spot_img
Homeຊີວິດແລະຄວາມຮັກວິທີເລີກກັບຄົນຮັກແບບຫຼີກລ່ຽງການປະທະຄວາມຮຸນແຮງ

ວິທີເລີກກັບຄົນຮັກແບບຫຼີກລ່ຽງການປະທະຄວາມຮຸນແຮງ

Published on

ເລື່ອງລາວຂອງຄວາມຮັກຫາກທຸກຢ່າງໄດ້ມາຮອດຈຸດສິ້ນສຸດ ຈຸດຂາດແລ້ວກໍ່ບໍ່ສາມາດທົນຝືນຢູ່ຕໍ່ໄປໄດ້ ເຖິງແມ່ນວ່າອີກຝ່າຍຈະບໍ່ຍອມຕັດຂາດສຳພັນກໍ່ຕາມ ແຕ່ການແຍກທາງກັນກໍ່ເປັນທາງເລືອກທີ່ດີທີ່ສຸດ ເພາະບໍ່ຕ້ອງທົນທຸກໃຈກັນທັງສອງຝ່າຍ ແລະ ຖ້າປ່ອຍເລື່ອງລາວໄວ້ດົນຍິ່ງຈະເຮັດໃຫ້ເກີດຄວາມເບື່ອໜ່າຍ ເມື່ອເວລາຜ່ານໄປກໍ່ຈະເຮັດໃຫ້ເຮົາບໍ່ເຫຼືອຄວາມຮູ້ສຶກ ຄວາມຊົງຈຳດີໆໄວ້ໃຫ້ກັນອີກເລີຍ

ສຳລັບຄູ່ທີ່ແຕ່ງງານກັນແລ້ວຕ້ອງແຍກທາງກັນໂດຍທ່ານເປັນຝ່າຍຕ້ອງການໄປ ແລະ ຢາກຈົບແບບບໍ່ເປັນການໜ້າກຽດຫຼາຍ ພົບໜ້າກັນກໍ່ຍັງສາມາດລົມກັນໄດ້

  1. ສຳລັບຄູ່ຜົວເມຍທີ່ມີລູກແລ້ວ ເຖິງແມ່ນວ່າພວກທ່ານຈະເລີກກັນໄປແລ້ວ ຄວາມສຳພັນແບບຜົວເມຍຖືກຕັດຂາດ ແຕ່ທ່ານກໍ່ຢ່າລືມເຮັດໜ້າທີ່ໃນການເປັນພໍ່ ຫຼື ແມ່ທີ່ດີໃຫ້ກັບລູກ ເວລາມັນຈະຊ່ວຍບັນເທົາຄວາມເຈັບປວດໃນໃຈຂອງອີກຝ່າຍ ແຕ່ອາດຈະປ່ຽນຄວາມຮູ້ສຶກຈາກຄົນຮັກມາເປັນເພື່ອນທີ່ດີ ໃນຖານະທີ່ມີພັນທະເລື່ອງລູກຮ່ວມກັນ
  2. ເວລາລົມກັນ ເຈລະຈາກັນເລື່ອງການແຍກທາງໃຫ້ອົດໃຈເຢັນໄວ້ກ່ອນ ເຖິງວ່າອີກຝ່າຍຈະຮ້ອງໄຫ້ ປ້ອຍດ່າກໍ່ອົດທົນໄວ້ ເພາະໃຫ້ຄິດວ່າຈັ່ງໃດຕົນກໍ່ເປັນຝ່າຍຜິດ ໂທດຖານທຳຮ້າຍຈິດໃຈເຂົາ ຖ້າເຂົາດ່າເຮົາມື້ນີ້ແລ້ວເລື່ອງທຸກຢ່າງມັນຈົບ ຕໍ່ໄປເຮົາຈະໄດ້ຫຼຸດພົ້ນຈາກຊີວິດເຂົາ ແລະ ມີອິດສະຫຼະແລ້ວກໍ່ປ່ອຍໃຫ້ເຂົາດ່າໃຫ້ສົມໃຈໄປໂລດ
  3. ຍ່າງໜີໄປມິດໆໂລດບໍ່ຕ້ອງໂຕ້ຕອບຫຍັງ ຫາກເຂົາບໍ່ໃຊ້ກຳລັງກັບຕົນເອງ
  4. ຖ້າອີກຝ່າຍເປັນຄົນອາລົມຮ້ອນມັກໃຊ້ກຳລັງຫ້າມເຈລະຈາບອກເລີກແບບສອງຕໍ່ສອງເດັດຂາດ ຄວນມີຄົນໄປຊ່ວຍເຈລະຈາ ແລະ ສະຖານທີ່ນັດພົບກັນກໍ່ຕ້ອງແມ່ນຢູ່ສາທາລະນະ ອາດຈະເປັນໃນຮ້ານອາຫານ ເປັນຕົ້ນ ເພາະຫາກເກີດເຫດຫຍັງຂຶ້ນມາຈະໄດ້ມີຄົນຊ່ວຍຫ້າມທັນ
  5. ສຳລັບອີກຝ່າຍທີ່ບໍ່ຍອມເລີກລາກັນໄປດີໆ ຍັງມີການນຳມາຈ່ອງເວນກັນຢູ່ຕ້ອງໃຊ້ຄົນກາງເຂົ້າມາຊ່ວຍເຈລະຈາ ແລະ ອາດມີການເຮັດຂໍ້ຕົກລົງສັນຍາທາງກົດໝາຍເຂົ້າຊ່ວຍ
  6. ຕັດສິນໃຈດີໆເອົາຄັກໆວ່າຕ້ອງການເລີກແທ້ໆ ແລະ ຄິດວ່າຈະບໍ່ເສຍໃຈກັບການຕັດສິນໃຈໃນເທື່ອນີ້ກໍ່ລົງມືປະຕິບັດຕາມໃຈທີ່ຕົນຕ້ອງການເລີຍ ຢ່າໃຈອ່ອນ ຢ່າຫວັ່ນໄຫວເດັດຂາດ ຢູ່ຄືຢູ່ໄປກໍ່ຄືໄປ ເຮັດໃຫ້ທຸກຢ່າງຊັດ ເຈນ.

ບົດຄວາມຫຼ້າສຸດ

ຮັບຮອງເປັນມໍຣະດົກແຫ່ງຊາດ ສະຖານບູຮານໜອງດິນຈີ່ ເມືອງໂພນທອງ ແຂວງຈຳປາສັກ ມີຄວາມສຳຄັນໃນລະດັບພູມິພາກອາຊີຕາເວັນອອກສ່ຽງໃຕ້

ສະຖານບູຮານໜອງດິນຈີ່ ເມືອງໂພນທອງ ແຂວງຈຳປາສັກ, ຖືກຮັບຮອງເປັນມໍຣະດົກແຫ່ງຊາດ ຕາມຂໍ້ຕົກລົງຂອງທ່ານລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ. ເມື່ອວັນທີ 11 ສິງຫາ 2025 ທີ່ຜ່ານມາ, ວ່າດ້ວຍການຮັບຮອງເອົາມໍຣະດົກແຫ່ງຊາດລະດັບຊາດ ດ້ານວັດທະນະທຳ, ປະຫວັດສາດ...

ລາວເປັນປະເທດທີ່ມີຄວາມສະຫງົບ ໂດຍຖືກຈັດຢູ່ອັນດັບທີ 10 ປະເທດທີ່ສະຫງົບສຸກ ແລະ ສັນຕິພາບທີ່ສຸດໃນອາຊີ ປະຈຳປີ 2025

ລາວຖືກຈັດຢູ່ ອັນດັບທີ່ 10 ປະເທດທີ່ສັນຕິພາບທີ່ສຸດໃນອາຊີ ຕາມລາຍງານ ດັດຊະນີສັນຕິພາບໂລກ (GPI) 2025 ສະບັບລ້າສຸດ ທີ່ອອກໂດຍ ສະຖາບັນເສດຖະກິດແລະສັນຕິພາບ (IEP). (GPI) 2025 ສະບັບລ້າສຸດ...

ສາຍກິນດິບໃຫ້ລະວັງ! ພະຍາດໃບໄມ້ໃນປອດທີ່ເກີດຈາກການກິນດິບ ໂດຍສະເພາະເມນູກຸ້ງເຕັ້ນ ແລະ ປູດິບຈາກແຫຼ່ງນໍ້າຈືດ

ພະຍາດໃບໄມ້ໃນປອດ ເກີດຈາກການກິນອາຫານດິບ ແລະ ສຸຂະອະນາໄມໃນການປຸງແຕ່ງອາຫານ ສາຍກິນດິບຄວນລະວັງ, ເມື່ອບໍ່ດົນມານີ້,ມີກໍລະນີເດັກນ້ອຍອາຍຸ 14 ປີ ຈາກ ສ.ເກົາຫຼີ ທີ່ມັກກິນກຸ້ງສົດ ແລະ ປູສົດນໍ້າຈືດ ມີອາການຫາຍໃຈລໍາບາກ, ໄອມີເສມຫະ...

ເກີດຂຶ້ນ 1 ໃນ 8 ລ້ານ ຕ້ອງໄດ້ທຳການຜ່າອອກດ່ວນ ຍິງຊາວອິນເດຍພົບໂຕອ່ອນມາຢູ່ໃນຕັບ

ຍິງຊາວອິນເດຍມີອາການເຈັບທ້ອງ ຜົນສະແກນ MRI ພົບວ່າມີໂຕອ່ອນມາຢູ່ໃນຕັບ ເຊິ່ງເກີດຂຶ້ນໄດ້ຍາກມີພຽງ 45 ກໍລະນີ ໃນທົ່ວໂລກ ຈາກກໍລະນີຍິງຊາວອິນເດຍ ອາຍຸ 35 ປີ, ທີ່ກຳລັງຖືພາ 12 ອາທິດ...