Homeຂ່າວທ້ອງຖິ່ນຈັບສອງພໍ່ລູກຊາວຕ່າງປະເທດຄ້າ-ຂາຍຢາເສບຕິດ

ຈັບສອງພໍ່ລູກຊາວຕ່າງປະເທດຄ້າ-ຂາຍຢາເສບຕິດ

Published on

ໃນທ້າຍເດືອນກໍລະກົດ 2017 ທີ່ຜ່ານມາ ໜ່ວຍງານຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ເມືອງໄຊທານີ ໄດ້ກັກຕົວທ້າວ ຮ່າງອກຮ່ວາງ ອາຍຸ 51 ປີ ແລະ ລູກສາວ ຊື່ນາງ ຮ່າງອກ ຈີງ ອາຍຸ 27 ປີ ພັກເຊົາຢູ່ ບ້ານໂນນຄໍ້ເໜືອ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ ພ້ອມຂອງ ກາງຢາບ້າ 819 ເມັດ, ຢາໄອສ໌ ໜັກ 9 ກຼາມ ແລະ ເຮໂຣອິນ 1,9 ກຼາມ. ໃນຂະນະທີ່ພວກກ່ຽວກຳລັງເອົາຢາເສບຕິດຈຳນວນດັ່ງກ່າວໄປສົ່ງໃຫ້ຜູ້ສັ່ງຊື່ຢູ່ບ້ານໂນນສະອາດ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ.

ປັດຈຸບັນ, ຄະດີດັ່ງກ່າວເຈົ້າໜ້າທີ່ວິຊາສະເພາະກຳລັງເລັ່ງຕິດຕາມ ຕົວຜູ້ຖືກຊັດທອດໃນຂະບວນການຊື້ຂາຍຢາເສບຕິດນຳກັນໄປດຳເນີນຄະດີຕາມກົດໝາຍ.

 

ໂດຍ: ໜັງສືພິມ ປ້ອງກັນຄວາມສະຫງົບ

ບົດຄວາມຫຼ້າສຸດ

ອົງການກວດກາລັດແຂວງເຊກອງ ແລະ ນະຄອນດາໜັງ ພົບປະແລກປ່ຽນບົດຮຽນ ຕ້ານການສໍ້ລາດບັງຫຼວງ.

ກອງປະຊຸມພົບປະແລກປ່ຽນບົດຮຽນ ລະຫວ່າງອົງການກວດກາລັດແຂວງເຊກອງ ສປປ ລາວ ແລະ ອົງການກວດກາລັດນະຄອນດາໜັງ ສສ ຫວຽດນາມ ຈັດຂຶ້ນໃນວັນທີ 9 ສິງຫາ 2026 ທີ່ຫ້ອງວ່າການແຂວງເຊກອງ, ໂດຍມີທ່ານ...

ຍີ່ປຸ່ນ-ລາວ ສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ກໍຄືການເປັນຄູ່ຮ່ວມຍຸດທະສາດຮອບດ້ານ.

ໃນຕອນບ່າຍຂອງວັນທີ 5 ສິງຫາ 2026 ທີ່ ກະຊວງການຕ່າງປະເທດ ໄດ້ມີພິທີລົງນາມເອກະສານແລກປ່ຽນ (ສະບັບປັບປຸງ) ສໍາລັບໂຄງການຊ່ວຍເຫຼືອລ້າຈາກລັດຖະບານຍີ່ປຸ່ນ ໃນການປັບປຸງສະໜາມບິນສາກົນວັດໄຕ ມູນຄ່າລວມທັງໝົດ 3,863,000,000 ເຢນ ຫຼື...

ກະຊວງສຶກສາທິການ ແລະ ກິລາ ຮ່ວມກັບລັດຖະບານອົດສະຕຣາລີ ໄດ້ນຳສະເໜີເຄື່ອງມືປະເມີນຕົນເອງສຳລັບຄູຊັ້ນປະຖົມສຶກສາ ເພື່ອສົ່ງເສີມຄຸນນະພາບການສຶກສາ.

ກະຊວງສຶກສາທິການ ແລະ ກິລາ (ສສກ), ໂດຍໄດ້ຮັບການສະໜັບສະໜູນຈາກ ລັດຖະບານອົດສະຕຣາລີ ຜ່ານແຜນງານບີຄວາ, ໄດ້ນຳສະເໜີເຄື່ອງມືປະເມີນຕົນເອງສຳລັບຄູຢ່າງເປັນທາງການໃນວັນທີ 4 ສິງຫາ 2026. ກອງປະຊຸມແມ່ນພາຍໃຕ້ການເປັນປະທານຂອງ ທ່ານ ປອ...

ຈັບນັກບິນມາເລເຊຍ ພ້ອມຍຶດເຄື່ອງຂອງກາງ ຢາອີ ຫຼາຍກວ່າ 70,000 ເມັດ

ສຳນັກຂ່າວຕ່າງປະເທດລາຍງານວ່າ ນັກບິນມາເລເຊຍ ອາດຖືກໂທດປະຫານຊີວິດ ຫຼັງຖືກຈັບກຸມຢູ່ສະໜາມບິນນານາຊາດ ຊູກາໂນ-ຮັດຕາ ໃນນະຄອນຫຼວງຈາກາຕາ ພ້ອມເຄື່ອງຂອງກາງເປັນຢາອີ ຫຼາຍກວ່າ 70,000 ເມັດ ເຊື່ອງຢູ່ໃນກະເປົາເດີນທາງ ໂດຍຜົນກວດຍັງພົບວ່າ ນັກບິນມີສານເສບຕິດໃນຮ່າງກາຍ ຂະນະປະຕິບັດໜ້າທີ່ຂັບເຮືອບິນໂດຍສານ...