spot_img
Homeຂ່າວທ້ອງຖິ່ນເຊີນຊວນບໍລິຈາກເລືອດ ສະຫຼອງວັນສຳຄັນຂອງຊາດ

ເຊີນຊວນບໍລິຈາກເລືອດ ສະຫຼອງວັນສຳຄັນຂອງຊາດ

Published on

ວັນ​ທີ 13 ສິງຫາ 1950 ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ແນວລາວ​ຕໍ່ຕ້ານ​ທົ່ວ​ປະເທດ ໄດ້​ປະກາດ​ສ້າງຕັ້ງ​ແນວ​ລາວ​ອິດສະຫຼະ ສ້າງຕັ້ງ​ລັດຖະບານ​ລາວ​ຕໍ່ຕ້ານ ແລະ ສ້າງຕັ້ງ​ໜັງສືພິມ​ລາວ​ອິດສະຫຼະ ເຊິ່ງ​ແນວ​ລາວ​ສ້າງ​ຊາດ ສືບ​ທອດ ແລະ ເສີມ​ຂະຫຍາຍມູນເຊື້ອ​ອັນ​ສະຫງ່າ​ລາສີ​ຂອງແນວ​ລາວ​ອິດສະຫຼະ ແລະ ແນວລາວ​ຮັກ​ຊາດ ເຕົ້າໂຮມ​ຄວາມສາມັກຄີ​ປະຊາຊົນ​ບັນດາເຜົ່າ ເຂົ້າ​ໃນ​ການ​ຕໍ່ສູ້​ກູ້​ຊາດ​ໃນ​ເມື່ອກ່ອນ ແລະ ປະຕິບັດ​ສອງ​ໜ້າທີ່ຍຸດ​ທະ​ສາດ​ໃນ​ປັດຈຸບັນ ວັນ​ທີ 13 ສິງຫາ ຈຶ່ງ​ໄດ້​ຮັບ​ການ​ຮັບຮອງເປັນ​ວັນ​ສ້າງຕັ້ງແນວ​ລາວ​ສ້າງ​ຊາດ.

ເພື່ອ​ຈັດ​ຕັ້ງ​ເປັນ​ວັນ​ສາ​ມັກຄີ​ປອງ​ດອງ​ທົ່ວ​ປວງ​ຊົນ ແລະ ເປັນ​ວັນ​ສື່​ມວນ​ຊົນ​ແຫ່ງ​ຊາດ ພ້ອມ​ດຽວ​ກັນ​ນີ້​ວັນ​ທີ 15 ສິງຫາ ກໍ່​ເປັນ​ວັນ​ລັດ​ຖະ​ທຳ​ມະນູນ ແລະ ວັນ​ທີ 23 ສິງຫາ ແມ່ນ​ວັນ​ຢຶດອຳນາດ​ທົ່ວ​ປະເທດ ດັ່ງນັ້ນ ເພື່ອເປັນ​ການ​ສະເຫຼີມສະຫຼອງ​ວັນ​ປະຫວັດ​ສາດ​ດັ່ງກ່າວ​ ໃຫ້​ເປັນ​ຂະບວນ​ຟົດຟື້ນ ແລະ ມີ​ຄວາມ​ໝາຍຄວາມ​ສຳຄັນ​ທົ່ວ​ປວງ​ຊົນ​ລາວທັງ​ຊາດ ຄະນະ​ກຳມະການ​ສູນກາງ​ແນວ​ລາວ​ສ້າງ​ຊາດ ກະຊວງ​ຖະແຫຼງ​ຂ່າວ ວັດທະນະທຳ ແລະ ທ່ອງ​ທ່ຽວ ຄະນະ​ບໍລິຫານງານ​ສູນ​ກາງ​ຊາວ​ໜຸ່ມ ​ປປລ ອົງການ​ກາແດງ​ລາວ ແລະ ຄະນະກຳມະການ​ແນວ​ລາວ​ສ້າງ​ຊາດ ນະ ຄອນຫຼວງ​ວຽງ​ຈັນ ໄດ້​ຮ່ວມກັນ​ຈັດ​ກິດຈະກຳ​ບໍລິຈາກ​ເລືອດ ເພື່ອ​ຊ່ວຍເຫຼືອ​ສັງຄົມ ພາຍ​ໃຕ້ຄຳ​ຂວັນ “ບໍລິຈາກ​ເລືອດ​ແມ່ນ​ຮັກຊາດ ແລະ ພັດທະນາ” ຂຶ້ນ​ຫຼາຍແຫ່ງ​ໃນ​ທົ່ວ​ປະເທດ​ຄື: ຢູ່​ສູນ​ກາງ ຈັດ​ຂຶ້ນ​ວັນ​ທີ 15 ສິງຫາ 2017 ເວລາ 8:30-16:00 ໂມງ ທີ່​ສູນເຝິກອົບຮົມ​ວຽກ​ງານ​ແນວ​ລາວສ້າງ​ຊາດ (ຕໍ່ໜ້າ​ຕະຫຼາດ​ເຊົ້າ) ເມືອງ​ຈັນທະ​ບູ​ລີ ນະຄອນຫຼວງວຽງ​ຈັນ ສ່ວນ​ຢູ່​ຂັ້ນ​ນະຄອນຫຼວງ ແລະ ແຂວງ ແມ່ນ​ໃຫ້​ຄະນະ​ພັກ ອຳນາດ​ການ​ປົກຄອງ ແລະ ແນວ​ລາວ​ສ້າງ​ຊາດ ​ປະສານ​ສົມທົບ​ກັບ​ອົງການ​ກ່ຽວຂ້ອງ​ເປັນ​ຜູ້ກຳນົດ​ເວລາ​ຈັດ​ກິດຈະກຳ​ດັ່ງກ່າວ.

ດັ່ງນັ້ນ ຄະນະ​ປະຈຳ​ສູນ​ກາງແນວ​ລາວ​ສ້າງ​ຊາດ​ ຈຶ່ງ​ເຊີນຊວນມາ​ຍັງ​ພະນັກງານ-ລັດຖະກອນ ທະຫານ ຕຳຫຼວດ ນັກຮຽນ-ນັກສຶກ​ສາ ແລະ ປະຊາຊົນ​ບັນດາເຜົ່າ​ໃນ​ທົ່ວ​ປະເທດ​ ຈົ່ງ​ພ້ອມ​ກັນເຂົ້າ​ຮ່ວມ​ກິດຈະກຳ​ດັ່ງກ່າວ​ຄັ້ງ​ນີ້ ໃຫ້​ເປັນ​ຂະ​ບວນ​ຟົດຟື້ນ.

 

ແຫລ່ງຂ່າວ: ໜັງສືພິມວຽງຈັນໃໝ່

ບົດຄວາມຫຼ້າສຸດ

ສ ເກົາຫຼີ ມອບທຶນຈຳນວນ 6 ລ້ານໂດລາ ເພື່ອຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາ ກຳນົດຈັດຕັ້ງປະຕິບັດ 2025-2029

ລັດຖະບານ ສ ເກົາຫຼີສະໜອງທຶນຊ່ວຍເຫຼືອລ້າໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວ ເມືອງຄຳເກີດ ພິທີເຊັນບົດບັນທຶກການຮ່ວມມືໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວເມືອງຄຳເກີດ ແຂວງບໍລິຄຳໄຊ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...

ຍທຂ ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ

ຍທຂ ປະກາດການຈັດຕັ້ງ ພະນັກງານການນຳຂັ້ນສູງ. ເມື່ອບໍ່ດົນມານີ້, ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ ແລະ ຍົກຍ້າຍ...

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ພິທີໂຮມຊຸມນຸມ ສະເຫລີມສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ໄດ້ຈັດຂຶ້ນໃນວັນທີ...

ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ

ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ ວັນທີ 8 ສິງຫາ 2025 ນີ້, ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກ ແລະ ປກສ...