ຄວາມຄືບໜ້າການພັດທະນາ ລະບົບແຈ້ງພາສີປະຕູດຽວ

ກອງ​ປະຊຸມ​ປຶກສາ​ຫາລື ແລະ ຮັບ​ຟັງ​ລາຍ​ງານ​ຄວາມ​ຄືບ​ໜ້າ ການ​ພັດທະນາ​ລະບົບ​ແຈ້ງ​ພາສີປະຕູ​ດຽວ​ແຫ່ງ​ຊາດ ໄດ້​ຈັດ​ຂຶ້ນໃນ​ວັນ​ທີ 7 ສິງຫາ 2017 ທີ່​ກະຊວງ​ການ​ເງິນ ໂດຍ​ເປັນ​ປະທານຂອງ​ທ່ານ​ນາງ ທິບ​ພະ​ກອນ ຈັນທະ​ວົງສາ ຮອງ​ລັດຖະມົນຕີ​ກະຊວງ​ການ​ເງິນ ປະທານ​ຄະນະ​ຊີ້ນຳ​ວຽກ​ງານ​ພັດທະນາ​ລະບົບແຈ້ງ​ພາສີ​ປະຕູ​ດຽວ​ແຫ່ງ​ຊາດ ມີ​ທ່ານ ບຸນ​ປະເສີດ ສີ​ກຸນລະບຸດ ຮັກສາ​ການ​ຫົວໜ້າ​ກົມ​ພາສີ ຜູ້ອຳນວຍ​ການ​ບໍລິສັດ​ຮ່ວມ​ພັດ​ທະນາ​ລະບົບ​ແຈ້ງ​ພາສີ​ປະຕູ​ດຽວແຫ່ງ​ຊາດ (LNSW) ຜູ້​ຈັດການໂຄງການ (LNSW) ພ້ອມ​ດ້ວຍພະນັກງານ​ວິຊາ​ການ ແລະ ແຂກ​ຖືກ​ເຊີນ​ເຂົ້າ​ຮ່ວມ.

ກອງ​ປະຊຸມ​ໄດ້​ສະຫຼຸບ​ຕີ​ລາຄາ​ຄວາມ​ຄືບ​ໜ້າ ການ​ພັດທະນາລະບົບ​ແຈ້ງ​ພາສີ​ປະຕູ​ດຽວ ໃນ​ໄລຍະ​ຜ່ານ​ມາ ໂດຍ​ສະເພາະແມ່ນການ​ພັດທະນາ​ໂມ​ດູນ ການ​ອອກໃບ​ອະນຸຍາດ ຫຼື ໃບຢັ້ງຢືນ​ແບບເອ​ເລັກ​ໂຕຣ​ນິກໃຫ້​ແກ່​ພາກ​ລັດ ກ່ຽວ​ກັບ​ການ​ນຳ​ເຂົ້າ-ສົ່ງ​ອອກສິນຄ້າ ເຄື່ອງ​ຂອງ ນອກ​ນີ້ຍັງ​ໄດ້ກຳນົດ​ແຜນ​ວຽກ​ຍຸດ​ທະ​ສາດ ການ​ພັດທະນາ​ລະບົບ​ແຈ້ງ​ພາສີປະຕູ​ດຽວ ​ໃຫ້​ສາມາດ​ເຊື່ອມ​ໂຍງເຂົ້າ​ລະບົບ​ອາຊີ​ກູ​ດາ​ຂອງ​ອົງການ​ອູນ​ຕັກໄດ້​ຢ່າງ​ສົມບູນ ແລະ ເພື່ອ​ແນໃສ່​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ທຸກ​ຂົງເຂດ ​ໃນ​ການ​ບໍລິການ​ແຈ້ງ​ພາສີ ເຊິ່ງ​ຈະ​ເຮັດໃຫ້​ລະບົບ​ແຈ້ງ​ພາສີ​ປະຕູ​ດຽວຂອງ​ລາວ ​ກ້າວ​ໄປ​ສູ່​ຄວາມ​ທັນສະໄໝ ແລະ ເປັນ​ເອກະ​ພາບ​ກັບບັນດາ​ສະມາຊິກ​ອາ​ຊຽນ.

ປັດຈຸບັນ​ການ​ພັດທະນາ​ລະບົບແຈ້ງ​ພາສີ​ປະຕູ​ດຽວ ໄດ້​ສຳເລັດການ​ພັດທະນາ​ຕົ້ນ​ແບບ​ຂອງ​ລະບົບ ແລະ ໄດ້​ດຳເນີນ​ການ​ທົດລອງ​ນຳ​ໃຊ້​ລະບົບ ​ເພື່ອ​ອອກ​ໃບອະນຸຍາດ​ນຳ​ເຂົ້າ​ພາຫະນະ​ທົ່ວໄປ​ ພາຍ​ໃຕ້​ການ​ຄຸ້ມ​ຄອງ​ຂອງ​ກົມການ​ນຳ​ເຂົ້າ-ສົ່ງ​ອອກ ກະຊວງອຸດສາຫະກຳ ແລະ ການ​ຄ້າ ເຊິ່ງ​ເຫັນ​ວ່າ​ສາມາດ​ນຳ​ໃຊ້​ໄດ້ໂດຍ​ພື້ນຖານ ການ​ອອກ​ໃບ​ອະນຸຍາດ​ດັ່ງກ່າວ​ ແມ່ນ​ອີງ​ຕາມ​ແຈ້ງການ​ຂອງ​ກະຊວງ​ອຸດ​ສະຫະ​ກຳ ແລະ ການ​ຄ້າ ວ່າ​ດ້ວຍ​ລາຍການ​ສິນຄ້າ​ທີ່​ຕ້ອງ​ຂໍອະນຸຍາດ ນຳ​ເຂົ້າ ຫຼື ສົ່ງ​ອອກ ແບບ​ອັດ​ຕະໂນ​ມັດ ແລະ ແບບ​ບໍ່​ອັດ​ຕະ​ໂນມັດ ສະບັບ​ເລກ​ທີ 0076/​ອຄ.​ກຂອ ລົງ​ວັນ​ທີ 13 ມັງກອນ 2012.

ພາຍຫຼັງ​ສຳເລັດ​ການ​ທົດລອງ​ນຳ​ໃຊ້ ​ຈະ​ຂະຫຍາຍ​ການ​ນຳໃຊ້​ລະບົບ​ດັ່ງກ່າວ ​ໄປ​ສູ່​ຂະແໜງການ​ທີ່​ຕິດ​ພັນ​ກັບ​ການ​ອອກ​ໃບອະນຸຍາດ​ນຳ​ເຂົ້າ​ພາຫະນະ ໂດຍສະເພາະແມ່ນ​ກົມ​ຂົນສົ່ງ ກະຊວງ​ໂຍທາ​ທິ​ການ ແລະ ຂົນສົ່ງ ເພື່ອ​ອອກ​ໃບ​ອະນຸຍາດ​ດ້ານ​ເຕັກນິກ​ນຳ​ເຂົ້າ​ພາຫະນະ​ກົນ​ຈັກ ແລະ ຂຶ້ນ​ທະບຽນ​ຢູ່​ລາວ ແລະ ຂະແໜງການ​ທີ່​ກ່ຽວຂ້ອງ​ກັບການ​ອອກ​ໃບ​ອະນຸຍາດ​ນຳ​ເຂົ້າອື່ນໆ ເຊັ່ນ: ກົມ​ອາຫານ ແລະ ຢາ ກະຊວງ​ສາທາລະນະ​ສຸກ ກົມປູກຝັງ ກົມ​ລ້ຽງສັດ ແລະ ການ ປະມົງ ກະຊວງ​ກະສິກຳ ແລະ ປ່າໄມ້ ເປັນຕົ້ນ.

 

ແຫລ່ງຂ່າວ:​ ໜັງສືພິມວຽງຈັນໃໝ່