ຊັອກວົງການບັນເທີງລາວ ສາວແຫຼ້ MV Lao ປະສົບອຸບັດເຫດສາຫັດໜັກ

ອີງຕາມຕາມລາຍງານຂ່າວຂອງ ໜ່ວຍກູ້ໄພນະຄອນຫຼວງວຽງຈັນ ແຈ້ງວ່າ ມື້ຄືນນີ້ເວລາ 23 ໂມງ ໄດ້ເກີດອຸບັດເຫດລົດໃຫຍ່ ຕຳລົດໃຫຍ່ ຢູ່ເຂດບ້ານດອນໜູນ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເປັນເຫດໃຫ້ມີຜູ້ເສຍຊີວິດຄາທີ່ທັນທີ 2 ຄົນ ແລະບາດເຈັບສາຫັດອີກ 3 ຄົນ ເປັນຍິງ 1 ຄົນ.

ແຫຼ່ງຂ່າວລາຍງານຕື່ມວ່າ ຜູ້ໄດ້ຮັບບາດເຈັບສາຫັດຜູ້ໜຶ່ງແມ່ນ ວີເຈແຫຼ້ ສຸທະລາ ພິທີກອນປະຈຳຊ່ອງໂທລະພາບ MV Lao ເຊິ່ງປັດຈຸບັນນີ້ ກຳລັງຮັບການປິ່ນປົວຢູ່ໂຮງໝໍ ມິດຕະພາບ 150 ຕຽງ ອາການເບື້ອງຕົ້ນຍັງໜ້າເປັນຫ່ວງ ແລະກຳລັງຕ້ອງການເລືອດກຸ່ມ ໂອ (O).

ຜູ້ຕ້ອງການບໍລິຈາກເລືອດຊ່ວຍນ້ອງ ໃຫ້ຕິດຕໍ່: 02058623977