Homeອຸບັດເຫດແລະປາກົດການຫຍໍ້ທໍ້ເຈົ້າໜ້າທີ່ການຄ້າຈໍາປາສັກຍຶດເຄື່ອງສໍາອາງປອມແປງໂດຍອ້າງວ່າຄຣີມໜ້າໃສ

ເຈົ້າໜ້າທີ່ການຄ້າຈໍາປາສັກຍຶດເຄື່ອງສໍາອາງປອມແປງໂດຍອ້າງວ່າຄຣີມໜ້າໃສ

Published on

ລະວັງບັນດາຍິ່ງສາວ ແລະ ເອື້ອຍນ້ອງຍິງອາດຕົກເປັນເຫຍື່ອເຄື່ອງສໍາອາງປອມແປງທີ່ມີຄວາມສ່ຽງຈະເຮັດໃຫ້ໜ້າງາມໆກາຍເປັນຜີສາດໃນຊົ່ວຄໍ່າຄືນ ພາຍຫລັງອາທິດນີ້ ເຈົ້າໜ້າທີ່ກວດກາການຄ້າ ພະແນກອຸດສາຫະກຳ ແລະ ການຄ້າແຂວງຈຳປາສັກ ໄດ້ກັກຢຶດສິນຄ້າ ປະເພດເຄື່ອງສຳອາທີ່ມີການໂຄສະນາຊວນເຊື່ອໃຊ້ແລ້ວໜ້າຂາວ, ຢູ່ປະເທດເພື່ອນບ້ານເອີ້ນ ຄຣີມພະມ່າໜ້າຂາວ ທີ່ຫ້າມນຳເຂົ້າ ແລະ ຫ້າມຈຳໜ່າຍ ເກືອບ 500 ຊຸດ ເຊິ່ງມີຜູ້ລັກລອບນຳເຂົ້າມາທາງດ່ານສາກົນວັງເຕົ່າ-ຊ່ອງເມັກ ຊາຍແດນລາວ-ໄທ ເພາະປະສົມ Gentamicin ເປັນຢາປະຕິຊີວະນະ ຖ້າໃຊ້ໃນໄລຍະທຳອິດໜ້າຈະຂາວ ສິວບໍ່ມີ ແຕ່ເມື່ອໃຊ້ດົນໆ ໜ້າຈະຂາວໃສຈົນເຫັນເສັ້ນເລືອດ ເຊິ່ງເປັນແລ້ວຮັກສາຍາກທີ່ສຸດ, ດັ່ງນັ້ນຈິ່ງແຈ້ງມາເພື່ອໃຫ້ທຸກຄົນຮັບຊາບ ແລະ ຫ້າມໃຊ້…

 

ແຫລ່ງຂ່າວ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...