ເລື່ອງນີ້ເປັນເລື່ອງຈິງ 100% ມັນເກີດຂຶ້ນກັບຍິງສາວຄົນໜຶ່ງ ຂໍໃສ່ນາມສົມມຸດວ່າ ບຸດ ເລື່ອງລາວມີຢູ່ວ່າ
ໃນຕອນເຊົ້າວັນເສົາ ຂອງວັນທີ 10 ມັງກອນ 2008 ຕອນນັ້ນເປັນເວລາປະມານ 9 ໂມງເຊົ້າ ໃນຂະນະທີ່ນາງ ບຸດກຳລັງນັ່ງຊັກເຄື່ອງຢູ່ເຮືອນ ສຽງໂທລະສັບມືຖືຂອງນາງກໍ່ດັງຂຶ້ນ ສຽງທີ່ເວົ້າຜ່ານສາຍໂທລະສັບນັ້ນເປັນສຽງຂອງແມ່ຍິງອາຍຸປະມານ 50 ປີ ເຊິ່ງເປັນສຽງຂອງຫົວໜ້ານາງເອງ
ຫົວໜ້າ: ບຸດ! ຕອນນີ້ລູກກຳລັງເຮັດຫຍັງຢູ່
ນາງ ບຸດ: ຊັກເຄື່ອງຢູ່! ແມ່ມີວຽກຫຍັງບໍ
ຫົວໜ້າ: ແມ່ຢາກໃຫ້ລູກໄປເຂົ້າຮ່ວມອວຍພອນຜູ້ໃຫຍ່ນຳທາງຄະນະພວກເຮົາ! ໄວໆເດີ້ ອີກ 20 ນາທີພວກເຮົາສິອອກໄປແລ້ວໃຫ້ລູກອອກມາຫາພວກແມ່ຢູ່ເຮືອນມາຂຶ້ນລົດຢູ່ພີ່ແລ້ວອອກໄປພ້ອມກັນ
ນາງ ບຸດ: ຈັ່ງໃດລູກສິກຽມຕົວທັນ! ເຄື່ອງນຸ່ງສິນຸ່ງໄປກະຍັງບໍ່ທັນໄດ້ກຽມຊ້ຳ ເພາະໃນເບື້ອງຕົ້ນໃນລາຍຊື່ບໍ່ມີຊື່ລູກ ແລະ ອີກຢ່າງມື້ຄືນນີ້ລູກກໍ່ຝັນບໍ່ດີແນ່ຝັນວ່າແຂ້ວຈາກປາກລົ່ນອອກໝົດເລືອດນິເຕັມປາກ ລູກບໍ່ຢາກໄປນ່ະແມ່
ຫົວໜ້າ: ບໍ່ໄດ້! ຢ່າງົມງວາຍຫຼາຍຕອນນີ້ນາງ ລຸນລາວຄາວຽກດ່ວນ ຂາດຜູ່ໜຶ່ງລູກຊ່ວຍມາຕາງລາວແນ່ ເພື່ອໃຫ້ຄົບຄະນະຟ້າວແຕ່ງຕົວລະຂັບລົດອອກມາເດີ້
ບຸດຮູ້ສຶກຂັດໃຈກັບຄຳສັ່ງຂອງຫົວໜ້າຫຼາຍເຕີບ ເພາະນາງບໍ່ຕ້ອງການທີ່ຈະໄປເປັນຕົວແທນຂອງໃຜ ຫຼັງຈາກວາງສາຍຈາກຫົວໜ້ານາງກໍ່ຟ້າວວາງມືຈາກການຊັກເຄື່ອງ ແລະ ຟ້າວໄປອາບນ້ຳແຕ່ງຕົວທັນທີ ໃນຂະນະທີ່ນາງກຳລັງແຕ່ງຕົວນາງກໍ່ຄິດຫາຄວາມຝັນຂອງນາງ ຕາຂວານາງສະເມັ່ນຢ່າງແຮງຫຼາຍບາດຊ້ອນກັນ ຫຼັງຈາກແຕ່ຕົວແລ້ວເມື່ອນາງອອກຈາກຫ້ອງນອກມາກໍ່ໄດ້ພົບກັບແມ່ຂອງລາວ ແລະ ໄດ້ເວົ້າກັບແມ່ລາວວ່າ
ແມ່ນາງ ບຸດ: ອ້າວ! ວັນເສົາກໍ່ບໍ່ພັກວຽກບໍ ຄືແຕ່ງຕົວສິໄປການ
ບຸດ: ກະພັກຫັ້ນແຫລະ ແຕ່ມີວຽກດ່ວນເຂົ້າມາ! ມື້ນີ້ຮູ້ສຶກໃຈບໍ່ດີເລີຍ ມື້ຄືນຝັນວ່າແຂ້ວຫຼົ່ນໝົດປາກເລືອດນິເຕັມປາກ ບໍ່ຢາກອອກໄປໃສນ່ະແມ່ ແຕ່ກໍ່ຕ້ອງໄດ້ໄປຍ້ອນເຮົາເປັນລູກນ້ອງຫົວໜ້າສັ່ງມາເຮົາຂັດເພິ່ນບໍ່ໄດ້
ເມື່ອເວົ້າສຸດແລ້ວນາງກໍ່ຈັບລົດດຣີມສີແດງອອກໄປ ໃນເວລາ 20 ນາທີ ຕາມຫົວໜ້າກຳນົດໃຫ້ ກັບໄລຍະທາງທີ່ແສນໄກ ຈາກເຮືອນຂອງນາງ ບ້ານ ດົງໂພສີ ຂີ່ໄປຫາເຮືອນຫົວໜ້າທີ່ບ້ານ ສະພານທອງ ຍ້ອນນາງຢ້ານໄປບໍ່ທັນຕາມກຳນົດ ແລະ ຢ້ານຖືກຫົວໜ້າກັບຄະນະທີມງານຕຳນິ ນາງຈິ່ງຟ້າວບິດຄັນເລັ່ງລົດ ຖືວ່ານາງຂັບໄວສົມຄວນ ເມື່ອກາຍທາງໂຄ້ງໂຮງງານແປັບຊີ້ມາໜ້ອຍໜຶ່ງປະມານ 15 ແມັດ ຢູ່ດີໆນາງກໍ່ຮູ້ສຶກວ່າລົດຂອງນາງຕົກຂຸມເກິກບາດໜຶ່ງຢ່າງແຮງ (ເປັນທາງປູຢາງລຽບເຫດໃດຈິ່ງມີຂຸມ) ເຮັດໃຫ້ລົດນາງເສຍຫຼັກ ຮ່າງກາຍຂອງນາງໄດ້ກິ້ງໄຖໄປກັບພື້ນປູຢາງໄປຫຼາຍແມັດເຕີບຈົນໄປຕົກໃສ່ພື້ນຂີ້ດິນໜ້າຮ້ານຂາຍເຄື່ອງແຄມທາງ ໂຊກດີທີ່ລົດໃຫຍ່ຂັບນຳຫຼັງລາວມາບໍ່ຢຽບຊ້ຳ ນາງລົ້ມແຮງເຕີບ ເສື້ອຜ້ານາງຂາດສ້ອຍ ລົດຈັກນາງກົງເປັນເລກແປດຂ້າມທາງໄປຢູ່ອີກຝາກ ທັງເກີບ ກະເປົາ ໝວກກັນກະທົບທີ່ນາງໄວ້ກະຕ່າລົດກໍ່ໂຟ້ງໄປທາງໃດກໍ່ບໍ່ຈັກເລີຍ
ຫຼັງຈາກນາງເກີດອຸບັດຕິເຫດມີເພື່ອນຂອງນາງມາຮອດຈຸດເກີດເຫດ 2 ຄົນ ມາປຸກເອົານາງ ເບື້ອງຕົ້ນເຂົາຄິດວ່ານາງຄົງສິບໍ່ລອດຄືສິຕາຍແທ້ແລ້ວ ເພາະນາງນອນຢຽດນິ້ງພ້ອມກັບລົມຫາຍໃຈທີ່ແຜ່ວເບົາໄປດົນເຕີບ ມີຜູ່ຄົນບໍລິເວນອ້ອມຂ້າງມາຫຸ້ມເບິ່ງນາງເປັນຈຳນວນຫຼາຍ
ໃນຂະນະທີ່ນາງກຳລັງນອນຢຽດຢູ່ນັ້ນ ຄືກັບວິນຍານຂອງນາງອອກຈາກຮ່າງ ນາງກຳລັງຢືນລັດລົດທີ່ແຄມທາງ ນາງກັວກລົດຕຸກໆ ລົດເມສາຍທ່າເດື່ອ ລັດລົດຄັນໃດກໍ່ບໍ່ມີໃຜຈອດໃຫ້ ເຫັນຄືໜ້າຄົນຮູ້ຈັກຂັບລົດກາຍທາງນາງຮ້ອງໃສ່ກໍ່ບໍ່ມີຄົນຕອບເຮັດຄືກໍ່ສົນໃຈນາງ ບໍ່ເຫັນນາງ ບໍ່ໄດ້ຍິນສຽງນາງຮ້ອງ ໃນຕອນນັ້ນດວງຈິດຂອງນາງຄິດວ່າວັນນັ້ນເປັນວັນທີ 20 ມັງກອນແລ້ວ (ນາງມີນັດກັບແຟນຂອງນາງໃນວັນທີ 20 ມັງກອນວ່າຈະໄປຫຼິ້ນຢູ່ປະຕູໄຊນຳກັນ) ນາງຮ້ອນໃຈນາງຢ້ານແຟນຂອງນາງລໍຖ້າດົນ ຕອນນັ້ນນາງຮູ້ສຶກຮ້ອນ ຄ້າຍເວລາຈະຢູ່ປະມານ 12ໂມງຕອນສວາຍ ນາງຢືນລັດລົດຢູ່ດົນເຕີບແຕ່ກໍ່ບໍ່ມີຄັນໃດຮັບເອົາ ນາງຈິ່ງຕັດສິນໃຈວ່າຈະຍ່າງໄປຫາແຟນນາງທີ່ປະຕູໄຊ ນາງຍ່າງໄປປະມານ 4-5 ກ້າວ ນາງໄດ້ຍິນສຽງຂອງຊາຍເຖົ້າຜູ່ໜຶ່ງຮ້ອງຂຶ້ນມາວ່າ
ຊາຍເຖົ້າ: ຊ່ວຍແນ່! ຊ່ວຍລາວແນ່ບໍ່ແມ່ນລາວຕາຍແລ້ວຫວາ
ບຸດຫັນໜ້າກັບໄປເບິ່ງເຫັນຄົນຫຸ້ມເຕັມນາງຄິດໃນໃຈວ່າຈຸດນັ້ນຄືສິເກີດອຸບັດຕິເຫດ ນາງເຫັນຜູ້ຊາຍເຖົ້າອາຍຸປະມານ 70-80 ປີ ຫົວຂາວງອກ ຮ້ອງຂຶ້ນຊ່ວຍແນ່! ຊ່ວຍແນ່ ປົກກະຕິແລ້ວນາງຈະເປັນຄົນບໍ່ມັກໄປຫຸ້ມເບິ່ງອຸບັດຕິເຫດ ເພາະນາງຄິດວ່າໄປຫຸ້ມເບິ່ງກໍ່ຊ່ວຍຫຍັງບໍ່ໄດ້ ນາງຈິ່ງບໍ່ສົນໃຈຫັນໜ້າກັບແລະຍ່າງຕໍ່ອີກ 2-3 ບາດ ກ້າວ ແຕ່ສຽງຂອງຊາຍເຖົ້າຄົນນັ້ນດັງເຂົ້າມາໃນຫູຂອງນາງດັງຂຶ້ນເລື່ອຍໆ ນາງຈິ່ງເກີດຄວາມສົນໃຈຢາກເຂົ້າໄປເບິ່ງ ດັ່ງນັ້ນນາງຈິ່ງຫັນກັບມາແລ້ວຟ້າວແລ່ນໄປຫາຈຸດທີ່ເກີດອຸບັດຕິເຫດ ນາງແລ່ນໄດ້ປະມານ 3 ກ້າວນາງສະດຸດກ້ອນຫີນລົ້ມ ໜ້ານາງຟຸບລົງຂີ້ດິນ ນາງຮູ້ສຶກເຈັບແສບໄປທົ່ວໜ້າ ດັ່ງນັ້ນນາງຈິ່ງຮ້ອງໄຫ້ຂຶ້ນຢ່າງແຮງ ເຮັດໃຫ້ນາງຮູ້ເມື່ອຄີງແຕ່ຕອນນັ້ນນາງຄິດວ່ານາງຝັນໄປນາງຮູ້ສຶກແຕ່ແສບໜ້າ ເພື່ອນຂອງນາງໄດ້ພາມາຮອດໂຮງໝໍແຕ່ນາງກໍ່ຍັງຄິດວ່ານາງຝັນຢູ່ ຈົນພະຍາບານເອົາເຫຼົ້າ 90 ມາລ້າງບາດ ແລະ ຂັວດເອົາກ້ອນຫີນນ້ອຍໆອອກຈາກບໍລິເວນຂໍ້ມື ຕີນ ແລະ ເມັດຂີ້ດິນອອກຈາກໜ້າຂອງນາງ ຄວາມແສບຂອງເຫຼົ້າ 90 ເຮັດໃຫ້ນາງຮູ້ສຶກເຈັບນາງຈິ່ງຮູ້ເມື່ອຄີງວ່ານີ້ບໍ່ແມ່ນຄວາມຝັນແຕ່ມັນແມ່ນຄວາມຈິງ
ຫຼັງຈາກນັ້ນຕໍ່ມາອີກພຽງ 3 ມື້ຈຸດທີ່ນາງໄປລົ້ມຢູ່ນັ້ນກໍ່ມີຜູ້ຊາຍຄົນໜຶ່ງຂັບລົດເທນ່າຂັບລົດມາດີໆກໍ່ລົ້ມເອງ ແລະຊາຍຄົນນັ້ນເສຍຊີວິດຄາທີ່ ນີ້ອາດເປັນປະຕິຫານ ຫຼື ດວງນາງຍັງບໍ່ຮອດຄາດ ເພາະຄົນແຖວນັ້ນກ່າວຈຸດໆນີ້ຖ້າໃຜມາລົ້ມໃສ່ ຫຼື ເກີດອຸບັດຕິເຫດຕຳກັນຢູ່ຈຸດນີ້ສ່ວນຫຼາຍຈະບໍ່ລອດ ແຕ່ນາງບຸດກັບມີຊີວິດລອດມາຮອດທຸກມື້ນີ້ ແຖມລົ້ມແຮງປານນັ້ນນາງໄດ້ຮັບບາດເຈັບພຽງຜິວໜັງເລີ້ນເທົ່ານັ້ນ ສ່ອງໄຟຟ້າຫົວກໍ່ບໍ່ໄດ້ຮັບການທົບບໍ່ມີເລືອດຄ້າງໃນສະໝອງບໍ່ມີບ່ອນຈີກຂາດພໍໃຫ້ໄດ້ຫຍິບພຽງແຕ່ເຂັມດຽວ ພຽງແຕ່ນາງຕ້ອງໄດ້ຮັກສາແປ້ວບາດທີ່ໃບໜ້າແລະຕົນຕົວຂອງນາງບາງຈຸດໃຫ້ຫາຍດີເຊິ່ງກໍ່ໃຊ້ເວລາເປັນປີກວ່າແປ້ວທີ່ໜ້າຂອງນາງຈະລຶບກັບມາເປັນສະພາບຜິວໜັງທຳມະດາຄືເກົ່າ