spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມຜູ້ປະກັນ​ສັງຄົມມີ​ສິດ​ຮ້ອງ​ຮຽນ​ເຖິງ​ກອງ​ທຶນ ​ແລະ ​ໂຮງໝໍ​ໃນ​ກໍລະນີ​ບໍ່​ໄດ້​ຮັບ​ຄວາມ​ຍຸຕິ​ທໍາ

ຜູ້ປະກັນ​ສັງຄົມມີ​ສິດ​ຮ້ອງ​ຮຽນ​ເຖິງ​ກອງ​ທຶນ ​ແລະ ​ໂຮງໝໍ​ໃນ​ກໍລະນີ​ບໍ່​ໄດ້​ຮັບ​ຄວາມ​ຍຸຕິ​ທໍາ

Published on

ປັດຈຸບັນ​, ມີບັນຫາ​ໜຶ່ງ​ທີ່​ສັງຄົມ​ຢາກ​ໃຫ້​ລັດຖະບານ​ກວດກາຄືນ ​ແລະ ​ແກ້​ໄຂ​ໂດຍ​ໄວ​ທີ່​ສຸດນັ້ນກໍ​ຄືສະພາບ​ການ​ບໍລິການ​ປີ່​ນປົວ​ສຸຂະພາບ​ໃຫ້​ສະມາຊິກກອງ​ທຶນ​ປະກັນ​ສັງຄົມ​ແຫ່ງ​ຊາດ​ຢູ່​ບັນດາ​ໂຮງໝໍ​ແຫ່ງ​ຕ່າງໆ, ພາຍຫລັງ​ເຫັນ​ວ່າ​ຜູ້​ປະກັນ​ຕົນ​ສ່ວນ​ຫລວງຫລາຍ​ຍັງ​ບໍ່​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຈາກ​ການ​ບໍລິການຂອງ​ແພດ​ໝໍຢ່າງ​ເຕັມສ່ວນ ​ແລະ ດີ​ເທົ່າ​ທີ່​ຄວນ ​ເປັນຕົ້ນ:​ ກໍລະນີ​​ແພດໝໍ​ຂຽນຊະນິດ​ຢາ​ທີ່​ມີລາຄາສູງ​ປະມານ​ເກີນ 50 ພັນ​ກີບ​ຂຶ້ນ​ເມືອ​ແມ່ນ​ຈະ​ບໍ່​ມີຢູ່​ໂຮງໝໍ​ນັ້ນ, ຊຶ່ງ​ຕ້ອງ​ໄດ້​ໄປ​ຊື້​ຢູ່​ທາງ​ນອກ, ນອກ​ນີ້​ຍັງ​ມີ​ກໍລະນີຢາ​ທີ່​ແພດ​ໝໍວາງ​ໃຫ້​ໃນ​ເວລາ​​ເຮົາໄປ​ໃຊ້​ບັດ​ປະກັນ​ສັງຄົມ​ມັກ​ເປັນ​ຊະນິດ​ຢາ​ລາຄາ​ຖືກ, ຊຶ່ງ​ແຕກ​ຕ່າງ​ຈາກ​ໄປ​ກວດ​ແບບ​ເສຍ​ເງິນ​ເອງ, ນອກຈາກ​ນີ້​ຍັງ​ມັກ​ພົບ​ເຫັນ​ກໍລະນີ​ແພດ​ໝໍ​ຈໍານວນ​ໜຶ່ງເວົ້າຈາ​ບໍ່​ສຸພາບ ​ແລະ ​ຫລາຍ​ໆບັນຫາອື່ນອີກ.

​ຕໍ່​ບັນຫາ​ຕ່າງໆທີ່​ເກີດ​ຂຶ້ນ​ນີ້​, ​ຫ້ອງການ​ກອງ​ທຶນ​ປະກັນ​ສັງ​ຄົມ​ແຫ່ງ​ຊາດ ​ໄດ້​ຊີ້​ແຈງ​ຕໍ່​ໜັງສື​ພີ​ມລາວ​ພັດທະນາພວກ​ເຮົາ​ໃນ​ວັນ​ທີ 8 ສິງຫາ​ນີ້ວ່າ: ​ກອງທຶນປະກັນສັງຄົມແຫ່ງຊາດ (ຫກປຊ) ເປັນອົງການຈັດຕັ້ງລັດທີ່​ບໍ່​ຫວັງ​ຜົນ​ກຳ​ໄລ ພາຍໃຕ້ການຊີ້ນຳຂອງກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ​ເປັນກອງທຶນລວມໝູ່ເພື່ອປະກອບສ່ວນຈາກພາກລັດຖະບານ, ຜູ້ໃຊ້ແຮງງານ ແລະ ຜູ້ອອກແຮງງານໂດຍມີການຫັກເງິນ​ເປັນ​ລາຍ​ເດືອນ​ເຂົ້າ​ກອງ​ທຶນດັ່ງກ່າວຕາມອັດຕາຄື: ພາກ​ລັດ​ແມ່ນຈໍານວນ 16,5% ຂອງ​ເງິນ​ເດືອນ, ໃນນັ້ນລັດຖະບານສົມທົບ 8,5% ​ແລະ ພະນັກງານ-ລັດຖະກອນສົມທົບ 8% ຂອງເງິນເດືອນທັງໝົດ. ສ່ວນ​ພາກວິສາຫະກິດ​ແມ່ນຈໍານວນ 11,5% ໃນນັ້ນຜູ້ໃຊ້ແຮງງານສົມທົບ 6% ​ແລະ ຜູ້ອອກແຮງງານສົມທົບ 5,5% ຂອງເງິນເດືອນປະກັນຕົນ ​ແລະ ກໍລະນີຂອງຜູ້ສະໝັກໃຈ​ແມ່ນສົມ​ທົບປະມານ 9% ຂອງວົງເງິນທີ່​ສາມາດ​ເລືອກ​ໄດ້ນັບ​ແຕ່ຄ່າແຮງງານຂັ້ນຕ່ຳສຸດທີ່​ລັດ​ກຳນົດ 9 ​ແສນ​ກີບ​ຂຶ້ນ​ໄປ ​ແລະ ຜູ້​ເປັນສະມາຊິກ​ກອງ​ທຶນຈະ​ໄດ້​ຮັບຜົນ​ປະ​ໂຫຍ​ດ​ຈາກ​ການ​ຮັບປະກັນ​ຄວາມ​ສ່ຽງ​ຕ່າງໆ​ໃນ​ການ​ດໍາລົງ​ຊີວິດ​ໃຫ້​ມີ​ຄວາມ​ໝັ້ນ​ທ່ຽງ ໂດຍ​ສະ​ເພາະ​ອຸດ​ນູນໃນຍາມ​ເຈັບ​ໄຂ້​ໄດ້​ປ່ວຍ, ​​​ເກີດອຸ​ປະ​ຕິ​ເຫດ​​ເສຍ​ອົງຄະ, ເກີດລູກ, ຫລຸ​ລູກ, ເຖົ້າແກ່, ວ່າງ​ງານ ແລະ ເສຍຊີວິດ ​ເພື່ອໃຫ້ມີບ່ອນເພິ່ງໃນຕອນທີ່ມີການຂາດລາຍໄດ້ ແລະ ມີລາຍຈ່າຍເພີ່ມ, ​ໂດຍ​ການ​ໃຊ້​ບັດ​ສະມາຊິກ​ແທນ​ເງິນສົດ​ໃນ​ການ​ເຂົ້າ​ຮັບ​ບໍລິການ​ປິ່ນປົວ​ຕາມ​​ໂຮງໝໍ​ຕ່າງໆ ທັງບໍ່​ຈໍາກັດ​ຈໍານວນ​​ເງິນ ແລະ ຈໍານວນ​ຄັ້ງ ​ແລະ ມາ​ຮອດປັດຈຸບັນ​ກອງ​ທຶນ​ນີ້ມີສະມາຊິກ​ຫລາຍ​ກວ່າ 7 ​ແສນ​ຄົນ, ​​ໃນ​ນີ້ຫລາຍ​ກວ່າ 60% ​ແມ່ນ​ປິ່ນປົວ​ຢູ່​ໂຮງໝໍ​ມະ​ໂຫສົດ, 25% ​ແມ່ນ​ໂຮງໝໍມິດຕະພາບ 150 ​ແລະ ສ່ວນ​ທີ່​ເຫລືອ​ແມ່ນ​ໂຮງໝໍ​​ແຫ່ງອື່ນໆ ​ເຊັ່ນ:​ ເສດຖາທິລາດ, ​ໂຮງໝໍ 103, ​ໂຮງໝໍ​ແຂວງ​ວຽງ​ຈັນ, ຫລວງ​ພະ​ບາງ, ຊຽງ​ຂວາງ, ຫົວ​ພັນ, ຫລວງ​ນໍ້າ​ທາ, ອຸດົມ​ໄຊ, ບໍ່​ແກ້ວ, ຜົ້ງ​ສາລີ, ​ໄຊ​ຍະ​ບູລີ, ບໍລິ​ຄໍາ​ໄຊ, ຄໍາ​ມ່ວນ, ສະ​ຫວັນນະ​ເຂດ, ສາລະ​ວັນ, ຈໍາປາ​ສັກ, ​ເຊ​ກອງ, ອັດ​ຕະປື, ​ໄຊ​ສົມບູນ ​ແລະ ອີກ 9 ​ໂຮງໝໍເມືອງ​ໃນ​ນະຄອນຫລວງ​ວຽງຈັນ ​ແລະ​ ໂຮງໝໍ​ວິທະຍາ​ເຂດ​ດົງ​ໂດກ ​ແລະ ການ​ຈ່າຍ​ເງິນ​ຈາກ​ກອງ​ທຶນ​ໃຫ້​ບັນດາ​ໂຮງໝໍ​ທີ່​ເປັນຄູ່ສັນຍາ​ນັ້ນ​ເປັນ​​ແບບ​ມອບ​ເໝົາ ​ແລະ ​ຕາມ​ສັນຍາ​ຕົກລົງ​ການ​ບໍລິການ​ປິ່ນປົວ​ລະຫວ່າງ​ຫ້ອງການ​ກອງ​ທຶນ​ປະກັນ​ສັງຄົມ​ແຫ່ງ​ຊາດ ​ແລະ ​ໂຮງໝໍ​ຄູ່​ສັນຍາ​ໄດ້​ລະບຸ​ໄວ້​ວ່າ: ​ໃນ ກໍລະນີ​ຢາ​ຢູ່​ໂຮງໝໍ​ບໍ່​ມີ ສະມາຊິກ​ປະກັນ​ສັງຄົມ​ຈຳ​ເປັນ​ຕ້ອງ​ໄດ້​ໄປ​ຊື້ຢາ​ນອກ​ນັ້ນ ​ແມ່ນຕ້ອງ​ແຈ້ງ​ໃຫ້​ປ່ອງ​ບໍລິການປະກັນ​ສັງຄົມຢູ່​ໂຮງໝໍ​​ຮູ້​ເສຍ​ກ່ອນ ​ແລ້ວ​ສາມາດ​ນຳ​ໃບ​ບິນ​ມາ​ຖອນ​ເງິນ​ຄືນ​ໄດ້ຕາມ​ມູນ​ຄ່າ​ຢາ​ທັງ​ໝົດພາຍ​ໃນກຳນົດ​ບໍ່​ໃຫ້​ເກີນ 30 ວັນ. ​ໃນ​ກໍລະນີໂຮງໝໍ​ຈ່າຍ​ຢາ ຫລື ​ໃຫ້​ບໍລິການ​ບໍ່​ຖືກ​ຕາມ​ເຕັກນິກ​ວິຊາ​ການ​ແພດ ​ແລະ ​ເກີດ​ມີ​ຜົນ​ເສຍ​ຫາຍ​ທາງ​ດ້ານ​ສຸຂະພາບໂຮງໝໍ​ຕ້ອງ​ຮັບຜິດຊອບ​ຄ່າ​ໃຊ້​ຈ່າຍ​ທຸກ​ຢ່າງ​ທີ່​ເກີດ​ຂຶ້ນຝ່າຍ​ດຽວ ​ໂດຍ​ມີ​ການ​ສັນ​ນະ​ສູດ ​ແລະ ຢັ້ງຢືນ​ທາງ ການ​ແພດ.

ນອກນີ້, ສະມາຊິກ​ປະກັນ​ສັງຄົມ​​ແມ່ນມີ​ສິດ​ຮ້ອງ​ຮຽນ​ເຖິງ​ຫ້ອງການ​ກອງ​ທຶນ​ປະກັນ​ສັງຄົມ​ແຫ່ງ​ຊາດ ຫລື ​ໂຮງໝໍ​​ກ່ຽວຂ້ອງ​ໃນ​ກໍລະນີ​ທີ່​ບໍ່​ໄດ້​ຮັບ​ຄວາມ​ຍຸຕິ​ທຳ​ໃນ​ການ​ໄປ​ຊົມ​ໃຊ້​ການ​ບໍລິການ​ປິ່ນປົວ​ເພື່ອ​ໃຫ້​ພາກສ່ວນ​ກ່ຽວຂ້ອງ​ຮັບ​ຊາບ ​ແລະ ພິຈາລະນາ​ແກ້​ໄຂ​ຕາມ​ລະບຽບ​ການ. ນອກຈາກ​ນີ້, ຫ້ອງການ​ກອງທຶນ​ດັ່ງກ່າວ​ຍັງ​ໄດ້​​ເປີດ​​ໂທລະສັບສາຍ​ດ່ວນປະກັນ​ສັງຄົມ​ໝາຍ​​ເລກ 020-55489030 ​ແລະ 020-54346222 ​ເພື່ອ​ໃຫ້​ຄໍາ​ແນະ​ນໍາ​ໃນ​ກໍລະນີ​ມີ​ບັນຫາ​ດ້ານ​ການ​ປິ່ນປົວຕ່າງໆ, ທັງ​ຮັບ​ຄໍາ​ສະ​ເໜີ​ ​ແລະ ສ່ອງ​ແສງ​ຈາກ​ສັງຄົມຕໍ່​ຈັນ​ຍາ​ບັນ ​ແລະ ມາລະຍາດ​ຂອງພະນັກງານ​ແພດ​ໝໍ ​ເພື່ອ​ໃຫ້​ມີ​ການ​​ປັບປຸງ​ແກ້​ໄຂ​ດີກວ່າ​ເກົ່າ, ​ແນ​ໃສ່​​ເຮັດ​ໃຫ້ຜູ້​ທີ່​ໄດ້ປະກອບສ່ວນ​ເງິນ​ເຂົ້າ​ກອງ​ທຶນ​ປະກັນ​ສັງ​ຄົມ​​ໃຫ້ໄດ້​ຮັບ​ການ​ບໍລິການ​ປິ່ນປົວ​ສຸຂະພາບທີ່​ມີປະສິດທິພາບ ​ແລະ ປະສິດທິ​ຜົນດີ​ຂຶ້ນ.

ບົດຄວາມຫຼ້າສຸດ

ມຽນມາສັງເວີຍຊີວິດຢ່າງນ້ອຍ 113 ຄົນ ຈາກໄພພິບັດນ້ຳຖ້ວມ ແລະ ດິນຖະຫຼົ່ມ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກັນຍາ 2024 ນີ້ວ່າ: ຈຳນວນຜູ້ເສຍຊີວິດຈາກເຫດການນ້ຳຖ້ວມ ແລະ ດິນຖະຫຼົ່ມໃນມຽນມາເພີ່ມຂຶ້ນຢ່າງນ້ອຍ 113 ຊີວິດ ຜູ້ສູນຫາຍອີກ 64 ຄົນ ແລະ...

ໂດໂດ ທຣຳ ຖືກລອບສັງຫານຄັ້ງທີ 2

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກັນຍາ 2024 ຜ່ານມາ, ເກີດເຫດລະທຶກຂວັນເມື່ອ ໂດໂນ ທຣຳ ອະດີດປະທານາທິບໍດີສະຫະລັດອາເມລິກາ ຖືກລອບຍິງເປັນຄັ້ງທີ 2 ໃນຮອບ 2 ເດືອນ...

ແຈ້ງການຫ້າມການສັນຈອນ ໃນບາງເສັ້ນທາງສໍາຄັນຊົ່ວຄາວ ຂອງລົດບັນທຸກ ຫີນ, ແຮ່, ຊາຍ ແລະ ດິນ

ພະແນກ ໂຍທາທິການ ແລະ ຂົນສົ່ງ ອອກແຈ້ງການຫ້າມການສັນຈອນ ໃນບາງເສັ້ນທາງສໍາຄັນຊົ່ວຄາວ ຂອງລົດບັນທຸກ ຫີນ, ແຮ່, ຊາຍ ແລະ ດິນ ໃນການອໍານວຍຄວາມສະດວກ ໃຫ້ແກ່ກອງປະຊຸມ...

ແຈ້ງການກຽມຮັບມືກັບສະພາບໄພນໍ້າຖ້ວມ ທີ່ອາດຈະເກີດຂຶ້ນພາຍໃນແຂວງຄໍາມ່ວນ

ແຂວງຄຳມ່ວນອອກແຈ້ງການ ເຖິງບັນດາທ່ານເຈົ້າເມືອງ, ການຈັດຕັ້ງທຸກພາກສ່ວນ ແລະ ປະຊາຊົນຊາວແຂວງຄໍາມ່ວນ ກ່ຽວກັບການກະກຽມຮັບມືກັບສະພາບໄພນໍ້າຖ້ວມ ທີ່ອາດຈະເກີດຂຶ້ນພາຍໃນແຂວງຄໍາມ່ວນ. ແຂວງຄໍາມ່ວນ ແຈ້ງການມາຍັງ ບັນດາທ່ານເຈົ້າເມືອງ, ການຈັດຕັ້ງທຸກພາກສ່ວນ ແລະ ປະຊາຊົນຊາວແຂວງຄໍາມ່ວນ ໂດຍສະເພາະແມ່ນບັນດາເມືອງ ແລະ...