ານ​ປື້ມ​ພາສາ​ອັງ​ກິດ​ກ່ຽວກັບ​ພຸ​ດ​ທະສາດສະໜາ ແລະ ສຶກ​ສາ​ເອງ​ຈາກ​ອິນ​ເຕີ​ເນັດ ເຄີຍ​ບວດ​ທີ່​ສູນ​ພຸ​ດ​ສຶກ​ສາ​ໃນ​ລັດ​ແຄ​ລິ​ຟໍ​ເນຍ​ມາ​ແລ້ວ ຊຶ່ງ​ນາງ​ພົບ​ວ່າ​ພຸ​ດທະ​ສາດສະໜາ​ຊ່ວຍ​ສອນ ​ແລະ ​ເຮັດໃຫ້​ນາງ​ຄົ້ນ​ພົບ​ຫົນ​ທາງ​ສູ່​ອິດສະຫລະ​ແຫ່ງ​ຕົນ ນາງຈຶ່ງ​ຕັດ​ສິນ​ໃຈ​ເດິນທາງ​ມາ​ປະຕິບັດ​ທຳ​ຢ່າງ​ຈິງ​ຈັງ​ທີ່​ວັດ​ແຫ່ງ​ໜຶ່ງ​ໃນຫວຽດ​ນາມ

 

2

          ຮາ​ລາ​ມິນ​ໂຍ ເຂົ້າ​ພິທີ​ບວດ​ຊີ​ແຖ​ຜົມ​ເມື່ອ​ວັນທີ່ 10 ສິງ​ຫາ​​ທີ່​ຜ່ານມາໂດຍ​ພໍ່ ​ແລະ ​ແມ່​ຂອງ​ນາງ​ກໍ​ໄດ້​ມາ​ເຂົ້າ​ຮ່ວມ​ພິທີ​ໃນຄັ້ງນີ້​

ທັງນີ້ລາຍ​ງານ​ບໍ່​ໄດ້​ລະ​ບຸ​ວ່າ​ແມ່​ຊີ​ຈະບວດດົນປານໃດ ເນື່ອງ​ຈາກ​ທາງ​ວັດ​ບໍ່​ໄດ້​ໃຫ້​ຂໍ້​ມູນ​ໃດໆ ກ່ຽວກັບ​ຕົວ​ນາງເພາະ​ຢ້ານວ່າ​ຈະ​ລົບກວນ​ຄວາມ​ສະຫງົບ​ຂອງ​ແມ່​ຊີ​ແລະ​ ຄວາມ​ສະຫງົບ​ຂອງ​ວັດ ຊຶ່ງ​ຂັດ​ຕໍ່​ຄວາມ​ຕັ້ງ​ໃຈ​ຂອງ​ແມ່​ຊີ

3

 

 

 

 

 

 

 

 

 

 

 

kapook_world-627298

 

 

ບົດຄວາມຫຼ້າສຸດ

ລາວ-ສ.ເກົາຫຼີ ລົງນາມຮ່ວມມື ເພື່ອດໍາເນີນໂຄງການສ້າງສູນພັດທະນາບຸກຄະລາກອນທາງດ້ານດິຈິຕອນ ມູນຄ່າ 9.9 ລ້ານໂດລາ

ລາວ-ສ.ເກົາຫຼີ ລົງນາມບົດບັນທຶກການຮ່ວມມື (Record of Discussion-ROD) ເພື່ອດໍາເນີນໂຄງການສ້າງສູນພັດທະນາບຸກຄະລາກອນທາງດ້ານດິຈິຕອນ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ຮ່ວມກັບ ອົງການຮ່ວມມືສາກົນ ສ.ເກົາຫຼີ (KOICA) ໄດ້ຈັດພິທີລົງນາມບົດບັນທຶກການຮ່ວມມື...

ສົ່ງເສີມການທ່ອງທ່ຽວທາງທຳມະຊາດໃນລາວ ໂອກາດການທ່ອງທ່ຽວໃນເຂດປ່າໄມ້ຂອງລາວແບບເປີດກວ້າງ ພ້ອມກັບສ້າງວຽກເຮັດງານທຳໃຫ້ກັບແມ່ຍິງເຖິງ 75,000 ຄົນ

ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 1926/ກປ,ລົງວັນທີ 03 ມິຖຸນາ 2025. ຊຶ່ງຂໍ້ຕົກສະບັບດັ່ງກ່າວນີ້ໄດ້ເປັນປັດໃຈພື້ນຖານໃນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວທຳມະຊາດ...

ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ສປສສ

ຂໍສະແດງຄວາມຊົມເຊີຍ ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກສານປະຊາຊົນສູງສຸດ (ສປສສ) ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດ ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 11 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ...

ຖືກກັກໂຕແລ້ວ ຈາກກໍລະນີແພດທຳຮ້າຍຮ່າງກາຍຄົນເຈັບ ຢູ່ຫວຽດນາມ ພົບເຄື່ອງມືບໍ່ໄດ້ມາດຕະຖານ ແລະ ບໍ່ມີໃບອະນຸຍາດ

ໃນວັນທີ 11 ກັນຍາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດນະຄອນໂຮຈິມິນ ປະເທດຫວຽດນາມ ໄດ້ຈັບກຸມ ນາງ ຫວຽນ ຖິ ຕ່ວນ ຈິງ (Nguyen...